ປະຊາຊົນ ເຊື່ອໝັ້ນຂໍ​ຝາກ​ຄວາມ​ຫວັງ​ໄວ້​ກັບ​ລັດຖະບານ​ຊຸດ​ທີ IX

​ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ​ຄັ້ງປະຖົມ​ມະ​ລືກ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ IX ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ແຕ່​ວັນ​ທີ 22-26 ມີນາ 2021 ທ່ານ ພັນ​ຄຳ ວິພາ​ວັນ ນາຍົກລັດຖະມົນຕີຄົນ​ໃໝ່​ແຫ່ງ ສປປ ລາວ ພວກ​ເຮົາ ​ໄດ້​ມີ​ຄຳ​ເຫັນ​ເພີ່ມ​ຕື່ມ ​ເພື່ອ​ປະກອບ​ໃສ່​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ​ແຫ່ງ​ລັດ (2021-2025) ​ແລະ ທັງ​ເປັນ​ການ​ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ​ຜູ້​ແທນ ​ເຊິ່ງມີ​ບາງ​ປະ​ໂຫຍ​ກທີ່​ເດັດໆ​ສຳຄັນ ທ່ານ​ໄດ້​ກ່າວ​ວ່າ: “ຄວາມມມຸ່ງ​ຫວັງ​ຂອງ​ປະຊາຊົນ​ຢາກ​ໃຫ້​ລັດຖະບານ​ຊຸດ​ທີ IX ​ເປັນ​ລັດຖະບານ​ທີ່​ເວົ້າ​ແທ້​ທຳ​ຈິງ, ບໍ່​ຂີ້​ຕົວະ, ບໍ່​ຫວັງ​ແນວ​ອື່ນ, ​ເວົ້າ​ໃນ​ສິ່ງ​ຕົນ​ເອງ​ຈະ​ເຮັດ, ​ເວົ້າ​ແລ້ວ​ຕ້ອງ​ເຮັດ​ໃຫ້​ມັນ​ໄດ້, ​ເຖິງ​ບໍ່​ໄດ້​ກໍ​ຕ້ອງ​ມີ​ເຫດຜົນ…“

ນອກຈາກນັ້ນ ກໍຍັງມີຫລາຍປະໂຫຍກທີ່ກິນໃຈປະຊາຊົນທົ່ວທັງປະເທດເຊັ່ນ: “ອັນໃດທີ່ເຫັນວ່າເພື່ອຜົນປະໂຫຍດຂອງປະຊາຊົນ ຫຍຸ້ງຍາກປານໃດເຮົາກໍຕ້ອງໄດ້ເຮັດ ແລະ ອັນໃດທີ່ເຫັນວ່າມັນຝືນກັບຜົນປະໂຫຍດຂອງປະຊາຊົນແຕ່ມັນງ່າຍ ພວກເຮົາກໍບໍ່ຕ້ອງເຮັດ” ນີ້ຄືຄຳເວົ້າທີ່ເດັດຂອງຜູ້ນຳປະເທດທີ່ປະຊາຊົນເຂົາມີສັດທາຝາກຄວາມຫວັງໄວ້ກັບຜູ້ນຳຈົນເຂົາຕັ້ງສາຍານາມວ່າ: “ເປັນນາຍົກຂວັນໃຈປະຊາຊົນ”. ໃນຄຳເຫັນອະທິບາຍເຈາະຈີ້ມຂອງທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ນອກຈາກບາງປະເດັນທີ່ໄດ້ກ່າວມາຂ້າງເທິງນັ້ນແລ້ວ ກໍຍັງມີຫລາຍປະເດັນທີ່ສ້າງຄວາມຫວັງອັນແນ້ວແນ່ໃຫ້ປະຊາຊົນບັນດາເຜົ່າ ກໍຄືປະເທດຊາດເພື່ອກ້າວໄປສູ່ຍຸກໃໝ່ທັນສະໄໝ ແລະ ສີວິໄລໃນອະນາຄົດ.​

