ສປປລາວ ກຽມຫຼຸດພົ້ນຈາກສະຖານະ ປະເທດດ້ອຍພັດທະນາ ໃນປີ 2026

ລາວຈະບັນລຸ 3 ເງື່ອນໄຂ ຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ ! ການຈັດຕັ້ງປະຕິບັດ ເປົ້າໝາຍນໍາພາປະເທດຊາດ ອອກຈາກສະຖານະພາບດ້ອຍພັດທະນາ, ຍຸດທະສາດການເຕີບໂຕສີຂຽວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ

ໄດ້ມີບາດກ້າວທີ່ພົ້ນເດັ່ນ ໃນຕົ້ນປີ 2021 ລາວຈະສາມາດບັນລຸ 3 ເງື່ອນໄຂພົ້ນຈາກສະຖານະພາບດ້ອຍພັດທະນາ ຊຶ່ງປັດຈຸບັນ ລັດຖະບານໄດ້ສືບຕໍ່ເອົາໃຈໃສ່ຕິດຕາມ ແລະ ກະກຽມຄວາມພ້ອມຮອບດ້ານ ໃນໄລຍະຂ້າມຜ່ານ 5 ປີ (2021-2026) ເພື່ອຮັບປະກັນໃຫ້ການອອກຈາກສະຖານະພາບປະເທດດ້ອຍພັດທະນາ ໄດ້ຢ່າງມີຄຸນນະພາບ.  

ໃນບົດລາຍງານກ່ຽວກັບຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ IX ທີ່ນໍາສະເໜີໂດຍ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລະບຸວ່າ:

ອີງໃສ່ການປະເມີນເບື້ອງຕົ້ນ ຂອງຄະນະກໍາມະການນະໂຍບາຍເພື່ອການພັດທະນາ (CDP) ຄັ້ງທີ 2 ໃນຕົ້ນປີ 2021 ຄາດວ່າ ສປປ ລາວ ຈະສາມາດບັນລຸໄດ້ 3 ເງື່ອນໄຂ ຄື: ລາຍໄດ້ແຫ່ງຊາດ (GNI) ບັນລຸໄດ້ 2.265 ໂດລາ ລື່ນຄາດໝາຍ (ຄາດໝາຍ: 1.210 ໂດລາ) ແລະ ດັດຊະນີຊັບສິນມະນຸດ (HAI) ບັນລຸໄດ້ 72,2 ລື່ນຄາດໝາຍ (ຄາດໝາຍ: ໃຫ້ຫຼາຍກວ່າ 66) ແລະ ດັດຊະນີຄວາມບອບບາງດ້ານເສດຖະກິດ (EVI) ບັນລຸໄດ້ 26,6 ລື່ນຄາດໝາຍ (ຄາດໝາຍ: ໃຫ້ຕໍ່າກວ່າ 32) ຊຶ່ງຈະເປັນການບັນລຸ 2 ຄັ້ງ ຕິດຕໍ່ກັນ (ຄັ້ງທໍາອິດບັນລຸໃນປີ 2018 ມີພຽງ 2 ເງື່ອນໄຂ ຄື: GNI ແລະ HAI ສ່ວນ EVI ແມ່ນບໍ່ບັນລຸ).

ສາເຫດທີ່ ສປປ ລາວ ສາມາດບັນລຸເງື່ອນໄຂຂອງ EVI ໃນປີ 2021 ໄດ້ແມ່ນຍ້ອນ ອົງການສະຫະປະຊາຊາດ ໄດ້ມີການດັດແກ້ການຄິດໄລ່ຕົວຊີ້ບອກຂອງດັດຊະນີດັ່ງກ່າວ ຈຶ່ງເຮັດໃຫ້ ຄ່າດັດສະນີ EVI ຂອງ ສປປ ລາວ ຫຼຸດລົງຫຼາຍຈາກ 33,7 ໃນການປະເມີນປີ 2018 ມາເປັນ 26,6 ໃນການປະເມີນ ປີ 2021. ສະນັ້ນ, ລັດຖະບານ ໄດ້ສືບຕໍ່ເອົາໃຈໃສ່ຕິດຕາມ ແລະ ກະກຽມຄວາມພ້ອມຮອບດ້ານໃນໄລຍະຂ້າມຜ່ານ 5 ປີ (2021-2026) ເພື່ອຮັບປະກັນໃຫ້ການອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໄດ້ຢ່າງມີຄຸນນະພາບ. 

ໃນການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ, ສປປ ລາວ ໄດ້ສືບຕໍ່ເຊື່ອມສານ ແລະ ຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ຢ່າງແຂງແຮງ ແລະ ເຂົ້າສູ່ລວງເລິກກວ່າເກົ່າ ໂດຍມີການກໍານົດຄາດໝາຍ, ຕົວຊີ້ບອກ ແລະ ວຽກງານຈຸດສຸມ ໃຫ້ເປັນອັນລະອຽດ ເຂົ້າໃນແຜນການ 5 ປີ ຄັ້ງທີ IX ລວມທັງແຜນພັດທະນາຂອງຂະແໜງການ ແລະ ທ້ອງຖິ່ນ, ປັບປຸງ ຂອດຕິດຕາມປະເມີນຜົນການຈັດຕັ້ງປະຕິບັດແຜນໃຫ້ລະອຽດ ແລະ ຈະແຈ້ງກວ່າເກົ່າ;

ປັບປຸງຂອດປະສານງານສາຍຕັ້ງ-ສາຍຂວາງ, ລະບົບການສະຫຼຸບລາຍງານ ໃຫ້ມີຄວາມຖືກຕ້ອງ, ຊັດເຈນ, ທັນເວລາ ແລະ ສອດຄ່ອງກັບສະພາບຕົວຈິງໃນແຕ່ລະໄລຍະ. 

(ຂ່າວ: ສຸກສະຫວັນ) ປະຊາຊົນ 

ໝາຍເຫດ: ຈົ່ງໃຊ້ຖ້ອຍຄໍາສຸພາບ ແລະ ໃຫ້ຄໍາເຫັນ ດ້ວຍຄວາມຮັບຜິດຊອບ ຕໍ່ຂໍ້ຄວາມຂອງຕົນ ທີ່ພິມລົງໄປ.