ບາງກິດຈະການຍັງບໍ່ທັນໃຫ້ຄວາມຮ່ວມມື

ພັທ ບົວໄລ ໄຊຍະລາດ ຮອງຫົວໜ້າກອງພັນປ້ອງກັນເຄື່ອນທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ສະພາບປະຈໍາວັນທີ 4 ພຶດສະພາ 2021, ກອງພັນປ້ອງກັນເຄື່ອນທີ່ ໄດ້ອອກເຄື່ອນໄຫວລາດຕະເວນ ເລີ່ມແຕ່ເວລາ 20:00ໂມງ- 5:00 ໂມງ ໄດ້ພົບເຫັນບາງກິດຈະການຍັງບໍ່ທັນປະຕິບັດເຂັ້ມງວດຕາມຄໍາສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານການແຜ່ລະບາດພະຍາດໂຄວິດ-19.

ໃນນີ້, ໄດ້ມີຕູ້ເກມ ST ກຣຸບ (ຄາຊີໂນ 24 ຊົ່ວໂມງ) ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນວ ຍັງເປີດໃຫ້ບໍລິການໃຫ້ລູກຄ້າເຂົ້າມາຫຼິ້ນເກມ. ເຈົ້າໜ້າທີ່ຈຶ່ງໄດ້ສຶກສາອົບຮົມໃຫ້ຢຸດເຊົາ ແລະ ເວລາ 22:00 ໂມງ ພົບເຫັນຮ້ານອິນເຕີເນັດຄາເຟ ຢູ່ບ້ານຫົວຂົວ ເມືອງໄຊເສດຖາ ນວ ເປີດໃຫ້ບໍລິການ

ເວລາ 21:00 ໂມງ ໄດ້ກັກຕົວໄວ້ໜຸ່ມທ່ຽວເດິກ ຈໍານວນ 3 ຄົນ ຢູ່ເຂດເມືອງສີໂຄດຕະບອງ ນວ ແລະ ໄດ້ກວດລົດຈັກທີ່ພວກຜູ້ກ່ຽວຂີ່ມາພົບເຫັນໝາກກາໂພກ (ຊະນິດໝາກບານ) ຈໍານວນ 18 ໜ່ວຍ. ດັ່ງນັ້ນຈຶ່ງໄດ້ນໍາຕົວພວກຜູ້ກ່ຽວເຂົ້າມາກອງພັນປ້ອງກັນເຄື່ອນທີ່ ເພື່ອສຶກສາອົບຮົມ ແລະ ມອບໃຫ້ຜູ້ປົກຄອງ.

ຕໍ່ມາເວລາ 3:00 ໂມງ ໄດ້ເຮັດບົດບັນທຶກສຶກສາອົບຮົມ ຮ້ານອິນເຕີເນັດຄາເຟ ຢູ່ບ້ານໂນນແກ້ວ ເມືອງສີໂຄດຕະບອງ ນວ ທີ່ເປີດໃຫ້ບໍລິການ.ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງເຈົ້າຂອງກິດຈະການ, ຫົວໜ່ວຍທຸລະກິດຕ່າງໆ ໃຫ້ຕື່ນຕົວເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ເພື່ອຄວາມປອດໄພຂອງຄອບຄົວ ແລະ ຕົວທ່ານເອງ. ສະເໜີມາຍັງຊາວນະຄອນຫຼວງວຽງຈັນ ຈົ່ງປະຕິບັດພັນທະຊ່ວຍກັນ, ຖ້າພົບເຫັນສະຖານທີ່ທຸລະກິດໃດຍັງລະເມີດ

ໃຫ້ແຈ້ງມາທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ. https://www.facebook.com/PoliceVTE