ຕາດູຕົນ ຫນ້າສົງສານແທ້ ຢູ່ເຮືອນດີໆກໍ່ຍັງຕິດໂຄວິດ

ພາກັນເຮັດບາບຜູ້ເຖົ້າ👵🏻ຫລາຍເເທ້ສູເອີຍລາວຢູ່ຂອງລາວດີໆ ຕ້ອງມາຕິດໂຄ ວິດ🦠ນໍາສູສົ່ງກໍາລັງໃຈໃຫ້ເເມ່ຕູເເດ່ເດິ

ສີ່ງທີ່ໜ້າເປັນຫ່ວງທີ່ສຸດຕອນນີ້ ຄືເຊື້ອພະຍາດໂຄວິດ ມັນແພ່ລາມໄປແບບບໍ່ມີຈຳກັດ ບໍ່ວ່າຈະເປັນ ເດັກທາລົກ,ເດັກນ້ອຍ,ຜູ້ເຖົ້າສູງອາຍຸ, ສີ່ງທີ່ເປັນຫ່ວງໄປຫລາຍກ່ອນນັ້ນຄື ຜູ້ປ່ວຍທີ່ມີພະຍາດແຊກຊ້ອນ

ຄືທ່ານໄດ້ຮູ້ກັນຜູ້ປ່ວຍໂຄວິດທີ່ມີພະຍາດແຊກຊ້ອນ ການປີຍປົວຂອງຫມໍອາດຍຸ້ງຍາກຕື່ມ ແລະ ຜູ້ປ່ວຍມີຄວາມສຽງສູງທີ່ອາດຈະເສຍຊີວິດ

ດັ່ງນັ້ນເອງທຢາກໃຫ້ທຸກທ່ານມີການເອົາໃຈໃສ່ ເບີ່ງແຍງລູກຫລານ ຜູ້ປ່ວຍຜູ້ເຖົ້າສູງອາຍຸພາຍໃນເຮືອນໃຫ້ຫລາຍໆ ຄົນໃນຄອບຄົວກໍ່ບໍ່ຄວນອອກນອກສະຖານທີ່ ແລະ ຫມັ່ນຮັກສາອານາໄມຂ້າເຊື້ອພາຍໃນເຮືອນ ດ້ວຍຄວາມເປັນຫ່ວງໃຍ

ໂດຍ : ອາສາກູ້ໄພ ສະຫວັນນະເຂດ 1629