ຂ່າວດີມີຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວຫາຍດີ ແລະໄດ້ອອກໂຮງຫມໍເພີ່ມອີກ 39 ຄົນ

ທ່ານ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງ ສາທາລະນະສຸກ, ຕາງໜ້າກອງເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ໄດ້ລາຍງານສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ມາຮອດປັດຈຸບັນມີລາຍງານຜູ້ຕິດເຊື້ອທັງໝົດ 1.072 ຄົນ (ໃໝ່ 46) ບໍ່ມີຜູ້ເສຍຊີວິດ, ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການ ປິ່ນປົວຫາຍດີ 99 ຄົນ, ຍັງນອນຕິດຕາມ ປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ ໃນແຕ່ລະແຂວງ ຈຳນວນ 973 ຄົນ ເຊັ່ນ: ນະຄອນຫຼວງວຽງຈັນ 586 ຄົນ (ໃໝ່ 19), ມື້ວານອອກໂຮງໝໍ 39 ຄົນ (ມິດຕະພາບ 19 ຄົນ ແລະ ໂຮງໝໍ 103 ອອກ 20 ຄົນ ເພື່ອສືບຕໍ່ຈຳກັດບໍລິເວນຢູ່ບ້ານ 14 ວັນ); ແຂວງຈຳປາສັກ 157 ຄົນ (ໃໝ່ 6), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ; ແຂວງບໍ່ແກ້ວ 133 ຄົນ (ໃໝ່ 15); ແຂວງສະຫວັນນະເຂດ 38 ຄົນ (ໃໝ່ 6); ແຂວງຫຼວງພະບາງ 13 ຄົນ; ແຂວງວຽງຈັນ 14 ຄົນ; ແຂວງສາລະວັນ 7 ຄົນ; ແຂວງຫຼວງນ້ຳທາ 6 ຄົນ; ແຂວງອຸດົມໄຊ 8 ຄົນ ; ແຂວງຜົ້ງສາລີ 3 ຄົນ; ແຂວງໄຊຍະບູລີ 3 ຄົນ; ແຂວງບໍລິຄຳໄຊ 3 ຄົນ; ແຂວງຄຳມ່ວນ 1 ຄົນ ແລະ ແຂວງຊຽງຂວາງ 1 ຄົນ, ຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດສົມບູນປົກກະຕິ ແລະ ທຸກຄົນແຂງແຮງດີ.

ໃນວັນທີ 4 ພຶດສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1072 ຕົວຢ່າງ ຜົນກວດວິເຄາະແມ່ນພົບຜູ້ຕິດເຊື້ອໃໝ່ 46 ຄົນ, ໃນນັ້ນມີນະຄອນຫຼວງ 19 ຄົນ, ຈໍາປາສັກ 6 ຄົນ, ບໍ່ແກ້ວ 15 ຄົນ ແລະ ສະຫວັນນະເຂດ 6 ຄົນ. ການຕິດຕາມຜູ້ເດີນທາງເຂົ້າມາ ສປປ ລາວ ວັນທີ 4 ພຶດສະພາ 2021 ທົ່ວປະເທດມີຜູ້ເດີນທາງເຂົ້າມາ ທັງໝົດ 1.823 ຄົນ: ຈຸດຜ່ານດ່ານ ລາວ – ໄທ ທັງໝົດ 1.103 ຄົນ; ຈຸດຜ່ານດ່ານ ລາວ-ຈີນ ທັງໝົດ 16 ຄົນ; ຈຸດຜ່ານດ່ານ ລາວ-ຫວຽດນາມ ທັງໝົດ 702 ຄົນ; ຈຸດຜ່ານດ່ານ ລາວ-ກຳປູເຈຍ ທັງໝົດ 2 ຄົນ; ທຸກຄົນທີ່ເຂົ້າມາທາງຈຸດຜ່ານແດນໃນມື້ວານນີ້ ແມ່ນໄດ້ຜ່ານການວັດແທກອຸນຫະພູມຮ່າງ ກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ໄດ້ເກັບຕົວຢ່າງທຸກໆຄົນມາກວດຫາເຊື້ອ COVID-19 ແລະ ນຳສົ່ງໄປຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້.

ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 56 ສູນ, ມີຜູ້ຈໍາກັດບໍລິເວນທັງໝົດ 3.685 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19. ລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 46 ຄົນ (ກໍລະນີຢັ້ງຢືນທີ 1.027-1.072) ສຳລັບຄົນເຈັບກໍລະນີໃໝ່ 19 ຄົນ ທີ່ພົບຢູ່ນະຄອນຫຼວງວຽງຈັນ ກໍລ້ວນແລ້ວແຕ່ເປັນຜູ້ສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອ ທີ່ກ່ຽວພັນກັບກໍລະນີທີ 59 ເຊັ່ນກັນ. ສ່ວນກໍໍລະນີຕິດເຊື້ອໃໝ່ ຢູ່ແຂວງຈຳປາສັກ, ບໍ່ແກ້ວ ແລະ ສະຫວັນນະເຂດ ນັ້ນ ລ້ວນແລ້ວແຕ່ມີປະຫວັດສຳຜັດກັບກໍລະນີຕິດເຊື້ອເກົ່າ ຢູ່ໃນ ແຂວງຂອງເຂົ້າເຈົ້າຄືກັນ.

ຕໍ່ກັບສະພາບການລະບາດຂອງພະຍາດພາຍໃນປະເທດ ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ມີການວາງມາດຕະການ ສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດອອກມາເປັນແຕ່ລະໄລຍະ, ພ້ອມດຽວກັນ ອຳນາດການປົກຄອງທຸກຂັ້ນ ກໍໄດ້ເອົາໃຈໃສ່ໃນການຕິດຕາມການ ຈັດຕັ້ງປະຕິບັດມາດຕະການຂອງຄະນະສະເພາະກິດຢ່າງເຂັ້ມງວດ ໂດຍສະເພາະແມ່ນເອົາໃຈໃສ່ ແລະ ຕິດຕາມກວດກາຜູ້ທີ່ ເດີີນທາງເຂົ້າມາ ສປປ ລາວ ແລະ ການເດີນທາງລະຫວ່າງແຂວງຕໍ່ແຂວງ ແລະ ຮຽກຮ້ອງມາຍັງ ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມຈົ່ງໄດ້ເອົາໃຈໃສ່ ໃນການປະຕິບັດມາດຕະການປ້ອງກັນການຕິດ ເຊື້ອ ໂດຍສະເພາະເມື່ອທ່ານອອກໄປເຄື່ອນໄຫວກິດຈະກຳນອກບ້ານ ຂໍຮ້ອງໃຫ້ໃສ່ຜ້າປິດ-ດັງ (ເມື່ອທ່ານ ໃຊ້ແລ້ວຄວນຖິ້ມໃສ່ຖັງຂີ້ເຫຍື້ອທີ່ມີຝາປິດ), ຮັກສາໄລຍະຫ່າງ ແລະ ມາລະຍາດໃນການໄອ-ຈາມເພື່ອປ້ອງກັນຕົນເອງ ແລະ ຄອບຄົວຂອງທ່ານ ໃຫ້ປອດໄພຈາກພະຍາດໂຄວິດ-19.

ສຳລັບສະຖານທີ່ກວດຊອກຫາເຊື້ອ ຢູ່ນະຄອນຫຼວງວຽງຈັນ ນອກຈາກໂຮງໝໍທີ່ບໍລິການເກັບຕົວຢ່າງແລ້ວ ຍັງມີອີກ 3 ຈຸດຄື: ມສ ສີໂຄດ; ມສ ລາວ-ຫວຽດ; ສະໜາມກິລາເຈົ້າອານຸວົງ ແລະ ນອກນັ້ນ ຍັງມີທີມເກັບຕົວຢ່າງເຄື່ອນທີ່. ສຳລັບສະຖານທີ່ຈຸດບໍລິການໃຫ້ວັກຊິນ ນອກຈາກໂຮງໝໍເມືອງແລ້ວ ຍັງມີຢູ່ຄື: ມວສ ດົງໂພສີ; ວຽງຈັນເຊັນເຕີ; ສູນກາງຄ້າຊັງຈຽງ ແລະ ສູນການຄ້າລາວ-ໄອເຕັກ.
ບັນດາທ່ານ ຕ້ອງການຮັບຮູ້ຂໍ້ມູນເພີ່ມເຕີມສາມາດເຂົ້າເບິ່ງເວັບໄຊຂອງຄະນະສະເພາະກິດເພື່ອປ້ອງ ກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດພະຍາດໂຄວິດ-19 covid19.gov.la; ເຟດບຸກຂອງສູນຂ່າວ ສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະນະສຸກ; ເວັບໄຊຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ cdc.gov.la ແລະ ສາມາດໂທສອບຖາມ ສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະ ສາຍດ່ວນຂອງບັນດາແຂວງ ແມ່ນຕາມດ້ວຍລະຫັດຂອງແຕ່ລະແຂວງ 165 ຫຼື 166. (ຂ່າວ-ພາບ: ຕຸໄລເພັດ)