ດ່ວນໆ! ຜົ້ງສາລີ ຊອກຫາໂຕ ທ້າວ ວຽງໄຊ ຜູ້ຕິດເຊື້ອໂຄວິດ-19 ບໍ່ສາມາດຕິດຕໍ່ຫາຜູ້ກ່ຽວໄດ້

ພະແນກ ສາທາລະນະສຸກ ໄດ້ອອກໜັງສືແຈ້ງການ ເພື່ອສືບຕໍ່ຕິດຕາມ ແລະ ຊອກຫາ ທ້າວ ວຽງໄຊ ອາຍຸ 20 ປີ ທີ່ຕິດເຊື້ອພະຍາດໂຄວິດ-19

ໂດຍພະແນກສາທາລະນະສຸກແຂວງ ຜົ້ງສາລີ ແຈ້ງມາຍັງຫົວຫນ້າຫ້ອງການສາທາລະນະສຸກ 7ເມືອງ ທົ່ວແຂວງຊາບວ່າ: ປະຈຸບັນ ທ້າວ ວຽງໄຊ ອາຍຸ 20 ປີ (ບໍ່ຮູ້ນາມສະກຸນ) ຂ່າວເບື້ອງຕົ້ນ ເປັນຄົນ ເມືອງ ຍອດອູ ແຂວງຜົ້ງສາລີ

ເນື່ອງຈາກວ່າ: ຜູ້ກ່ຽວໄດ້ ອອກຈາກນະຄອນຫຼວງວຽງຈັນ ແລ້ວມາເຖີງແຂວງ ອຸດົມໄຊ ວັນທີ 22 ເມສາ 2021 ໄດ້ເກັບຕົວຢ່າງກວດຫາເຊື່ອໂຄວິດ-19ຫຼັງ ຈາກນັ້ນ ບໍ່ເຫັນຜູ້ກ່ຽວເລີຍ, ວັນທີ 23 ເມສາ 2021 ຜົນກວດຊອກຫາເຊື່ອໂຄວິດ-19 ມີຜົນ(+)

ໄລຍະຜ່ານມາ ໄດ້ປະສານກັບພາກສ່ວນທີ່ກ່ຽວຂ້ອງຂອງ ເມືອງ ຍອດອູ ແລ້ວແຕ່ກໍ່ພົບວ່າມີຊື່ ທ້າວ ວຽງໄຊ ທີ່ເດີນທາງມາຈາກນະຄອນຫຼວງວຽງຈັນ

ເມື່ອເປັນແນວນັ້ນ ຈື່ງແຈ້ງມາຍັງຫ້ອງການສາທາລະນະສຸກ 7 ເມືອງ ໃຫ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແລ້ວສືບຕໍ່ ຕິດຕາມ ແລະ ຊອກຫາ ຊື່ທ້າວ ວຽງໄຊ ຕາມຂໍ້ມູນຂ້າງເທີງ ເຊິ່ງແມ່ນຄົນເມືອງໃດເມືອງໜື່ງ ຫຼື ບ້ານໃດບ້ານໜຶ່ງຂອງ ແຂວງ ຜົ້ງສາລີ

ຖ້າພົບເຫັນຜູ້ກ່ຽວ ຕາມຂໍ້ມູນດັ່ງກ່າວ ໃຫ້ແຈ້ງຫາຄະນະຮັບຜິດຊອບສະເພາະກິດໂດຍດ່ວນ,

ຖ້າພົບເຫັນຜູ້ກ່ຽວ ຕາມຂໍ້ມູນດັ່ງກ່າວ ໃຫ້ແຈ້ງຫາຄະນະຮັບຜິດຊອບສະເພາະກິດໂດຍດ່ວນ,

ຖ້າພົບເຫັນຜູ້ກ່ຽວ ຕາມຂໍ້ມູນດັ່ງກ່າວ ໃຫ້ແຈ້ງຫາຄະນະຮັບຜິດຊອບສະເພາະກິດໂດຍດ່ວນ