ດ່ວນ ຮອງເຈົ້າຄອງນະຄອນໄກສອນກ່າວ ທຸກພາກສ່ວນທີ່ມີສ່ວນຮ່ວມຈັດງານບຸນທີ່ບ້ານໂພນສິມຕ້ອງຖືກປະຕິບັດວິໄນແລະໃຫ້ຢຸດຕິການປະຕິບັດໜ້າທີ່.

ທ່ານ​ ແຖ່ນແກ້ວ ພົມບິດາ ຮອງເຈົ້າ ນະຄອນ ໄກສອນ ພົມວິຫານ,​ ແຂວງສະຫວັນນະເຂດ​ ໄດ້ອອກມາແຈ້ງຂ່າວຕໍ່ກັບເຫດການ ທີ່ເກີດຂຶ້ນຢູ່ບ້ານໂພນສິມ ນະຄອນ ໄກສອນ​ ພົມວິຫານ​ ຜ່ານລາຍການຄລີນິກທັນເຫດການວ່າ:

ເຫດການຈັດງານບຸນທີ່ເກີດຂຶ້ນ​ ໃນວັນທີ 2 ພຶດສະພາ 2021​ ຢູ່ບ້ານໂພນສິມ ນະຄອນໄກສອນ ພົມວິຫານ​ ແມ່ນມີຄວາມຈິງ​ ຖືວ່າເປັນການລະເມີດຕໍ່ຄຳສັ່ງ​

ແລະ ທຸກຄົນທີ່ມີສ່ວນຮ່ວມໃນການຈັດງານທຸກພາກສ່ວນ ຈະຕ້ອງຖືກປະຕິບັດວິໄນ​ ແລະ​ ໃຫ້ຢຸດຕິການປະຕິບັດໜ້າທີ່.

.