ເຊັກດວ່ນ ໃຜມັກໄປຫຼິ້ນຮ້ານບັນເທິງຮ້ານນີ້ ທ່ານຕົກໃນກຸ່ມສ່ຽງແລ້ວ ໄປກວດຫາເຊື່ອດ່ວນ.

ຂໍ້ມູນເບື້ອງຕົ້ນກໍລະນີຢັ້ງຢືນ 059

– ເພດຍິງ, ອາຍຸ 25 ປີ, ສັນຊາດລາວ, ອາຊີບ: ນັກສຶກສາ, ແຕ່ຜູ້ກ່ຽວເຮັດຮ້ານອາຫານ Funny89 ເລີ້ມເປີດແຕ່ວັນທີ 27 ກຸມພາ 2021 

  ຈົນຮອດວັນທີ 13 ເມສາ 2021; ແຕ່ຜູ້ກ່ຽວ ໄດ້ປິດຮ້ານອາການ Funny89, ແຕ່ວັນທີ 14-30 ເມສາ 2021 ໂດຍອີ່ງໃສ່ແຈ້ງການ

  ກະຊວງຖະແຫຼ່ງຂ່າວວັດທະນາທໍາ ເພື່ອປ້ອງກັນບໍ່ໃຫ້ມີການລະບາດຂອງພະຍາດໂຄວິດ-19, ສະບັບເລກທີ 337/ຖວທ, ລົງວັນ

  ທີ 13 ເມສາ 2021; ມີພະນັກງານທັງໜົດ………..ຄົນ (ຜູ້ຈັດການກໍາລັງເອົາຂໍ້ມູນໃຫ້); ພະນັກງານນອນຢູ່ຮ້ານ ຈໍານວນ 05 ຄົນ 

  ແລະ ສ່ວນພະນັກງານເສີບ ແມ່ນກັບບ້ານນອນຢູ່ເຮືອນໃຜລາວ.

– ບ້ານຢູ່ປະຈຸບັນ: ບ້ານໂພນສະຫວ່າງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ (ຂໍອະນຸຍາດບໍ່ບອກສະຖານທີຜູ້ກ່ຽວ)

– ຜູ້ກ່ຽວບໍ່ມີພະຍາດປະຈໍາຕົວ ແລະ ເປັນຄົນມີສຸຂະພາບແຂງແຮງ

– ມີອາການໄຂ້, ໄອ, ເມື່ອຍ ແລະ ຖອກທ້ອງ 

ວັນທີ 07 ເມສາ 2021

  • ໝູ່ 02 ຄົນ ຂອງເອອື້ຍຮັກ ໄດ້ເດີນທາງມາແຕ່ປະເທດໄທ ດ້ວຍເຮືອຂ້າມມາແບບຜິດກົກໜາຍ ແລະ ພັກຢູ່ແຂວງສະຫັວນນະເຂດ (ຜູ້ກ່ຽວຈະປະສານງານເອົາຂໍ້ມູນກັບເອອື້ຍຮັກໃຫ້ຕື່ມທາງເຟດບຸກ)
  • ທັງສາມ (ເອອື້ຍຮັກ ເປັນຄົນລາວ ແລະ  ໝູ່ຂອງເອອື້ຍຮັກສອງຄົນ ເປັນຄົນໄທ (ເພດຊາຍ)) ໄດ້ຂີ່ລົດເມ ຈາກແຂວງສະຫັວນນະເຂດ ມາຮອດນະຄອນຫລວງວຽງຈັນ  ເວລາ 05:00 ໂມງເຊົ້າ ຂອງວັນທີ 08 ເມສາ 2021 ຕໍ່ມາໄດ້ໄປຮ້ານ Karaoke8118 (ຕັ້ງຢູ່ບ້ານຮ່່ອງໄກ່ແກ້ວ, ເມືອງຈັນທະບູລີ) ແລະ ຫຼັງຈາກນັ້ນ ໄດ້ເຂົ້າພັກຢູ່ໂຮງແຮມເຈືອງ 2 (Cheuang2 Hotel) ຂື້ນກັບບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ

ວັນທີ 08 ເມສາ 2021

  • ຕອນແລງ ໄດ້ມາຮັບທັງສາມຄົນ ຢູ່ໂຮງແຮມເຈືອງ 2 ແລ້ວໄປກິນເຂົ້າຢູ່ຮ້ານອາຫານ Funny89 ຕັ້ງຢູ່ບ້ານທ່າສະຫວ່າງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ  ແລະ ຮ້ານດັ່ງກ່າວ ເປັນຂອງຜູ້ກ່ຽວ.

