ຂ່າວພາຍໃນ
ນາຍຍົກ ຮຽກຮ້ອງໃຫ້ຮ່ວມກັນສົ່ງເສີມການພັດທະນາເດັກ ທັງໃນຕົວເມືອງ ແລະ ຊົນນະບົດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທຸກພາກສ່ວນເພີ່ມທະວີອອກແຮງປະຕິບັດວຽກງານແມ່ ແລະ ເດັກ ແລະ ແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນປະຈຸບັນ ກໍ່ຄືການດູແລເອົາໃຈໃສ່, ການປົກປ້ອງ, ການພັດທະນາ ແລະ ການມີສ່ວນຮ່ວມຮອບດ້ານ ເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດທີ່ສົດໃສ ກ້າວເປັນຜູ້ໃຫຍ່ທີ່ມີຄຸນນະພາບ.
ການຮຽກຮ້ອງດັ່ງກ່າວແມ່ນຜ່ານສານອວຍພອນ ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ 01 ມິຖຸນາ 2020 ເຊິ່ງມີເນື້ອໃນວ່າ:
ເນື່ອງໃນໂອກາດວັນເດັກນ້ອຍສາກົນ ວັນທີ 01 ມິຖຸນາ ໄດ້ໝູນວຽນມາບັນຈົບຄົບຮອບອີກ ວາລະໜຶ່ງ, ຕາງໜ້າໃຫ້ການນຳພັກ-ລັດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍຝາກຄວາມ ຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ມາຍັງພວກລູກໆຫຼານໆ ທີ່ເປັນອານຸຊົນ ແລະ ເຍົາວະຊົນ ໃນທົ່ວປະເທດ ແລະ ຂໍອວຍພອນ ບັນດາລູກຫຼານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມເບີກບານມ່ວນຊື່ນ ໃນການສະຫຼອງວັນເດັກນ້ອຍສາກົນ ໃນໂອກາດນີ້ດ້ວຍ.
ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ໃນທຸກໆປີ ແມ່ນປຽບດັ່ງບຸນໃຫຍ່ຂອງເດັກນ້ອຍໃນທົ່ວໂລກ ກໍ່ຄືເດັກນ້ອຍລາວ ແຕ່ການສະເຫຼີມສະຫຼອງປີນີ້ ແມ່ນມີຄວາມແຕກຕ່າງຈາກທຸກໆ ປີຜ່ານ ມາຈະບໍ່ໄດ້ມີການສະເຫຼີມສະຫຼອງໃຫຍ່ ແລະ ເຕົ້າໂຮມເດັກ ເປັນຈຳນວນຫຼາຍ ເພື່ອດຳເນີນກິດຈະກຳຕ່າງໆ ທີ່ຕິດພັນກັບການປູກຕົ້ນໄມ້ແຫ່ງຊາດ
ເນື່ອງຈາກພວກເຮົາທັງຫຼາຍ ຍັງຢູ່ໃນໄລ ຍະແຫ່ງການປ້ອງກັນ, ຄວບຄຸມ ການແຜ່ລະບາດ ຂອງພະຍາດອັກເສບປອດສາຍພັນໃໝ່ (COVID-19) ທີ່ກຳລັງເປັນໄພຄຸກຄາມ ຕໍ່ຊີວິດ ກໍຄືຕໍ່ສຸຂະພາບຂອງຊາວໂລກ ຢ່າງກວ້າງຂວາງ, ລວມທັງຕໍ່ລາວເຮົາອີກດ້ວຍ.

ນັບແຕ່ຕົ້ນປີ 2020 ມານີ້ ປະເທດເຮົາ ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ອັນໄດ້ສ້າງຜົນກະທົບອັນໃຫຍ່ຫຼວງ ຕໍ່ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ, ລວມທັງຕໍ່ສຸຂະພາບ ແລະ ການຮຽນ ຂອງນັກຮຽນລາວເຮົາ ໃນລະບົບຂອງການຮຽນ-ການສອນໃນທົ່ວປະເທດ.
ຕໍ່ສະພາບການດັ່ງກ່າວ, ລັດຖະບານ ໄດ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ, ຄວບ ຄຸມສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຢ່າງເຄັ່ງຄັດ, ທີ່ແນໃສ່ປ້ອງກັນສຸຂະພາບ ແລະ ຊີວິດຂອງປະຊາຊົນ ເວົ້າລວມ, ໂດຍສະເພາະ ປົກປ້ອງເດັກນ້ອຍລາວບັນດາ ເຜົ່າທີ່ເປັນອະນາຄົດຂອງປະເທດຊາດ.
ມາຮອດມື້ນີ້ ລັດຖະບານເຫັນວ່າ ການຄວບຄຸມພະຍາດລະບາດ COVID-19 ນັ້ນ ກໍ່ຄ່ອຍໆຜ່ອນຄາຍລົງແດ່ແລ້ວ, ດັ່ງນັ້ນ ຈຶ່ງມີຄຳແນະນຳຜ່ອນຜັນອອກ ມາຕື່ມຊຶ່ງນັບແຕ່ວັນທີ 2 ມີຖຸນາ ນີ້ ເປັນຕົ້ນໄປ ພວກລູກຫຼານຈຳນວນຫຼາຍ ຈະໄປເຂົ້າໂຮງຮຽນແລ້ວ.
