ລາຍງານດ່ວນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໜອງແຕ່ງ ຕະຫຼາດລາວ-ອົດຊີ ໃຜໄດ້ໄປໃກ້ຊິດໃຫ້ໄປກວດ ແລະ ກັກໂຕດ່ວນ

ວັນທີ່ 22/04/2021 ຈາກການລາຍງານຂອງຜູ້ຕິດເຊື້ອເອງຄົນ ຊຽງຂວາງ ໄດ້ມາອາໄສຂາຍເຄື່ອງຢູ່ຕະຫຼາດສົດລາວ-ອົດຊີດົນແລ້ວ ໄດ້ບອກວ່າຜົນກວດໄດ້ອອກມາແລ້ວ ຜົນອອກມາເປັນບວກ(+) ແລ້ວຍັງເຕືອນຄົນໃກ້ຊິດທາງຫຼາຍທີ່ຢູ່ໃກ້ໄດ້ສຳພັດຕົນໃຫ້ກັກໂຕແນ່ເດີ້ ຂໍໃຫ້ທຸກຄົນປອດໄພເດີ້

ແລະ ໃນວ່າງແລງຂອງມື້ນີ້ໄດ້ມີລົດຂອງໂຮງໝໍໄດ້ມາຮັບເອົາຜູ້ກ່ຽວໄປປິ່ນປົວຢູ່ທີ່ໂຮງໝໍ ມິດຕະພາບ 150 ຕຽງ ແລະ ສືບຕໍ່ຫາຜູ້ໃກ້ຊິດຢ່າງຮີບດ່ວນ

ສ່ວນທາມລາຍ ກໍ່ຮູ້ພຽງເທົ່ານີ້ ລາຍລະອຽດ ຈະມາລາຍງານພາຍຫຼັງ

.

ສ່ວນຢູ່ຕະຫລາດສົດ ລາວ-ອົດຊີ ຫນອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃນມື້ນີ້ 22/04/2021 ກໍ່ມີພໍ່ຄ້າ ແມ່ຄ້າ ມາຂາຍເຄື່ອງປົກກະຕິ ແຕ່ບໍ່ມີລູກຄ້າມາຊື້ປານໃດ

ເຫັນວ່າພໍ່ຄ້າ-ແມ່ຄ້າຊາວຂາຍກໍຍັງຄ້າຂາຍເປັນປົກກະຕິ ແຕ່ພາບບັນຍາກາດຈະມິດງຽບ

ເນື່ອງຈາກນະຄອນຫລວງວຽງຈັນໄດ້ປິດການເຂົ້າ-ອອກເມືອງ ຈົນຮອດວັນທີ 05/05/2021.

ພາບຖ່າຍ: ວັນທີ 22/04/2021