ເປັນຫຍັງເງິນກີບລາວເຮົາຈຶ່ງອ່ອນຄ່າ ອ່ານເລີຍ! – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ເປັນຫຍັງເງິນກີບລາວເຮົາຈຶ່ງອ່ອນຄ່າ ອ່ານເລີຍ!

Published

on

ການອ່ອນຄ່າຂອງເງິນກີບ ເປັນຜົນດີຕໍ່ການສົ່ງອອກ, ແຕ່ກົງກັນຂ້າມພັດເປັນຜົນລົບ ຕໍ່ການນຳເຂົ້າ ເຊິ່ງການທີ່ເງິນກີບຈະອ່ອນຄ່າ ຫລື ແຂງຄ່າ ລ້ວນແຕ່ຂຶ້ນກັບ ຄວາມຕ້ອງການ ແລະ ການສະໜອງເງິນກີບພາຍໃນປະເທດ. ເມື່ອຄວາມຕ້ອງການ ໃຊ້ເງິນກີບຫລາຍຂຶ້ນ ຄ່າເງິນກີບກໍຈະແພງຂຶ້ນ ຫລື ແຂງຄ່າຂຶ້ນ, ເຊັ່ນດຽວກັບຄວາມຕ້ອງການ ໃຊ້ເງິນກີບໜ້ອຍລົງເມື່ອໃດ ກໍຈະເຮັດໃຫ້ຄ່າເງິນກີບຫລຸດລົງ ຫລື ອ່ອນຄ່າລົງເມື່ອນັ້ນ.

ທ່ານ ພູເພັດ ກ້ຽວພິລາວົງ ອາຈາສອນຢູ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດມະຫາ ວິທະຍາໄລແຫ່ງຊາດໄດ້​ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ ສຳ​ນັກ​ຂ່າວ​ສານ​ປະ​ເທດ​ລາວໃນ​ວັນ​ທີ3 ມິ​ຖຸ​ນາ2020 ນີ້​ວ່າ: ອີກປັດໄຈ​ໜຶ່ງ ທີ່ເຮັດໃຫ້ເງິນກີບອ່ອນຄ່າ ສາເຫດໜຶ່ງກໍຍ້ອນການ ໃຊ້ເງິນຫລາຍສະກຸນ ໃນປະເທດ ເປັນຕົ້ນແມ່ນ ສະກຸນເງິນບາດ ແລະ ເງິນໂດລາສະຫະລັດ ຕໍ່ອັດຕາແລກປ່ຽນ ສົ່ງຜົນເຮັດໃຫ້ເງິນກີບອ່ອນຄ່າ, ເຊິ່ງຖ້າບໍ່ເປັນໄປຕາມກົນໄກ ຕະຫລາດເທົ່າທີ່ຄວນ ແມ່ນຈະມີການເກນກິນກຳໄລເຊິ່ງການເກນກິນກຳໄລ່ນີ້ ແມ່ນບໍ່ແມ່ນທາງທະນາຄານ ທຸລະກິດທີ່ຈະເກນກິນກຳໄລ່ ແຕ່ແມ່ນພໍ່ຄ້າ-ແມ່ຄ້າລາຍຍ່ອຍຫລື ຮ້ານແລກປ່ຽນຕ່າງໆ ທີ່ມີຄວາມສາມາດໃນການຊື້ເງິນຕາ ຈຳນວນຫລວງຫລາຍ ແລະ ຂາຍເງິນຕາອອກ ໄດ້ຈຳນວນຫລວງຫລາຍ ເຮັດໃຫ້ມີການຜັນປ່ວນ ໃນອັດຕາແລກປ່ຽນຢູ່ພາຍນອກ ເຖິງແມ່ນວ່າລັດຖະບານ ຈະພະຍາຍາມຄວບຄຸມໄດ້ ແຕ່ກໍສາມາດ ຄວບຄຸມໄດ້ ພາຍໃນທະນາຄານທຸລະກິດເທົ່ານັ້ນ ແຕ່ສຳລັບຢູ່ນອກ ແມ່ນຄວບຄຸມໄດ້ຍາກ. ກົນໄກທີ່ຈະຊ່ວຍປັບອັດຕາ ແລກປ່ຽນໄດ້ຈຳນວນໃດໜຶ່ງ ​ແມ່ນຕ້ອງໃຫ້ໄປຕາມກົນໄກ ທາງດ້ານຕະຫລາດ ເທົ່າທີ່ຈະເປັນໄປໄດ້ ເພື່ອສ້າງຄວາມສາມາດ ໃນການແຂ່ງຂັນ ໃນລາວເຮົາໃນອານາຄົດ ເຖິງວ່າໃນແງ່ຂອງນັກເສດຖະສາດ ເບິ່ງແລ້ວວ່າ ອັດຕາແລກປ່ຽນໃນປັດຈຸບັນ ແມ່ນເງິນກີບອ່ອນຄ່າ ແຕ່ວ່າໃນຄວາມເປັນຈິງ ຂອງຕະຫລາດແທ້ໆ ເງິນກີບແມ່ນມີຄວາມ ອ່ອນຄ່າຫລາຍກວ່ານີ້.

ພ້ອມນີ້, ທ່ານ ພູເພັດ ກ້ຽວພິລາວົງ ຍັງໃຫ້ຮູ້ຕື່ມວ່າ: ການທີ່ທະນາຄານແຫ່ງ ສປປ ລາວ ໄດ້ພະ ຍາຍາມຄວບຄຸມ ທາງດ້ານອັດຕາແລກປ່ຽນ ໂດຍໃຫ້ມີອັດຕາອ້າງອີງ ໃນແຕ່ລະມື້ ຂະພະເຈົ້າຄິດວ່າ ຢາກໃຫ້ເປັນໄປຕາມກົນໄກຕະຫລາດ, ເຊິ່ງອັດຕາທີ່ວາງໄວ້ບາງ ເທື່ອມັນອາດຈະບໍ່ເໝາະສົມ ຕາມອັດຕາແລກ ປ່ຽນທີ່ແທ້ຈິງໃນທ້ອງຕະຫລາດ ອາດຈະກໍໃຫ້ເກີດການເກນກິນກຳໄລ ຫລື ມີການຜັນປ່ວນໃນອັດຕາແລກ ປ່ຽນຢູ່ພາຍນອກ.

ຂ່າວ ສົມ​ຫວັງ
ພາບ: ຂັນ​ໄຊ
ຂປລ

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນພະຈິກ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
252627282930  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້