ທຣຳປະກາດ ຈະຖອນອອກຈາກການເປັນສະມາຊິກອົງການອະນາໄມໂລກ

ທ່ານ ໂດນັລ ທຣໍາ ປະທານາທິບໍດີສ.ອາເມລິກາ ຖະແຫຼງເມື່ອວັນສຸກ (29 ພຶດສະພາ) ທີ່ຜ່ານມາ ວ່າ ປັດຈຸບັນພວມດໍາເນີນການ ຕາມຂັ້ນຕອນ ເພື່ອຢຸດສະຖານະພາບການເປັນສະມາຊິກ ຂອງອົງການອະນາໄມໂລກ (WHO) ແລະ ຈະເຄື່ອນງົບ ປະມານທີ່ເຄີຍຈັດສັນເພື່ອສະໜັບສະໜູນອົງກອນແຫ່ງນີ້ ໄປຊ່ວຍເຫຼືອໜ່ວຍງານດ້ານສາທາລະນະສຸກລະຫວ່າງ ປະເທດແຫ່ງອື່ນແທນ.

ທ່ານກ່າວຕື່ມວ່າ: ຈີນມີອິດທິພົນໂດຍສົມບູນ ເໜືອການປະຕິບັດງານຂອງອົງການອະນາໄມໂລກໃນທຸກດ້ານ, ໃນຂະນະທີ່ໂລກກໍາລັງສະແຫວງຫາຄວາມຈິງ ກ່ຽວກັບວິກິດການແຜ່ລະບາດຂອງເຊື້ອໂຄວິດ-19 ແຕ່ລັດຖະບານຈີນຜັດໃຊ້ອໍານາດກົດດັນ ໃຫ້ອົງການອະນາໄມໂລກກນໍາຊາວໂລກໄປໃນທາງທີ່ ຜິດ ຈົນທຸກຝ່າຍຕ້ອງເຈັບປວດກັບການກະທໍາໂດຍບໍ່ ຖືກຕ້ອງຂອງຈີນ ໂດຍສະເພາະປະຊາຊົນອາເມລິກາຫຼາຍ ກວ່າ 100.000 ຄົນຕ້ອງເສຍຊີວິດຈາກວິກິດໂລກລະບາດ ທີ່ຈີນເຮັດໃຫ້ເກີດຂຶ້ນ.

ເຖິງແມ່ນວ່າການປະກາດັ່ງກ່າວຂອງທ່ານ ໂດນັລ ທຣຳ ບໍ່ແມ່ນສິ່ງທີ່ເໜືອຄວາມຄາດໝາຍ ເນື່ອງຈາກຜູ້ນໍາ ສ.ອາເມລິກາໄດ້ສົ່ງໜັງສືເຖິງທ່ານ ເທບຼອສ ແອດນາຮອມ ເກເບຼເຢຊູສ ຜູ້ນໍາອໍານວຍອົງການອະນາໄມໂລກ ເມື່ອ ວັນທີ 18 ພຶດສະພາ ທີ່ຜ່ານມາ ທີ່ລະບຸເຖິງຄວາມຜິດພາດ ຂອງອົງການອະນາໄມໂລກພາຍໃຕ້ການບໍລິຫານຂອງ ທ່ານ ເທບຼອສ ໃນການຮັບມື ແລະ ຕອບສະຫນອງຕໍ່ໂລກ ລະບບາດໂຄວິດ-19 ແລະ ກ່າວຫາໜ່ວຍງານແຫ່ງນີ້ ທີ່ ເປັນໜຶ່ງໃນໜ່ວຍງານທີ່ຂຶ້ນກັບອົງການສະຫະປະຊາຊາດ ວ່າເປັນຫຸ່ນຂອງລັດຖະບານຈີນ ໂດຍທ່ານ ໂດນັລ ທຣຳຍື່ນຄໍາຂາດໃຫ້ອົງການອະນາໄມໂລກ ປັບປຸງຕົວເອງ ພາຍໃນ 30 ວັນ ຖ້າບໍ່ດັ່ງນັ້ນຕົນຈະຍົກລະດັບມາດຕະ ການ ທີ່ລວມເຖິງການພິຈາລະນາລາອອກຈາກອົງການອະນາໄມໂລກ. ເຊິ່ງຂໍ້ມູນຈາກອົງການອະນາໄມໂລກລະບຸວ່າ ສ.ອາເມລິກາຄືປະເທດຜູ້ບໍລິຈາກລາຍໃຫຍ່ທີ່ສຸດ ດ້ວຍສະຖິຕິ 450 ລ້ານໂດລາສະຫະລັດ ເມື່ອປີງົບປະມານ 2019, ສ່ວນຈີນບໍລິຈາກ 40 ລ້ານໂດລາສະຫະລັດ ເຊິ່ງ ສະແດງວ່າການລາອອກຂອງ ສ.ອາເມລິກາ ຈະສົ່ງຜົນຕໍ່ ສະຖຽນລະພາບທາງການເງິນຂອງອົງການອະນາໄມໂລກຫຼາຍ.

ເຖິງຢ່າງໃດກໍຕາມ, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ກ່າວຕໍ່ກອງປະຊຸມສະມັດຊາອົງການອະນາໄມໂລກ ເມື່ອກາງເດືອນນີ້ ວ່າຈີນກຽມບໍລິຈາກອີກ 2.000 ລ້ານໂດລາ ສະຫະລັດ ພາຍໃນໄລຍະເວລາ 2 ປີຕໍ່ຈາກນີ້ ເພື່ອສະໜັບສະໜູນພາລະກິດຂອງອົງການອະນາໄມໂລກ ໃນ ການຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19.

ທີ່ມາ: Isala.com