ຂ່າວດ່ວນ ອີກແລ້ວເກີດອຸປະຕິເຫດຢູ່ທາງດ່ວນວຽງຈັນ-ວັງວຽງ.

ໃນວັນທີ​ 9​ ເມສາ​ 2021​ ເວລາ​ປະມານ 19:52​ ນາທີ ໄດ້ເກີດອຸປະຕິເຫດຢູ່ເທິງທາງດ່ວນວຽງຈັນ-ວັງວຽງ, ລະຫວ່າງສະຖານີນະຄອນຫຼວງ-ບ້ານບົວ ມີລົດເກັງສີຂາວຄັນໜຶ່ງໄດ້ປະສົບອຸປະຕິເຫດຕຳເຂົ້າກັບຮົ້ວກັ້ນຂອງສະຖານີເກັບເງິນນາຊອນ, ໃກ້ກັບຈຸດກິໂລແມັດທີ K11+730 ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ແຕ່ລົດໄດ້ຮັບຄວາມເສຍຫາຍຫລາຍສົມຄວນ.

.

ພາຍຫລັງເກີດເຫດ ຕຳຫຼວດຈະລາຈອນ ແລະ​ ພະນັກງານບໍລິຫານຄຸ້ມຄອງທາງດ່ວນໄດ້ໄປກວດສອບຈຸດເກີດເຫດ ເບື່ອງຕົ້ນຮູ້ວ່າສາເຫດພາໃຫ້ເກີດອຸປະຕິເຫດຄັ້ງນີ້ແມ່ນອີງຕາມການໃຫ້ການຂອງຜູ້ຂັບຂີ່ສາລະພາບວ່າໄດ້ດື່ມສິ່ງມຶນເມົາແລ້ວຂັບລົດ.