ຂ່າວພາຍໃນ
ການກໍ່ສ້າງຕ້ານເຈື່ອນແຄມຂອງນະຄອນໄກສອນ ຈະສໍາເລັດ 100% ໃນຕົ້ນປີ 2021 ໃຫັສໍາເລັດ

ໃນວັນທີ 28 ພຶດສະພາ 2020 ຜ່ານມານີ້, ທ່ານ ປອ ແສງທອງ ວັງແກ້ວມະນີ ເຈົ້ານະຄອນ ໄກສອນ ພົມວິຫານ ພ້ອມຄະນະນໍາໂຄງການ ແລະ ທີ່ປືກສາໂຄງການພັດທະນາຕົວເມືອງຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ອະນຸພາກພື້ນແມ່ນ້ຳຂອງ ແຂວງສະຫວັນະເຂດ ຫຼື GMS ພ້ອມພາກສ່ວນ ກ່ຽວຂ້ອງໄດ້ລົງຢ້ຽມຢາມ ແລະ ຕິດຕາມເບິ່ງຄວາມຄືບ ໜ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງຕ້ານເຈື່ອນແຄມຂອງ.

ທ່ານ ຄໍາຟອງ ວໍລະບຸດ ຮອງຜູ້ອໍານວຍການບໍລິສັດ ລາວມີໄຊກໍ່ສ້າງໄດ້ໃຫ້ຮູ້ວ່າ: ໂຄງການຕ້ານເຈື່ອນແຄມ ແມ່ນໍ້າຂອງແມ່ນ 1 ໃນ 7 ກິດຈະກໍາຂອງໂຄງການ GMS ທີ່ໄດ້ເລີ່ມລົງມືກໍ່ສ້າງມາທັງໜົດ 4,5 ລ້ານກວ່າໂດລາສະຫະລັດ ໂດຍແມ່ນບໍລິສັດລາວ ມີໄຊກໍ່ສ້າງຈໍາກັດເປັນຜູ້ຮັບເໝົາການກໍ່ສ້າງ, ປະກອບມີ 2 ວຽກໃຫຍ່ຄື: ວຽກກໍ່ສ້າງ ກັນເຈື່ອນແຄມຂອງໃນລວງຍາວທັງໜົດ 980 ແມັດ ເລີ່ມຈາກທ່າບັກເກົ່າລຽບລົງໄປ ຕາມລໍາແມ່ຂອງໂດຍຈະໄດ້ມີການຖົມດິນຊາຍອອກ ຈາກຂອບທາງອອກໄປ 50 ແມ້ດ ແລະ ລຽງຫີນລຽບຕາມແຄມຂອງ ເຊິ່ງມີບໍລິມາດຊາຍ ຖົມທັງໜົດ 246.717 ແມັດກ້ອນ

ພ້ອມວຽກຕົບແຕ່ງຄວາມງາມໜ້າເດີ່ນດ້ວຍເບຕົງລວດລາຍ, ມີສວນດອກໄມ້,ມີບ່ອນຫັດກາຍ,ມີຈຸດນັ່ງຊົມວິນ-ນັ່ງເບິ່ງເຮືອຊ່ວງ ແລະ ມີຮ້ານຄ້າຂາຍເຄື່ອງ ເຊິ່ງໜ້າວຽກນີ້ແມ່ນໄດ້ສໍາເລັດແລ້ວ 75 ກວ່າສ່ວນຮ້ອຍ; ສ່ວນໜ້າວຽກທີ 2 ແມ່ນການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກຄວາມຍາວ 980 ແມັດຕາມຄວາມຍາວກັນເຈື່ອນ, ມີໜ້າທາງກວ້າງ 7 ແມັດ,ມີທາງຍ່າງສອງຂ້າງທາງ ແລະ ບ່ອນຈອດລົດສະເພາະ ປະຈຸບັນໄດ້ສໍາເລັດກໍ່ສ້າງແລ້ວ 95 ກວ່າສ່ວນຮ້ອຍ ສໍາລັບວຽກທີ່ຍັງຄ້າງຄາແມ່ນ ຈຸດນັ່ງຊົມວິວ-ນັ່ງເບິ່ງເຮືອຊ່ວງ,ຮ້ານຄ້າ,ກໍ່ສ້າງຫ້ອງນໍ້າ,ການຕົບແຕ່ງປະດັບດາ,ປູກຫຍ້າ ແລະ ລະບົບໄຟຟ້າຕ່າງໆຄາດວ່າຈະສໍາເລັດຕາມແຜນທີ່ວາງໄວ້ໃນຕົ້ນປີ 2021 ໃຫັສໍາເລັດ 100%.

ໂອກາດນີ້,ທ່ານເຈົ້ານະຄອນໄກສອນ ພົມວິຫານ ກໍ່ໄດ້ລົງສໍາຫຼວດເບິ່ງ ຄວາມຄືບໜ້າຕົວຈິງຂອງການ ກໍ່ສ້າງໃນແຕ່ລະໜ້າວຽກຫຼັກ ເຊິ່ງເຫັນວ່າທາງໂຄງການ ໄດ້ມີຄວາມເອົາໃສ່ໃນການຈັດຕັ້ງປະຕິບັດໂຄງການກໍ່ສ້າງຕ້ານເຈື່ອນແຄມແມ່ນໍ້າສໍາເລັດຕາມແຜນການທີ່ວາງໄວ້ທັງນີ້ກໍ່ ເພື່ອເຮັດໃຫ້ສະຖານທີ່ແຫ່ງນີ້ ເປັນບ່ອນພັກຜ່ອນຢ່ອນອາລົມ,ເປັນບ່ອນອອກກໍາລັງກາຍຂອງປະຊາຊົນ ແລະ ກາຍເປັນແຫຼ່ງທ່ອງທ່ຽວອີກຈຸດໜຶ່ງຂອງນະຄອນ ໄກສອນ ພົມວິຫານ ກໍ່ຄືແຂວງສະຫັວນນະເຂດ.

ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ8 ເດືອນ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ7 ເດືອນ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป3 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย6 ເດືອນ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ8 ເດືອນ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ5 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ8 ເດືອນ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ7 ເດືອນ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