ວັນທີ 09 ເມສາ 2021

  • ເວລາ 15:00-16:00 ໂມງ, ຜູ້ກ່ຽວ ໄດ້ໄປຮັບທັງສາມຄົນ ຢູ່ໂຮງແຮມເຈືອງ 2 ໄປວັດສີເມືອງ ແລະ ຫຼັງຈາກນັ້ນ ໄປສົ່ງທັງສາມຄົນ ຢູ່ໂຮງແຮມເຈືອງ 2.
  • ເວລາ 17:00-18:30 ໂມງ, ຜູ້ກ່ຽວ ໄດ້ໄປຮຽນພາສາອັງກິດ ຢູ່ Vientiane Colleague  ແລ້ວກັບບ້ານ
  • ຈົນມາຮອດເວລາ 20:00 ໂມງ, ຜູ້ກ່ຽວ ໄດ້ໄປຮັບທັງສາມຄົນ ຢູ່ໂຮງແຮມເຈືອງ 2 ເພື່ອມາກິນເຂົ້າຢູ່ຮ້ານອາຫານ Funny89 ແລະ ໃຊ້ເວລາ ຢູ່ນໍາກັນ ແຕ່ 21:30 ໂມງ ຈົນຮອດເວລາປິດຮ້ານ (ເວລາ 24:00 ໂມງ) ແລະ ໄດ້ໄປສົ່ງທັງສາມຄົນ ຢູ່ໂຮງແຮມດັ່ງກ່າວ, ຕໍ່ມາກໍ່ບໍ່ຮູ້ວ່າທັງສາມຄົນໄປໃສ່ແນ່ 

ວັນທີ 10 ເມສາ 2021

  • ຜູ້ກ່ຽວ ບໍ່ໄດ້ໄປພົບທັງສາມຄົນ  ຢູ່ໂຮງແຮມເຈືອງ 2 ແລະ ບໍ່ຮູ້ວ່າທັງສາມຄົນໄປໃສ່ແນ່ (ຕອນນີ້ກໍາລັງປະສານງານເອົາຂໍ້ມູນໃຫ້ຢູ່)

ວັນທີ 11 ເມສາ 2021

  • ໃນຕອນເຊົ້າຜູ້ກ່ຽວ ບໍ່ຮູ້ວ່າທັງສາມຄົນໄປໃສ່ ແລະ ຕອນກາງເດິກ ທັງສາມຄົນໄປ What Club ຈົນຮອດເວລາ 00:00 ໂມງ ຂອງວັນທີ 11​ ເມສາ 2021 ແລະ ຜູ້ກ່ຽວບໍ່ໄດ້ໄປນໍາທັງສາມຄົນ ມີແຕ່ສົ່ງຮູບມາໃຫ້ເບີ່ງລວມທັງວິດີໂອ ຊື່ງຢູ່ໂຕະດຽວກັນ ມີ 04 ຄົນ (ຍິງ 02 ຄົນ ແລະ ຊາຍ 02 ຄົນ) ແລະ ຕໍ່ມາ ແມ່ນໄປຮ້ານ Karaoke8118 ໃກ້ກັນກັບ What Club ແລະ ກໍ່ບໍ່ໄດ້ສົ່ງຮູບຫັຍງມາໃຫ້ເບີ່ງອີກເລີຍ. 

