ອີຕົນເດ..!! ຄົນອື່ນເກີດລູກໄດ້ອຸ້ມລູກກັບບ້ານ ສ່ວນເຮົາເກີດລູກໄດ້ອຸ້ມສົບລູກເຂົ້າວັດ

ຄົນອື່ນເກີດລູກໄດ້ອຸ້ມລູກກັບບ້ານ. ສ່ວນເຮົາເກີດລູກໄດ້ອຸ້ມສົບລູກເຂົ້າວັດ. 17ວັນຂອງການເຮັດຫນ້າທີຄຳວ່າແມ່. ລູກສາວປາຣະມີຂອງແມ່

.

ກ່ອນອື່ນກະຂໍຂອບໃຈນຳກຸ່ມແມ່ລູກອ່ອນທີ່ຊ່ວຍເຫລືອບໍ່ວ່າຈະເປັນເລືອດໃສ່ແອນ້ອຍ ເຄື່ອງໃຊ້ແອນ້ອຍ ,ເຕົ້ານົມ ບ່ອນນອນ ,ນົມ ,ເຄືອງອົບເຕົ້ານົມ ,ໃຫ້ແກ່ລູກສາວ

.

ນາງ ປາຣະມີ ອາຍຸ 17 ວັນ,​ ເກີດວັນທີ່19/4/2021, ເສຍຊີວິດວັນທີ່ 5/5/2021 ດ້ວຍໂລກພະຍາດຂອງລູກສາວເອງພະຍາດ.ດາວຊິງໂດມພະຍາດພາລາຊີເມຍ ຫົວໃຈຮົວມະເລັງເມັດເລືອດຂາວກະເພາະຕິດເຊື້ອ

ຂ້າພະເຈົ້າຂອບໃຈນຳທຸກຄົນທີເປັນຫ່ວງ ແລະ ຕິດຕາມຄອຍໃຫ້ກຳລັງໃຈ

.

ແຕ່ຢາກຂໍເຕືອນແມ່ໆໄວ້ວ່າຢ່າສະລ້າໃຈກັບພະຍາດດາວຊິງໂດມມັນມີພະຍາດແຊກຊ້ອນຫລາຍຢ່າງທີເຮົາບໍ່ຮູ້

ຄວນກວດຊວງ ອາຍຸ 14-18 ວັນ ຖ້າພົບຄວາມຜິດປົກກະຕິແມ່ນໃຫ້ຕັດສິນໃຈເອົາອອກເລີຍຢ່າລາກຍາວມາຈົນຮອດຕອນເກີດເພາະອາດຈະເຮັດໃຫ້ເສຍໃຈເຫມືອນແມ່