ແຕ່​ແນວ​ໃດ​ກໍ​ຕາມ, ນັ້ນມັນ​ເປັນ​ພຽງ​ທິດ​ສະ​ດີ, ​ເປັນ​ຂໍ້​ຄິດ, ​ເປັນ​ອຸດົມ​ການ ຫລື ວິ​ໄສ​ທັດ, ​ເປັນ​ບ່ອນ​ອີງ​ໃນ​ການຈັດຕັ້ງປະຕິບັດ ທັງ​ເປັນ​ໄມ້​ຫລາ​ວັດ​ແທກ​ໃນ​ບັ້ນສຸດ​ທ້າຍ ມັນ​ຍັງ​ບໍ່​ທັນ​ແມ່ນ​ໝາກຜົນ​ແຫ່ງ​ການຈັດຕັ້ງປະຕິບັດ​ຢ່າງ​ເປັນ​ຮູບ​ປະ​ທຳ​ອອກ​ມາ​ແບບ​ເຫັນ​ເປັນ​ຕົນ​ເປັນ​ໂຕ​ເທື່ອ, ​ແຕ່​ມັນ​ກໍ​ເປັນ​ແຮງ​ບັນດານ​ໃຈ​ໃຫ້​ທຸກ​ຄົນ​ມີ​ຄວາມ​ຫວັງ​ໃນ​ອະນາຄົດ​ທີ່​ຈະ​ກ້າວ​ໄປ​ເບື້ອງໜ້າ.

ກ່ອນ​ອື່ນ​ໝົດ ພວກ​ເຮົາ​ຕ້ອງ​ເຂົ້າ​ໃຈ​ວ່າ ພາລະກິດ​ທີ່​ລັດຖະບານ​ຈະ​ນຳພາ​ປະ​ເທດ​ຊາດ​ບ້ານ​ເມືອງ​ກ້າວ​ສູ່​ຄວາມ​ສີວິ​ໄລ, ຈະ​ເລີ​ນຮຸ່ງ​ເຮືອງ, ມັ່ງ​ຄັ່ງ​ຮັ່ງມີ​ໃນ​ອະນາຄົດ​ນັ້ນ ​ເປັນ​ສະໜາມຮົບ​ອັນ​ໃຫຍ່​ຫລວງ​ທີ່​ຕ້ອງ​ໄດ້​ພິສູດ​ກັນ​ໃນ 5 ປີ​ຂ້າງ​ໜ້າ (2021-2025) ກໍ​ຄື​ອະນາຄົດ​ອັນ​ຍາວ​ໄກ​ຂອງ​ປະ​ເທດ​ຊາດ​ພວກ​ເຮົາ. ອັນ​ສຳຄັນ​ທີ່​ສຸດ ຢາກ​ບັນລຸ​ເປົ້າໝາຍ​ດັ່ງກ່າວ ທຸກ​ຄົນ​ຕ້ອງ​ໄດ້​ພ້ອມ​ກັນ​ບຸກທະລຸ​ໃຫ້​ໄດ້​ຕາມ​ຄວາມ​ມຸ້ງ​ຫວັງ​ ຈຶ່ງ​ຖື​ວ່າ​ພວກ​ເຮົາ​ມີ​ຜົນສຳ​ເລັດ ​ແລະ ​ໄດ້​ຮັບ​ໄຊຊະນະ.

ເພາະສະນັ້ນ ເພື່ອໃຫ້ສຳເລັດຕາມຄວາມມຸ້ງຫວັງທີ່ໄດ້ຄາດກະເອົາໄວ້ ລັດຖະບານຊຸດທີ IX ຈຶ່ງໄດ້ກຳນົດ 7 ບັນຫາຕ້ອງເລັ່ງແກ້ໄຂ ເພື່ອພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ຄືດັ່ງນີ້: ໜຶ່ງຕ້ອງປັບໂຄງສ້າງງົບແຫ່ງລັດ ເພື່ອຄວາມສົມດູນລາຍຮັບ, ລາຍຈ່າຍການແກ້ໄຂໜີ້ສິນຕ່າງປະເທດ, ສອງແກ້ໄຂບັນຫາທາງສັງຄົມເຊັ່ນ: ການສໍ້ລາດບັງຫລວງ, ການຄ້າຢາເສບຕິດ, ອຸປະຕິເຫດຕາມທ້ອງຖະໜົນ, ສາມສຸມໃສ່ການຟື້ນຟູເສດຖະກິດຫລັງຈາກການລະບາດຂອງພະຍາດໂຄວິດ-19 ແລະ ສ້າງໂອກາດໃນການຈ້າງງານໃຫ້ຫລາຍຂຶ້ນ, ສີ່ສຸມໃສ່ການເຕີບໃຫຍ່ໃຫ້ມີຄຸນນະພາບ ແລະ ຫລຸດຜ່ອນການເອື່ອຍອີງໃນການຂຸດຄົ້ນຊັບພະຍາກອນທຳມະຊາດທີ່ບໍ່ມີປະສິດທິຜົນ, ຫ້າຫລຸດຜ່ອນຄວາມແຕກຕ່າງໃນການພັດທະນາລະຫວ່າງຕົວເມືອງ ແລະ ຊົນນະບົດໃຫ້ມີຄວາມເໝາະສົມ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງການບໍລິການສາທາລະນະຂັ້ນພື້ນຖານຫລາຍຂຶ້ນ.

