ນັກສຶກສາ 616 ຄົນ! ທີ່ຕິດຄ້າງໃນຫໍພັກ ກໍາລັງຈະໄດ້ຮັບການຊ່ວຍເຫຼືອໄວໆນີ້

ອີງຕາມໜັງສືແຈ້ງການຈາກ ຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ໃນວັນທີ 5 ພຶດສະພາ 2021 ທີ່ຜ່ານມາ

ເພື່ອເປັນການເລັ່ງຊ່ວຍເຫຼືອນັກສຶກສາ 616 ຄົນ ຂອງຄະນະວິທະຍາສາດສັງຄົມທີ່ຕິດຄ້າງຢູ່ຫໍພັກ ແລະ ຫ້ອງແຖວ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ໂດຍໄດ້ອອກໜັງສືແຈ້ງການແມ່ນແຈ້ງ ເຖິງພະນັກງານ-ຄູອາຈານ, ພະນັກງານອາວຸໂສບໍານານ, ນັກສຶກສາ ແລະ ອະດິດນັກສຶກສາປະລິນຍາໂທ ແລະ ປະລິນຍາຕີຄະນະວິທະຍາສາດສັງຄົມຜູ້ທີ່ມີເງື່ອນໄຂ ຫຼື ຜູ້ທີ່ຢາກປະກອບສ່ວນວັດຖຸປັດໄຈ (ເງິນ ອາຫານ ແລະ ເຄື່ອງດື່ມ)

ເພື່ອຊ່ວຍເຫຼືອນັກສຶກສາດັ່ງກ່າວທີ່ຕົກຄ້າງພັກເຊົາຢູ່ຫ້ອງແຖວ, ຫໍພັກໃນ ແລະ ຫໍພັກຊີເກມ

ສຳລັບທ່ານໃດທີ່ຢາກປະກອບສ່ວນ ແມ່ນສາມາດຕິດຕໍ່ທາງຄະນະໄດ້ໂດຍກົງ