ຍັງເຫຼືອ 6 ຕື້ກວ່າກີບ ເງິນແຮສຸກເສີນວຽກ​ງານ​ປ້ອງ​ກັນຄວບ​ຄຸມ ໂຄວິດ-19 ຂອງລັດຖະບານ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຍັງເຫຼືອ 6 ຕື້ກວ່າກີບ ເງິນແຮສຸກເສີນວຽກ​ງານ​ປ້ອງ​ກັນຄວບ​ຄຸມ ໂຄວິດ-19 ຂອງລັດຖະບານ

Published

on

ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ງົບ­ປະ­ມານ​ເງິນ​ແຮ​ສຸກ​ເສີນ​ຂອງ​ລັດ­ຖະ­ບານ​ບ້ວງ 30 ຕື້​ກີບ ເພື່ອ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ ຄວບ​ຄຸມ ແລະ ຕອບ​ໂຕ້​ພະ­ຍາດໂຄວິດ-19 ຢູ່​ສູນ​ປະ­ຕິ­ບັດ​ງານ​ຄະ­ນະ​ສະ­ເພາະ​ກິດ​ຄວບ​ຄຸມ­ພະ​ຍາດ​ໂຄ​ວິດ-19.ໜັງສືພິມວຽງຈັນໃໝ່ ລາຍງານເມື່ອວັນທີ 3 ມິຖຸນາ 2020 ວ່າ ທ່ານ ບຸນ​ໂຈມ ອຸ­ບົນ​ປະ­ເສີດ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ຫົວໜ້າ​ໜ່ວຍ​ງົບ­ປະ­ມານ ແລະ ພາ­ລາ​ທິ​ການ ໄດ້​ລາຍ​ງານ​ໃຫ້​ຮູ້​ກ່ຽວ​ກັບ​ງົບ­ປະ­ມານ​ຮັບ​ໃຊ້ ເພື່ອ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ, ຄວບ​ຄຸມ ແລະ ຕອບ​ໂຕ້​ພະ­ຍາດໂຄວິດ-19 ຢູ່​ສູນ​ປະ­ຕິ­ບັດ​ງານ​ຄະ­ນະ​ສະ­ເພາະ​ກິດ​ຄວບ​ຄຸມ­ພະ​ຍາດ​ໂຄ​ວິດ-19 ທີ່​ຈັດ​ຂຶ້ນ​ວັນ​ທີ 1 ມິ­ຖຸ­ນາ 2020 ທີ່​ກະຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ໃຫ້​ຮູ້​ວ່າ: ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ງົບ­ປະ­ມານ​ເງິນ​ແຮ​ສຸກ​ເສີນ​ຂອງ​ລັດ­ຖະ­ບານ​ບ້ວງ 30 ຕື້​ກີບ

ສັງ​ລວມ​ຮອດ​ວັນ​ທີ 31 ພຶດ­ສະ­ພາ 2020 ລັດ­ຖະ­ບານ​ໄດ້​ອະ­ນຸ­ມັດ​ຄັ້ງ​ທີ 1 ຈຳ­ນວນ 10 ຕື້​ກີບ ໃນ​ນີ້ ໄດ້​ຈັດ​ຊື້​ອຸ­ປະ­ກອນ​ການ​ແພດ ຜ້າ​ອັດ​ປາກ-ອັດ​ດັງ ເຄື່ອງ​ເຄ​ມີ ເຈວ​ລ້າງ​ມື ຄ່າ​ຫຸ້ມ​ຫໍ່ ແລະ ການ​ຈັດ​ສົ່ງ​ອຸ­ປະ­ກອນ​ການ​ແພດ 6,64 ຕື້​ກີບ ເພື່ອ​ຮັບ​ໃຊ້​ວຽກ​ງານ​ສາ­ທາ­ລະ­ນະ​ສຸກ ຈ່າຍ​ລ່ວງ​ໜ້າ​ໃຫ້​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ເພື່ອ​ເບີກ​ຈ່າຍ​ວຽກ​ງານ​ຈຳ­ເປັນ​ຮີບ​ດ່ວນ 100 ລ້ານ​ກີບ ເຫຼືອ 3,25 ຕື້​ກີບ ລັດ­ຖະ­ບານ​ອະ­ນຸ­ມັດ​ຄັ້ງ​ທີ 2 ຈຳ­ນວນ 20 ຕື້​ກີບ ໃນ​ນີ້ ຈ່າຍ​ຄັ້ງ​ທີ 1 ໃຫ້​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ບັນ­ດາ​ແຂວງ​ທົ່ວ​ປະ­ເທດ 9 ຕື້​ກີບ ແຂວງ​ລະ 500 ລ້ານ​ກີບ

ຈ່າຍ​ໃຫ້​ກະ­ຊວງ​ປ້ອງ​ກັນ​ຄວາມ​ສະ­ຫງົບ 500 ລ້ານ​ກີບ ຈ່າຍ​ຄັ້ງ​ທີ 2 ໃຫ້​ນະ­ຄອນ­ຫຼວງ​ວຽງ​ຈັນ ແລະ ບັນ­ດາ​ແຂວງ​ທົ່ວ​ປະ­ເທດ 6,9 ຕື້​ກີບ ຈ່າຍ​ຊ່ວຍ​ໜູນ​ໃຫ້​ນັກ​ສຶກ​ສາ​ລາວ​ຢູ່​ເມືອງ​ອູ​ຫັ້ນ ສປ ຈີນ 154 ລ້ານ​ກີບ ຈ່າຍ​ຮັບ​ໃຊ້​ຊ່ຽວ­ຊານ​ແພດ​ຈີນ​ໄປ​ເຄື່ອນ​ໄຫວ​ຢູ່​ທ້ອງ­ຖິ່ນ 10 ລ້ານ​ກີບ ເຫຼືອ 3,4 ຕື້​ກີບ ສັງ​ລວມ​ຍອດ​ເຫຼືອ​ຄັ້ງ​ທີ 1 ແລະ ທີ 2 ຈຳ­ນວນ 6,66 ຕື້​ກີບ.ສ່ວນ​ຈຳ­ນວນ​ເງິນ​ທີ່​ໄດ້​ຮັບ​ຈາກ​ການ​ຊ່ວຍ­ເຫຼືອ​ຂອງ​ອົງ​ການ­ຈັດ­ຕັ້ງ​ລັດ ແລະ ພາກ­ສ່ວນ​ຕ່າງໆ​ຂອງ​ສັງ­ຄົມ ແຕ່​ວັນ​ທີ 19 ກຸມ­ພາ ຫາ​ວັນ​ທີ 31 ພຶດ­ສະ­ພາ 2020 ລວມ​ມີ​ສະ­ກຸນ​ເງິນ​ກີບ 11.791.340.996 ກີບ ສະ­ກຸນ​ເງິນ​ໂດ​ລາ 497.892 ໂດ​ລາ ແລະ ສະ­ກຸນ​ເງິນ​ບາດ​ໄທ 4.581.500 ບາດ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນພະຈິກ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
252627282930  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້