ວັນທີ 12 ເມສາ 2021

  • ໃນຕອນເຊົ້າ ແມ່ນບໍ່ໄດ້ໄປພົບກັນທັງສາມຄົນ
  • ເວລາ 13:00 ໂມງ,  ຜູ້ກ່ຽວ ໄດ້ໄປຮັບທັງສາມຄົນ ຢູ່ໂຮງແຮມເຈືອງ 2 ແຕ່ວ່າໝູ່ຂອງເອອື້ຍຮັກອີກ 01 ຄົນ ບໍ່ໄດ້ໄປນໍາ ຍ້ອນວ່າບໍ່ສະບາຍ
  • ເວລາ 15:00-16:00 ໂມງ, ໄດ້ພາທັງສາມຄົນໄປນວດຢູ່ຮ້ານ 1111 ຢູ່ແຖວທະນາຄານອິນໂດໄຊນາ
  • ເວລາ 16:30-17:30 ໂມງ ໄດ້ອອກຈາກຮ້ານນວດ 1111 ແລ້ວພາກັນໄປກິນເຂົ້າປຽກໄກ່ຜ້ໂອກ ໃນປໍ້ານໍ້າມັນສີບຸນເຮືອງ ໃຊ້ເວລາ ປະມານ 01 ຊົ່ວໂມງ ແລະ ຫຼັງຈາກນັ້ນ ກໍ່ໄປສົ່ງເອອື້ຍັຮກ ແລະ ໝູ່ຂອງລາວ
  • ເວລາ 21:30​ ໂມງ, ຜູ້ກ່ຽວໄດ້ໄປຮັບເອອື້ຍຮັກ ຢູ່ໂຮງແຮມເຈືອງ 2 ແລະ ທັງສອງຄົນໄດ້ກິນຈີ້ປາມຶກຂາຍຢູ່ແຄມທາງທົ່ງຂັນຄໍາ ຕໍ່ໜ້າດັບເພີ້ງ ແລະ ໃຊ້ເວລາ ປະມານ 01 ຊົ່ວໂມງ ແລະ ອີກສອງຄົນ ບໍ່ໄດ້ໄປນໍາ ຍ້ອນບໍ່ສະບາຍ), ຫຼັງຈາກກິນປາມຶກແລ້ວ ກໍ່ໄດ້ໄປສົ່ງ ຢູ່ໂຮງແຮມເຈືອງ 2 ແລະ ບໍ່ໄດ້ພົບກັນອີກເລີຍ

ວັນທີ 13 ເມສາ 2021

  • ຜູ້ກ່ຽວ ບໍ່ໄດ້ເຈິກັນອີກເລີຍ ຍ້ອນວ່າໝູ່ເອອື້ຍຮັກທັງສອງຄົນບໍ່ສະບາຍ ມີອາການໄຂ້, ເມື່ອຍ 

ວັນທີ 14-15 ເມສາ 2021

  • ຜູ້ກ່ຽວ ກໍ່ບໍ່ໄດ້ເຈິທັງສາມຄົນ ແລະ ຜູ້ກ່ຽວຮູ້ສຶກມີອາການເມື່ອຍ 

ວັນທີ 16-17 ເມສາ 2021 

  • ຜູ້ກ່ຽວບໍ່ໄດ້ໄປສົ່ງທັງສາມຄົນ ແລະ ບໍ່ຮູ້ວ່າທັງສາມຄົນ ອອກຈາກໂຮງແຮມເຈືອງ 2 ໄປດ້ວຍວິທີໃດ ຊື່ງຂີ່ລົດກາຍບ້ານໜາກນາວ ແລ້ວມາຂື້ນເຮຶອໄປທ່າບໍ່, ແຂວງໜອງຄາຍ, ປະເທດໄທ
  • ເວລາ 06:30 ໂມງເຊົ້າ, ຜູ້ກ່ຽວໄດ້ຮັບໂທລະສັບ ຈາກເອື້ອຍຮັກວ່າທັງສາມຄົນຕິດເຊື້ອພະຍາດໂຄວິດ-19 ແລະ ໝູ່ຂອງເອອື້ຍຜູ້ໜື່ງມີອາການໜັກ 
  • ເວລາ 11:00 ໂມງ, ພໍ່ແມ່ ມາຫາຜູ້ກ່ຽວ ຢູ່ເຮືອນ ແຕ່ຜູ້ກ່ຽວກໍ່ໃສ່ mask ຢູ່ຫ່າງກັນ ໃຊ້ເວລາບໍ່ດົນ ແລະ ອີກຢ່າງຜູ້ກ່ຽວຮູ້ສຶກບໍ່ສະບາຍ. ປົກກະຕິ ພໍ່ແມ່ ຈະຢູ່ເຮືອນຫຼັງນື່ງຕ່າງຫາກ ແລະ ຜູ້ກ່ຽວກໍ່ຢູ່ຫຼັງນື່ງຕ່າງຫາກ ຢູ່ຜູ້ດຽວ
  • ເວລາ 16:00 ໂມງ, ຜູ້ກ່ຽວໄດ້ເດີນທາງໄປກວດຢູ່່ໂຮງໝໍລາວຫວຽດ ດ້ວຍອາການໄຂ້, ໄອ, ເມື່ອຍ, ຖອກທ້ອງ ຊື່ງທ່ານມໍບົ່ງມະຕິວ່າມີເຊື້ອແບັດທິເລຍໃນກະເພາະລໍາໄສ້ ເລືອດຕິດເຊື້ອ ພູມຕ້ານທານຕໍ່າ ແລະ ໃຫ້ຢາຈໍານວນໜື່ງມາກິນຢູ່ບ້ານ ແລ້ວອາການດີຂື້ນ

