ຄະນະວິຊາການ ສະຫະລັດອາເມລິກາໄດ້ເດີນທາງເຂົ້າມາ ສປປ ລາວ

ໃນວັນທີ 28 ເມສາ 2021 ໜ່ວຍງານວິຊາການທະຫານ ສະຫະລັດອາເມລິກາ ທີ່ໄດ້ເດີນທາງເຂົ້າມາ ສປປ ລາວ ໂດຍເຮືອບິນ C-17 ຈໍານວນ 65 ຄົນ, ເຊິ່ງສັງຄົມກໍຄືປະຊາຊົນຈໍານວນຫລາຍໄດ້ວິພາກວິຈານໄປຕ່າງໆນານາ ມີທັງທາງບວກ ແລະທາງລົບ.

ສະນັ້ນ, ຄະນະຄຸ້ມຄອງສື່ມວນຊົນ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອສອບຖາມຂໍ້ມູນຕົວຈິງເຫັນວ່າ ຄະນະວິຊາການທີ່ເດີນທາງເຂົ້າມາແມ່ນທິມງານ MIA ເພື່ອເຂົ້າມາຂຸດຄົ້ນກະດຸກ ທະຫານສະຫະລັດອາເມລິກາ ເພື່ອມະນຸດສະທໍາ ແລະວຽກງານດັ່ງກ່າວນີ້

ກໍເຄີຍປະຕິບັດຮ່ວມກັນກັບຄະນະທາງການຝ່າຍລາວ ມາແລ້ວ ແລະການເດີນທາງມາຄັ້ງນີ້ ກໍໄດ້ປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ໃນນັ້ນຄະນະທີ່ເດີນທາງເຂົ້າມາ ສປປ ລາວ ເທື່ອນີ້ ແມ່ນຈະໄດ້ຜ່ານການກວດຂອງຄະນະແພດ ແລະ ກັກໂຕ 14 ວັນ ກ່ອນລົງປະຕິບັດງານຕົວຈິງ.

ດັ່ງນັ້ນ, ຂໍໃຫ້ສັງຄົມ ຢ່າແຕກຕື່ນ ແລະເສບຂ່າວຢ່າງມີສະຕິ ແລະຂໍໃຫ້ຕິດຕາມແຫລ່ງຂ່າວທີ່ເປັນທາງການເທົ່ານັ້ນ.
ໂດຍ: ວິທະຍຸກະຈາຍແຫ່ງຊາດລາວ