ຄຣິສຕີນາ ລາຊະສິມມາ ມີສຢູນີເວີສ ລາວ​ 2020​ນາງງາມຜູ້ຊະນະຫົວໃຈຄົນລາວ

ເວລາ7ໂມງເຊົ້າມື້ນີ້,​ ຕາມເວລາໃນປະເທດລາວ ພີ່ນ້ອງຄົນລາວຫລາຍໝື່ນຄົນທີ່ອາໄສຢູ່ປະເທດລາວ ແລະຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ຕ່າງກໍ່ຈົດຈໍ່ເຝົ້າຕິດຕາມການຖ່າຍທອດສົດເວທີປະກວດນາງງາມລະດັບໂລກ Miss​ Universe​ 2020​ ທີ່ຈັດຂຶ້ນຢູ່ລັດ ຟໍຣິດາ ສະຫະລັດອາເມລິກາ ພ້ອມທັງສົ່ງແຮງໃຈ ແຮງເຊຍ ແລະ​ ແຮງປາຖະໜາ ເຖິງສາວ ຄຣິສຕີນາ​ ຢ່າງລົ້ນ​ເຫລືອ.

ແລະມີຄວາມມຸ່ງໝັ້ນທີ່ຈະເຮັດເພື່ອຄົນລາວປະເທດລາວ ຍ້ອນແນວນີ້ ຄົນລາວຈຶ່ງຍົກໃຫ້ ຄຣິສຕີນາ​ລາຊະສິມມາ​ ເປັນ​ “ນາງຟ້າເມືອງລາວ”​ ເປັນ “ແມ່ຍິງທີ່ງາມທີ່ສຸດ” ແລະສິ່ງທີ່ສຳຄັນທີ່ສຸດກໍ່ຄື ຄຣິສຕີນາ​ ເປັນຕົວແທນແມ່ຍິງ ທີ່ເອົາຊຸດແມ່ຍິງລາວ ວັດທະນະທຳລາວ​ສະຖານທີ່ທ່ອງທ່ຽວຂອງລາວ ໄປອວດອ້າງຕໍ່ສາຍຕາຊາວໂລກໃຫ້ໄດ້ຮູ້ໄດ້ເຫັນເຖິງເອກະລັກຄວາມເປັນລາວ.​

ຂໍ​ເປັນກຳລັງໃຈ​ແລະ​ ຊົມເຊີຍ ຄຣິສຕີນາ​ ລາຊະສິມມາ​ ພ້ອມດ້ວຍທີມງານຝ່າຍລາວທຸກທ່ານ.​ນະຕອນນີ້ ຄົນລາວພວມຄອງຖ້າ​ ສາວງາມລາວ ເດີນທາງກັບຄືນແຜ່ນດິນແມ່ ແດນດິນຖິ່ນຈໍາປາ ດ້ວຍຄວາມສະຫວັດດີພາບ.​ຂໍຂອບໃຈພາບງາມໆຈາກຫລາຍພາກສ່ວນ.