ວັນທີ​ 1/5/2021 ບ້ານນາ​ໄຊ​ ເມືອງໄຊເສດຖາ​ ນະຄອນຫລວງວຽງຈັນ

ເຈົ້າໜ້າທີ່ສະເພາະກິດໄດ້ເຕືອນທຸກຄົນແລ້ວວ່າ ນະປະຈຸບັນນີ້ທຸກພື້ນທີ່ແມ່ນມີຄວາມສຽງ ສະນັ້ນຖ້າບໍ່ຈຳເປັນຢ່າໄປເຜັ່ນຜ່ານຕາມຈຸດຕ່າງໆຈົນກວ່າສະຖານະການຈະຄີ່ຄາຍລົງ.

ຂ່າວນີ້ທີ່ວ່າ ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ມື້ດຽວມີຜູ້ຕິດເຊື້ອ 25 ຄົນ ບໍ່ມີຂໍ້ມູນທີ່ເປັນລາຍລັກອັກສອນຈາກພາກສ່ວນກ່ຽວຂ້ອງ ແຕ່ເບິ່ງຈາກພາບແລ້ວເຮົາຄວນຫຼີກລຽງເຂດນັ້ນໄປກ່ອນ ເພື່ອຄວາມປອດໄພຂອງໂຕເຮົາເອງ ແລະຄົນທີ່ຮັກ ໂດຍສະເພາະລູກນ້ອຍ.

ພວກເຮົາທຸກຄົນຕ້ອງພ້ອມກັນເປັນຈິດໜຶ່ງໃຈດຽວຢູ່ເຮືອນຢູ່ຊານຕະຫຼອດໄລຍະລັອກດາວ ເພື່ອໃຫ້ເຈົ້າໜ້າທີ່ນຳຫາກຸ່ມຜູ້ໃກ້ຊິດຜູ້ຕິດເຊື້ອໄປກວດ ແລະກັກຕົວໝົດສາກ່ອນ ແມ່ນຢູ່ປາກຕ້ອງຮຽກຮ້ອງຫາເງິນແຕ່ເງິນບໍ່ສາມາດຊື້ສຸຂະພາບ ແລະຊີວິດໄດ້ ຕາບໃດທີ່ສຸຂະພາບຍັງແຂງແຮງດີເມື່ອນັ້ນຍັງສາມາດຫາເງິນໄດ້ບໍ່ສວາຍ ຢ່າຝືນເອົາຊີວິດໄປສ່ຽງຖ້າເກີດຫຍັງຂຶ້ນກັບສຸຂະພາບແລ້ວຈະໄດ້ບໍ່ຄຸ້ມເສຍ.

ເອົາເປັນວ່າເປັນກຳລັງໃຈໃຫ້ກັບທຸກຄົນທີ່ຕິດໂຄວິດ ແລະຜູ້ທີ່ກຳລັງກັກໂຕເພື່ອຕິດຕາມ ທຸກຄົນບໍຢາກໃຫ້ເປັນເມື່ອເປັນມາແລ້ວຕ້ອງທຸ່ນທ່ຽງເຮັດໃຈໃຫ້ເຂັ້ມແຂງ ທຸກຄົນຕ້ອງປອດໄພກັບສູ່ອ້ອມກອດຄອບຄົວ, ສ່ວນຜູ້ທີ່ຍັງບໍຕິດກໍຈົ່ງປະຕິບັດວິທີການດຳລົງຊີວິດປົກກະຕິແບບໃໝ່ໃຫ້ສະໝ່ຳສະເໝີ ຢ່າປະໝາດໂລກທີ່ມາແບບບໍ່ໄດ້ຄອບລາໃຜ.