ຕາຢ້ານ! ໄທກວດພົບຜູ້ຕິດເຊື້ອໂຄວິດ-19ສາຍພັນອິນເດຍແລ້ວ 1ກໍລະນີ ເປັນຍິງຖືພາມາຈາກປາກິດສະຖານ

ວັນທີ 10.05.2021 ປະເທດໄທ ລາຍງານການກວດພົບ ຜູ້ຕິດເຊື້ອໂຄວິດ ສາຍພັນອິນເດຍ ເປັນກໍລະນີທໍາອິດ ຂອງປະເທດ.

ໂດຍຜູ້ຕິດເຊື້ອ ເປັນເພດຍິງ ອາຍຸ 42 ປີ ກໍາລັງຖືພາ ໄດ້ 25 ອາທິດ, ເດີນທາງມາຈາກ ປະເທດ ປາກິສຖານ ພ້ອມດ້ວຍລູກຊາຍ 3 ຄົນ ແລະ ໄດ້ເຂົ້າກັກໂຕ.

ພ້ອມນີ້ກໍ່ໄດ້ກວດຫາເຊື້ອໂຄວິດ-19 ເຊິ່ງຜົນກວດອອກມາເປັນບວກ ດ້ານເຈົ້າໜ້າທີ່ທີມແພດ ຜູ້ຊ່ຽວຊານໄດ້ທໍາການສຶກສາ ສາຍພັນຕື່ມ ພົບວ່າ ເປັນສາຍພັນດຽວ ທີ່ກໍາລັງລະບາດຢູ່ປະເທດອິນເດຍ.

ແນວໃດກໍ່ຕາມ ໂຄວິດ-19 ສາຍພັນອິນເດຍ ເປັນສາຍພັນທີ່ກໍາລັງລະບາດຮຸນແຮງ ແລະ ວ່ອງໄວຫຼາຍໃນອິນເດຍຕອນນີ້, ເຊິ່ງມັນກໍ່ໜ້າຫ່ວງຫຼາຍ ຫາກສາຍພັນນີ້ເຂົ້າມາປະເທດໄທແລ້ວ ເພາະເປັນປະເທດທີ່ຢູ່ໃກ້ຄຽງກັບລາວເຮົາ.

ທັ້ງນີ້ທັ້ງນັ້ນ ຮຽກຮ້ອງທຸກຄົນມີສະຕິປ້ອງກັນຕົນເອງ ປພຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດຢ່າງເຄັ່ງຄັດ

ທີ່ມາ: https://www.prachachat.net/general/news-665633