ຜູ້ປະກອບການທີ່ຍັງປິດກິດຈະການຊ່ວງໂຄວິດຕ້ອງຈ່າຍເງິນຄ່າແຮງງານບໍ່ໃຫ້ຫຼຸດ 50%

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ອອກແຈ້ງການ ເມື່ອວັນທີ 1 ມິຖຸນາ 2020 ເຖິງບັນດາຜູ້ປະກອບການ ໃນຂອບເຂດທົ່ວປະເທດສືບຕໍ່ພິຈາລະນາຈ່າຍເງິນເດືອນໃຫ້ຜູ້ອອກແຮງງານຕາມປົກກະຕິ ແລະ ບໍ່ໃຫ້ມີການຍົກເລີກສັນຍາແຮງງານ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

ຫົວໜ່ວຍແຮງງານໃດຍັງບໍ່ທັນຈ່າຍເງິນເດືອນ ຫຼື ຄ່າແຮງງານ ໃຫ້ຜູ້ອອກແຮງງານ ແມ່ນໃຫ້ສືບຕໍ່ພິຈາລະນາຊ່ວຍຈ່າຍຕາມປົກກະຕິ, ຖ້າມີຄວາມຈໍາເປັນແທ້ ແມ່ນໃຫ້ຈ່າຍຢ່າງໜ້ອຍເທົ່າກັບ 50% ຂອງເງິນເດືອນທີ່ເຄີຍໄດ້ຮັບ. ສໍາລັບຜູ້ທີ່ໄດ້ຮັບຄ່າແຮງງານຕາມຜະລິດຕະພັນ ຫຼື ເປັນລາຍວັນ ທີ່ອາດໄດ້ຄ່າແຮງງານຕໍ່າກວ່າຄ່າແຮງງານຕໍ່າສຸດທີ່ລັດຖະບານປະກາດໃຊ້ ກໍ່ໃຫ້ຈ່າຍບໍ່ໃຫ້ຫຼຸດ 50% ຫຼື ເທົ່າກັບ 550.000 ກີບ. ທຸກກໍລະນີ ແມ່ນບໍ່ໃຫ້ລວມມື້ທີ່ຜູ້ອອກແຮງງານໄດ້ເຮັດວຽກປົກກະຕິ ແລະ ວັນພັກບຸນປີໃໝ່ລາວ (ວັນທີ 13-19 ເມສາ 2020) ທີ່ຕ້ອງໄດ້ຈ່າຍປົກກະຕິ.

ຫົວໜ່ວຍແຮງງານທີ່ສືບຕໍ່ຢຸດກິດຈະການ ຫຼື ຜູ້ອອກແຮງງານທີ່ຖືກໃຫ້ພັກວຽກ ເພື່ອປະຕິບັດຄໍາສັ່ງເລກທີ 06/ນຍ ນັບແຕ່ວັນທີ 1 ພຶດສະພາ 2020 ເປັນຕົ້ນໄປ, ຜູ້ອອກແຮງງານ ທີ່ເປັນສະມາຊິກກອງທຶນປະກັນສັງຄົມ ຈະໄດ້ຮັບເງິນອຸດໜູນນະໂຍບາຍວ່າງງານຈາກກອງທຶນປະກັນສັງຄົມຕາມເງື່ອນໄຂ ແລະ ໄລຍະເວລາທີ່ໄດ້ກໍານົດໃນລະບຽບການສະເພາະ. ສໍາລັບຜູ້ອອກແຮງງານ ທີ່ຍັງບໍ່ເປັນສະມາຊິກກອງທຶນປະກັນສັງຄົມ ແມ່ນໃຫ້ຜູ້ໃຊ້ແຮງງານພິຈາລະນາຈ່າຍຄ່າແຮງງານ ໃຫ້ຜູ້ອອກແຮງງານຂອງຕົນຕາມຄວາມອາດສາມາດ ເພື່ອຮັກສາຜູ້ອອກແຮງງານໄວ້.