ມອບ-ຮັບ ຫນ້າທີ່ຕຳແໜ່ງ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຄົນໃຫມ່

ອີງຕາມ ລັດຖະດຳລັດ ຂອງປະທານປະເທດ ສະບັບເລກທີ 141/ປປທ, ລົງວັນທີ 29/03/2021 ວ່າດ້ວຍການແຕ່ງຕັ້ງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່.
ໃນວັນທີ 02 ເມສາ 2021 ຢູ່ຫ້ອງປະຊຸມໃຫຍ່ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີມອບ-ຮັບຫນ້າທີ່ຕ່ຳແຫນ່ງ ລັດຖະມົນຕີກະຊວງພະລັງງານແລະບໍ່ແຮ່ ຄົນໃຫມ່

ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທືນ, ໃນການມອບ-ຮັບຄັ້ງນີ້ແມ່ນລະຫວ່າງ ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ຜູ້ເກົ່າ) ກັບ ທ່ານ ປອ. ດາວວົງ ພອນແກ້ວ,

ໄດ້ຮັບແຕ່ງຕັ້ງເປັນ ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ (ຜູ້ໃໝ່) ພາຍໃນພິທີ ມີຜູ້ຕ່າງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະປະຈຳພັກ, ຄະນະນຳຫ້ອງການ, ບັນດາກົມ, ສະຖາບັນ, ລັດວິສຫະກິດ ແລະ ຄະນະພະແນກພາຍໃນກະຊວງ ພະລັງງານ ແລະ ບໍ່ແຮ່ ເຂົ້າຮ່ວມຢ່າງພ້ອມພຽງ.