ວັນທີ 18 ເມສາ 2021 

  • ຜູ້ກ່ຽວ ຢູ່ແຕ່ບ້ານ ບໍ່ໄດ້ໄປໃສ່

ວັນທີ 19 ເມສາ 2021

  • ເວລາ 12:00-13:00 ໂມງ, ຜູ້ກ່ຽວ ໄດ້ໄປກິນເຂົ້າຢູ່ເຮືອນໝູ່ຂອງຜູ້ກ່ຽວ ມີ 03 ຄົນ ລວມທັງຜູ້ກ່ຽວ
  • ມາຮອດເວລາ 15:30 ໂມງ, ຜູ້ກ່ຽວຮູ້ສຶກມີອາການອ່ອນເພຍເລັກນ້ອຍ ຈື່ງໄດ້ມາກວດຢູ່ໂຮງໝໍມິດຕະພາບ ໄດ້ເກັບຕົວຢ່າງ ແລະ ໄດ້ແຍກປ່ຽວຜູ້ກ່ຽວ ຈົນກວ່າຜົນກວດຈະອອກ
  • ເວລາ 19:51 ໂມງ, ຜົນກວດອອກມາພົບເຊື້ອ COVID-19 
  • ປະຈຸບັນນີ້ຄົນເຈັບ, ນອນຕິດຕາມ, ປີ່ນປົວ ແລະ ແຍກປ່ຽວ ຢູ່ໂຮງໝໍມິດຕະພາບ

ຂໍ້ມູນຂອງຜູ້ສຳຜັດໃກ້ຊິດໃນເບື້ອງຕົ້ນ:

  • ກຸ່ມສໍາຜັດໃກ້ຊິດທັງໜົດ ມີຈໍານວນ 35 ຄົນ, ມື້ອື່ນ ຈະໄດ້ໄປເກັບຕົວຢ່າງ ຢູ່ໂຮງໝໍມິດຕະພາບ, ລາຍລະອຽດດັ່ງລຸ່ມນີ້:

– ກິນເຂົ້າຢູ່ເຮືອນໝູ່ຈໍານວນ 02 ຄົນ 

– ພະນັກງານນອນ ຢູ່ຮ້ານ Funny89ຈໍານວນ 05 ຄົນ 

– ສ່ວນພະນັກງານເສີບ ກັບບ້ານ ຈໍານວນ….. ຄົນ

– ຮ້ານນວດ 111  ຈໍານວນ 13 ຄົນ 

– ຮ້ານ Karaoke8118  ຈໍານວນ……………ຄົນ 

– ກິນເຂົ້າປຽກໄກ່ຜ້ໂອກ ໃນປໍ້ານໍ້າມັນສີບຸນເຮືອງ  ຈໍານວນ……………ຄົນ

– ຜູ້ຂາຍ ຈີ້ປາມຶກຂາຍຢູ່ແຄມທາງທົ່ງຂັນຄໍາ ຕໍ່ໜ້າດັບເພີ້ງ ຈໍານວນ……………ຄົນ

– ໂຮງແຮມເຈືອງ 2  ຈໍານວນ……………ຄົນ

– ບ້ານພັກ ຢູ່ແຂວງສະຫັວນນະເຂດ  ຈໍານວນ……………ຄົນ

– ຂັບລົດ ໄປສົ່ງຢູ່ທ່າເຮຶອທ່າບໍ່  ຈໍານວນ…………… ຄົນ

– ຜູ້ໂດຍສານຮ່ວມເດີນທາງຈາກແຂວງສະຫັວນະເຂດບວຽງຈັນ ຈໍານວນ…………… ຄົນ

– ຮຽນພາສາອັງກິດ ຢູ່ Vientiane Colleague ຈໍານວນ…………… ຄົນ