ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີກະຊວງການເງິນຄົນໃໝ່

ໃນວັນທີ 6 ເມສາ 2021 ທີ່ກະຊວງການເງິນ ໄດ້ມີພິທີມອບ-ຮັບລັດຖະມົນຕີ ກະ ຊວງການເງິນຜູ້ເກົ່າ ແລະ ຜູ້ໃໝ່ ລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງການເງິນ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ພະນັກງານຫລັກແຫລ່ງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.


ໃນພິທີ ທ່ານ ນາງ ວິໄລວັນ ເພັງສະຫວັດ ໄດ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານບັນດານິກຳຕ່າງໆ ເປັນຕົ້ນແມ່ນ ລັດຖະດຳລັດປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 120/ປປທ ລົງວັນທີ 24 ມີນາ 2021 ວ່າດ້ວຍການອອກພັກການ-ຮັບອູດໜູນບຳນານ ໂດຍອະນຸມັດໃຫ້ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ອອກພັກການ-ຮັບອຸດໜູນບຳນານ; ລັດຖະດຳລັດປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 135/ປປທ ລົງວັນທີ 29 ມີນາ 2021 ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີ ກະຊວງການເງິນ ໂດຍແຕ່ງຕັ້ງໃຫ້ທ່ານ ບຸນໂຈມ ອຸບົນປະເສີດ ເປັນລັດຖະມົນຕີ ກະຊວງການເງິນ (ຜູ້ໃໝ່) ແລະ ດຳລັດຂອງນາຍົກລັດຖະມົນຕີ ເລກທີ 285/ນຍ ລົງວັນທີ 2 ເມສາ 2021 ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງການເງິນ ໂດຍແຕ່ງຕັ້ງ ທ່ານ ບຸນປອນ ວັນນະຈິດ ເປັນຮອງລັດຖະມົນຕີ ກະຊວງການເງິນຜູ້ໃໝ່.

ໃນພິທີໄດ້ຮັບຟັງການໂອ້ລົມ ຈາກ ທ່ານ ພັນຄຳ ວິພາວັນ ເຊິ່ງທ່ານໄດ້ກ່າວບາງຕອນວ່າ: ກະຊວງການເງິນ ແມ່ນກະຊວງໜຶ່ງທີ່ສຳຄັນ ເປັນເສນາທິການໃຫ້ລັດຖະບານ ໃນການຄຸ້ມຄອງວຽກງານການເງິນ ແລະ ງົບປະມານແຫ່ງລັດ, ຂຸດຄົ້ນແຫລ່ງລາຍຮັບເຂົ້າງົບປະມານ ເພື່ອຮັບໃຊ້ໃຫ້ແກ່ການເຄື່ອນໄຫວວຽກງານຂອງກົງຈັກພັກ-ລັດ, ຮັບໃຊ້ໃຫ້ແກ່ການພັດທະນາປະເທດ; ໃຫ້ເພີ່ມທະວີຂຸດຄົ້ນທຸກແຫລ່ງລາຍຮັບທີ່ບົ່ມຊ້ອນພາຍໃນ ແລະ ສ້າງຖານລາຍຮັບໃໝ່ທີ່ໝັ້ນຄົງ ເພື່ອເກັບລາຍຮັບເຂົ້າງົບປະມານໃຫ້ນັບມື້ເພີ່ມ; ສຸມທຸກກຳລັງໃນການຫັນການເງິນເປັນທັນສະໄໝ; ຮັບປະກັນການຈັດຕັ້ງປະຕິບັດການຈັດເກັບລາຍຮັບ ແລະ ການຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິຜົນສູງກວ່າເກົ່າ;

ເພີ່ມທະວີການຊີ້ນຳຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດປະຈຳປີ 2021; ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຂອງຖັນແຖວພະນັກງານ; ປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເພື່ອຕອບສະໜອງກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ; ເພີ່ມທະວີການປະຕິບັດວິໄນການເງິນ ໃຫ້ມີຄວາມເຂັ້ມງວດ ໂດຍສະເພາະເອົາໃຈໃສ່ຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານໃຫ້ເຂັ້ມງວດ ບໍ່ຈ່າຍນອກແຜນສ້າງໜີ້ສິນຄຸມເຄືອ ທີ່ຈະກະທົບຕໍ່ສະຖຽນລະພາບທາງດ້ານເສດຖະກິດການເງິນ ແລະ ເງິນຕາຂອງພວກເຮົາ;

ສືບຕໍ່ແກ້ໄຂສະພາບປະກົດການຫຍໍ້ທໍ້ພາຍໃນຂະແໜງການເງິນ ຕ້ານຄວາມບໍ່ໂປ່ງໃສ; ແກ້ໄຂການສໍ້ລາດບັງຫລວງຂອງພະນັກງານການເງິນ ແລະ ການສວຍໂອກາດຍາດເອົາຜົນປະໂຫຍດສ່ວນຕົວ ແນວຄິດຄອງຄອຍແກ້ໄຂບັນຫາທີ່ແກ່ຍາວ ຄື ການແກ້ໄຂບັນຫາຄົນເຫລືອບໍ່ພໍ ປະສິດທິພາບການເຮັດວຽກຕ່ຳ ຄາດຄວາມກະຕືລືລົ້ນ ຂາດລະບຽບວິໄນ ແລະ ອື່ນໆ.

ຂ່າວ ສົມຫວັງ
ພາບ ເກດສະໜາ