ຫວຽດນາມ ໄດ້ສົ່ງທະຫານຫຼາຍຮ້ອຍຄົນໄປຍັງຊາຍແດນທີ່ຕິດກັບລາວ

VnExpress / ຫວຽດນາມ ໄດ້ສົ່ງທະຫານຫຼາຍຮ້ອຍຄົນໄປຍັງຊາຍແດນທີ່ຕິດກັບລາວ ເພື່ອຮັບປະກັນວ່າ ບໍ່ມີຜູ້ໃດເຂົ້າມາໃນປະເທດແບບຜິດກົດໝາຍ, ທີ່ອາດຈະນຳເອົາພວກທີ່ຕິດເຊື້ອພະຍາດດັ່ງກ່າວເຂົ້າສູ່ປະເທດໄປ, ດັ່ງທີ່ເກີດຂຶ້ນກັບ ສປປລາວ ພາຍຫຼັງທີ່ມີຊາຍໄທ ລັກລອບເຂົ້າປະເທດນັ້ນ ຈົນເຮັດໃຫ້ປະເທດປະສົບກັບການລະບາດ ລະລອກ ທີ 2.

ຈໍານວນຂອງ Covid-19 ໄດ້ເພີ່ມຂື້ນຢ່າງຕໍ່ເນື່ອງໃນປະເທດລາວ, ສູງສຸດເກີນ 100 ຄົນຕໍ່ມື້ ຫຼາຍມື້ລຽນຕິດ

VnExpress ສືບຕໍ່ແຈ້ງວ່າປະເທດທີ່ມີປະຊາກອນ 7,2 ລ້ານຄົນເຊິ່ງລວມຕົວເລກທັງໝົດບຸກຄົນທີ່ຕິດເຊື້ອມາຮອດປັດຈຸບັນມີເຖິງ 757 ຄົນ.

ການສືບສວນກ່ຽວກັບພະຍາດລະບາດສະແດງໃຫ້ເຫັນວ່າການຕິດເຊື້ອ ໃໝ່ແມ່ນຕິດພັນຢ່າງໃກ້ຊິດກັບຜູ້ທີ່ເຂົ້າມາແບບຜິດກົດໝາຍ ຈາກປະເທດໄທ.

Cr. VN express