​ໂດຍ​ສະ​ເພາະ​ແມ່ນ​ສາທາລະນະ​ສຸກ ​ແລະ ການ​ສຶກສາ,​ ຫົກ​ສຸມ​ໃສ່​ການ​ພັດທະນາ​ຊັບພະຍາກອນ​ມະນຸດ​ໃຫ້​ກ້າວ​ໄປ​ສູ່​ຄວາມ​ເປັນ​ມື​ອາຊີບ ​ເພື່ອ​ຕອບ​ສະໜອງ​ໃນ​ຍຸກ​ສະ​ໄໝ​ດິຈີ​ຕອນ 4.0, ​ເຈັດ​ຊຸກຍູ້​ການ​ຜະລິດ​ສິນຄ້າ​ເພື່ອ​ສົ່ງ​ອອກ ​​ແລະ ຫລຸດຜ່ອນ​ການ​ນຳ​ເຂົ້າ ​ເພື່ອ​ແກ້​ໄຂ​ບັນຫາ​ການ​ເໜັງ​ຕີງ​ຂອງ​ອັດຕາ​ແລກປ່ຽນ ​ແລະ ການ​ຫລຸດ​ລົງ​ຂອງ​ເງິນ​ກີບ. ນີ້​ຄື 7 ບັນຫາ​ຕົ້ນຕໍ​ທີ່​ລັດຖະບານ​ຊຸດ​ທີ IX ຕ້ອງ​ເລັ່ງ​ແກ້​ໄຂ​ໃຫ້​ສຳ​ເລັດ​ໃນ 5 ປີ​ຂ້າງ​ໜ້າ (2021-2025) ​ແຕ່​ຈະ​ໄດ້ ຫລື ບໍ່ ຫລື ​ໄດ້​ຮັບ​ຜົນ​ພຽງ​ໃດ​ນັ້ນ ຕ້ອງ​ລໍ​ພິສູດ​ກັນ​ໃນ​ປີ 2025 ຫລື 2026 ທີ່​ຈະ​ມາ​ເຖິງ.

​ຢ່າງ​ໃດ​ກໍ​ດີ, ປະຊາຊົນ​ບັນດາ​ເຜົ່າ​ຍັງ​ມີ​ຄວາມ​ເຊື່ອ​ໝັ້ນ ​ແລະ ​ໄວ້​ວາງ​ໃຈ​ກັບ​ການ​ນຳພາ​ຂອງ​ພັກ ​ແລະ ລັດຖະບານ​ຢ່າງ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ ​ເພາະ​ຕະຫລອດ 45 ປີຜ່ານມາ ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ກ້າວ​ມາ​ເຖິງ​ຈຸດ​ນີ້​ກໍ​ຖື​ວ່າ​ຍັງ​ດີກ​ວ່າ​ຍຸກ​ສັກ​ດີ​ນາ​ປົກຄອງ​ບ້ານ​ເມືອງ​ມາ​ຫລາຍ​ເທົ່າ. ອັນ​ສຳຄັນ​ທີ່​ສຸດ​ແມ່ນ​ປະຊາຊົນ​ຍັງ​ເຊື່ອ​ໝັ້ນລັດຖະບານ​ຊຸດ​ທີ IX ຕ້ອງ​ເຮັດ​ໄດ້​ຢ່າງ​ແນ່ນອນ.

ຂ່າວ: laophattananews