ເຈນນີ້ ຕົ້ນຄໍາ ທັງງາມທັງໃຈບຸນລະດົມທຶນເພື່ອຊ່ວຍເຫຼືອປະຊາຊົນ.

ດັ່ງທີ່ຮູ້ວ່າໃນປັດຈຸບັນ ການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ແພ່ລາມເປັນວົງກວ້າງໃນທົ່ວໂລກ. ໂດຍສະເພາະ ປະເທດລາວ ມີຍອດຄົນຕິດເຊື້ອໂຄວິດ-19 ເພີ່ມຂຶ້ນທຸກມື້, ເຮັດໃຫ້ຜູ້ໃຈບຸນທັງຫຼາຍອອກມາຊ່ວຍເຫຼືອກັນ. ໜຶ່ງໃນນັ້ນກໍແມ່ນ Miss World Laos ຄົນທຳອິດ ເຈນນີ້ ຕົ້ນຄໍາ ຜູ້ໃຈບຸນ ງາມທັງກາຍ ແລະ ໃຈ ບໍ່ວ່າປະເທດລາວເຮົາ ຈະປະສົບວິກິດ ຫຼື ໄພພິບັດຫຍັງ ເພິ່ນກໍອອກມາຊ່ວຍເຫຼືອຢູ່ເລື້ອຍໆ.

ຫຼ້າສຸດ ເຈນນີ້ ໄດ້ລະດົມທຶນເປັນຈໍານວນເງິນທັງໝົດ 13,320,000 ກີບ ລາວຊ່ວຍລາວຕ້ານໄພໂຄວິດ.

ທັງນີ້ ເຈນນີ້ເອງ ກໍໄດ້ໂພສ ພາບຄວາມປະທັບໃຈຜ່ານຂໍ້ຄວາມທີ່ວ່າ: “ພາລະກິດແພັກເຄື່ອງມື້ນີ້ ສຳເລັດແລ້ວໆ 😊🙏♥️ ນີ້ຄືພະລັງນໍ້າໃຈຂອງຄົນລາວທຸກໆຄົນ ທີ່ອອກມາຊ່ວຍເຫລືອກັນໃນຍາມນີ້ ພວກເຮົາຂໍເປັນສ່ວນຫນຶ່ວ ສ່ວນນ້ອຍໆ ທີ່ຂໍຊ່ວຍເຫຼືອກັນ ຊ່ວຍເຫລືອສັງຄົມ. ເຮົາອອກມາສ້າງພາບຄວາມດີນຳກັນ ສົ່ງພະລັງບວກໃຫ້ກັນແລະກັນ ແລ້ວເຮົາຈະຜ່ານວິກິດນີ້ໄປນຳກັນໄດ້ໄວໆເດີ້ ສາທຸ”

ຂອບໃຈທຸກຄົນ ແລະ ທຸກພາກສ່ວນທີ່ມີນໍ້າໃຈຮັກແພງຊ່ວຍເຫຼືອກັນ ຂໍໃຫ້ທຸກຄົນສຸຂະພາບແຂງແຮງ ສຸກກາຍ ສຸກໃຈ.

.

.

.

ຮູບພາບ: Tonkham Phonchanheuang

ໂດຍ: ທີມຂ່າວບັນເທີງ muan.la