ໂຈະຖ່າຍທອດສົດການຖະແຫຼງຂ່າວປະຈໍາວັນກ່ຽວກັບພະຍາດ COVID-19 ນັບແຕ່ວັນທີ 4 ມິຖຸນາ ເປັນຕົ້ນໄປ

ຮອງສາດສະດາຈານ ດຣ. ພູທອນ ເມືອງປາກ,ຮອງລັດ ຖະມົນຕີ ກະຊວງສາທາລະນະສຸກ, ຜູ້ປະຈໍາການຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃຫ້ຮູ້ໃນໂອກາດຖະ ແຫລງຂ່າວປະຈໍາວັນທີ 3 ມິຖຸນາ 2020 ວ່າ: ການຖ່າຍທອດສົດ ການຖະແຫຼງຂ່າວປະຈຳວັນກ່ຽວກັບພະ ຍາດ COVID-19 ຈະໂຈະໄວ້ກ່ອນ ນັບແຕ່ວັນທີ 4 ມິຖຸນາ 2020 ເປັນຕົ້ນໄປ, ຖ້າມີສະຖານະການໃໝ່ຮີບດ່ວນ ຈິ່ງຈະກັບມາຖ່າຍທອດສົດຄືນໃໝ່.

ຢ່າງໃດກໍຕາມ ໃນແຕ່ ລະວັນຈະມີການຖະແຫລງຂ່າວຈາກຄະນະສະເພາະກິດຄືເກົ່າ ພຽງແຕ່ບໍ່ມີການຖ່າຍທອດສົດຜ່ານໂທລະພາບແຫ່ງຊາດ ເທົ່ານັ້ນ.

ในภาพอาจจะมี 2 คน

ດັ່ງນັ້ນ ສັງຄົມສາມາດຕິດຕາມຜົນການຖະແຫລງຂ່າວປະຈໍາວັນຜ່ານພາກຂ່າວ ຫລື ລາຍການປົກກະຕິຂອງວິ ທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບ, ລວມເຖີງໜັງສື ພິມ ແລະ ສື່ຕ່າງໆ. ນອກຈາກນີ້ຍັງສາມາດຕິດຕາມໄດ້ຈາກເວັບໄຊ www.covid19.gov.la ແລະ ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງ ສາທາລະນະສຸກ.