ເຫດລັກລົດກູ້ໄພ 1623 ຫວັງຢາກສະບາຍ ສຸດທ້າຍຖືກກັກຕົວ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ເຫດລັກລົດກູ້ໄພ 1623 ຫວັງຢາກສະບາຍ ສຸດທ້າຍຖືກກັກຕົວ

Published

on

ໃນຕອນເຊົ້າ 29 ພຶດສະພາ 2020, ເຈົ້າໜ້າທີ່ໜ່ວຍງານສອບສວນຄະດີອາຍາ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ: ໃນຄັ້ງວັນທີ 21 ພຶດສະພາ 2020 ເຈົ້າໜ້າທີ່ໜ່ວຍງານຄົ້ນຄວ້າສັງລວມຫ້ອງການພະແນກຕໍາຫຼວດ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກທ້າວ ທັກສິນ ຂຸນນະເສນ ອາຍຸ 32 ປີ ອາຊີບ ພະນັກງານ ຢູ່ບ້ານ ທ່າພະ ເມືອງຫາດຊາຍຟອງ ນວ, ຕາງໜ້າໃຫ້ຫ້ອງມູນນິທິຊ່ວຍເຫຼືອຄົນທຸກຍາກ ມາແຈ້ງຄວາມເຈົ້າໜ້າທີ່ວ່າ: ໃນເວລາປະມານ 4:00 ໂມງເຊົ້າ ຂອງວັນທີ 21 ພຶດສະພາ 2020 ໄດ້ມີຄົນຮ້າຍ 1 ຄົນ ລັກເອົາລົດກະບະລີໂວ້ ປ້າຍທະບຽນ ກດ 1623 ກໍາແພງນະຄອນ ເຊິ່ງເປັນລົດຂອງຫ້ອງການມູນນິທິຊ່ວຍເຫຼືອຄົນທຸກຍາກ ທີ່ຈອດໄວ້ແຄມທາງຕໍ່ໜ້າຫ້ອງການ ຢູ່ບ້ານສະພັງເມິກ ເມືອງໄຊທານີ ນວ

ຫຼັງຈາກນັ້ນ ເຈົ້າໜ້າທີ່ຈິ່ງໄດ້ອອກຕິດຕາມຈົນຮອດ ເວລາ 13:00 ໂມງ ຈິ່ງໄດ້ຮັບແຈ້ງຈາກເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ວ່າສາມາດຈັບຕົວຄົນຮ້າຍ ແມ່ນທ້າວ ໄຈ ອາຍຸ 28 ປີ ອາຊີບ ເຮັດນາ ບ້ານສະພັງເມິກ ເມືອງໄຊທານີ ນວ. ດັ່ງນັ້ນ, ເຈົ້າໜ້າທີ່ໜ່ວຍງານສອບສວນຄະດີອາຍາ ປກສ ເມືອງໄຊທານີ ນວ ຈິ່ງໄດ້ລົງໄປຈັບຕົວຜູ້ກ່ຽວ ມາດໍາເນີນຄະດີ.


ຜ່ານການສອບສວນ ທ້າວໄຈ (ຜູ້ຖືກຫາ) ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ໃນເວລາປະມານ 11:00 ໂມງ ຂອງວັນທີ 15 ພຶດສະພາ 2020 ໄດ້ລັດຂໍຂີ່ລົດຂົນສົ່ງເບຍແຕ່ບ້ານຊຽງລື ເມືອງບໍລິຄັນ ແຂວງບໍລິຄໍາໄຊ ເພື່ອມາຊອກເຮັດວຽກຢູ່ນະຄອນຫຼວງວຽງຈັນ ແຕ່ລົດຂົນສົ່ງເບຍຂຶ້ນມາຮອດແຕ່ ບ້ານໂພນໄຊ ເມືອງບໍລິຄັນ ແຂວງບໍລິຄໍາໄຊ; ຕໍ່ມາ ຜູ້ກ່ຽວ ໄດ້ລັດລົດສົ່ງຊີມັງ ເພື່ອຂໍຂີ່ໃຫ້ຮອດນະຄອນຫຼວງວຽງຈັນ; ຕໍ່ຈາກນັ້ນ ຜູ້ກ່ຽວ ໄດ້ມາລົງລົດຢູ່ລະຫວ່າງໄຟອໍານາດ ດົງໂດກ ແລ້ວຍ່າງໄປພັກຢູ່ຄິວລົດເມສາຍໃຕ້.

ຕົກມາຮອດເວລາປະມານ 4:00 ໂມງເຊົ້າ ຂອງວັນທີ 21 ພຶດສະພາ 2020 ຜູ້ກ່ຽວເຫັນລົດກະບະລີໂວ້ ປ້າຍທະບຽນ ກດ 1623 ກໍາແພງນະຄອນ ຈອດໄວ້ແຄມທາງ ຈຶ່ງແນມເຂົ້າໄປພາຍໃນຫ້ອງຂັບເຫັນກະແຈລົດສຽບຄາຮູກະແຈລົດ ຈິ່ງເກີດມີແນວຄິດຢາກລັກລົດຄັນດັ່ງກ່າວ ເພື່ອຂັບຂີ່ກັບບ້ານ

ສະນັ້ນ ຜູ້ກ່ຽວຈິ່ງຫາວິທີລັກ ໂດບໄດ້ໄຂປະຕູລົດເບື້ອງຊ້າຍເຂົ້າໄປຫ້ອງຂັບ ພ້ອມບິດກະແຈຕິດຈັກລົດ ແລ້ວຂັບຂີ່ມຸ່ງໜ້າເມື່ອບ້ານຊຽງລື ເມືອງບໍລິຄັນ ແຂວງບໍລິຄໍາໄຊ, ເມື່ອຂັບຂີລົດໄປຮອດບ້ານ ຜາເມືອງ ແຂວງບໍລິຄໍາໄຊ, ຜູ້ກ່ຽວໄດ້ຂັບລົດແຊງລົດກະບະຮຸນໄດ ແຕ່ແຊງບໍ່ພົ້ນເຮັດໃຫ້ທ້າຍລົດຜູ້ກ່ຽວຂັບຂີ່ມາດາດເອົາຫົວລົດກະບະຮຸນໄດ ເມື່ອເປັນແນວນັ້ນ ຜູ້ກ່ຽວໄດ້ຂັບລົດໄປຕໍ່ ບໍ່ຍອມຈອດເບິ່ງ ຈິ່ງເຮັດໃຫ້ເຈົ້າຂອງລົດກະບະຮຸນໄດຂັບຂີ່ໄລ່ຕາມ

ດ້ວຍຄວາມຢາກເອົາຕົວຫຼົບໜີ ຜູ້ກ່ຽວໄດ້ຂັບຂີ່ລົດດ້ວຍຄວາມໄວ ເຮັດໃຫ້ລົດເກີດອຸປະຕິເຫດພິກຂວໍ້າລົງຂ້າງທາງ ສຸດທ້າຍ ຈິ່ງຖືກເຈົ້າໜ້າທີ່ ຈັບຕົວມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ໄດ້ລາຍງານໃຫ້ອົງການໄອຍະການປະຊາຊົນເຂດ II ນະຄອນຫຼວງວຽງຈັນ ເພື່ອຂໍຄໍາສັ່ງກັກຂັງພາງ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນທັນວາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 1
2345678
9101112131415
16171819202122
23242526272829
3031  

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້