ອີກດ້ານໜຶ່ງ, ການສະເຫຼີມສະຫຼອງວັນເດັກສາກົນ ວັນທີ 1 ມິຖຸນາ ໃນປີນີ້ ໄດ້ຈັດຂຶ້ນໃນທ່າມ ກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ກຳລັງສຸມໃສ່ຈັດ ຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນ ປະຕິວັດລາວ ແລະ ຈັດຕັ້ງປະຕິ ບັດໄລຍະທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຢ່າງຕັ້ງໜ້າ ແລະ ເປັນຂະບວນການຟົດຟື້ນ.
ເມື່ອເວົ້າເຖິງວຽກງານການສົ່ງເສີມ, ການປົກປ້ອງເດັກ, ການ ຕ້ານສະກັດກັ້ນ ແລະ ແກ້ໄຂການໃຊ້ຄວາມຮຸນແຮງຕໍ່ເດັກນ້ອຍ ໃນຊຸມປີຜ່ານມານັ້ນ ໄດ້ມີຜົນສຳເລັດຫຼາຍດ້ານ ອັນພົ້ນເດັ່ນ ແມ່ນການເຂົ້າຮ່ວມຂອງ ສປປ ລາວ ໃນໂອກາດວັນຄົບຮອບ 30 ປີ ຂອງສົນທິສັນຍາ ວ່າດ້ວຍສິດທິເດັກ (20 ພະຈິກ 1989-20 ພະຈິກ 2019) ແລະ ໃນເວທີສໍາຄັນຕ່າງໆ ເປັນຕົ້ນ ການນໍາພາຕົວແທນເດັກລາວ ເຂົ້າຮ່ວມເວທີສະພາສິດທິມະນຸດ ຂອງອົງ ການອົງການສະຫະປະຊາຊາດ, ທີ່ເມືອງ ເຈນີວາ, ປະເທດສະວິດເຊີແລນ;
ເວທີຄະນະກຳມະການ ສິດທິເດັກ ທີ່ນິວຢອກ, ປະເທດສະຫະລັດອາເມລິກາ; ເວທີພາກພື້ນອາຊີ-ປາຊີຟິກ ແລະ ເວທີພາກພື້ນອາຊຽນ ເປັນຕົ້ນ. ສໍາລັບຢູ່ ສປປ ລາວ ພວກເຮົາ ແມ່ນໄດ້ຈັດກອງປະຊຸມລະດັບສູງ ໃນໂອກາດວັນຄົບຮອບ 30 ປີຂອງສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ວັນຖະແຫຼງການວ່າດ້ວຍສິດ ທິເດັກ ຄົບຮອບ 60 ປີ ເພື່ອສະຫຼຸບຕີລາຄາຄືນ ໝາກຜົນການຈັດຕັ້ງປະຕິບັດ
ສົນທິສັນຍາສິດທິເດັກຕະຫຼອດ ໄລຍະ 30 ປີຜ່ານມາ ແລະ ກໍານົດທິດທາງການພັດທະນາເດັກນ້ອຍລາວບັນດາເຜົ່າລຸ້ນປີ 2030, ພ້ອມດຽວກັນນັ້ນ, ຫຼາຍພາກສ່ວນກໍ່ໄດ້ໃຫ້ຄວາມໝາຍໝັ້ນ ໃນການຈັດຕັ້ງປະຕິ ບັດສົນທິສັນຍາ ວ່າດ້ວຍສິດທິເດັກ ໂດຍການນຳໃຊ້ກາລະໂອກາດ ພັດທະນາທ່າແຮງ ຂອງເດັກ ນ້ອຍລາວບັນດາເຜົ່າ ແຕ່ນີ້ຮອດປີ 2030 ແລະ ການບັນລຸເປົ້າໝາຍການ ພັດທະນາແບບຍືນຍົງ.
ຕໍ່ຜົນສຳເລັດຂ້າງເທິງນັ້ນ, ໃນນາມຕາງໜ້າລັດຖະບານ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ແລະ ສະແດງຄວາມຂອບໃຈ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກທຸກຂັ້ນ, ອົງການຈັດຕັັ້ງຂອງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ ແລະ ທ້ອງຖິ່ນ, ອົງການຈັດຕັ້ງສາກົນ,
ພາກສ່ວນທຸລະກິດເອກະຊົນ ຕະຫຼອດຮອດຮອດ ພໍ່ແມ່ປະຊາຊົນລາວ ລວມທັງເດັກນ້ອຍລາວ ໃນທົ່ວປະເທດ ທີ່ໄດ້ສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າ ຕໍ່ວຽກແມ່ ແລະ ເດັກ ທີ່ໄດ້ເຮັດໃຫ້ວຽກງານດັ່ງກ່າວ ໄດ້ຮັບການປັບປຸງດີຂຶ້ນ ແລະ ມີຜົນສໍາເລັດເປັນກ້າວໆມາ.
ເຖິງແມ່ນວ່າວຽກສິດທິເດັກ, ປົກປ້ອງເດັກ ແລະ ການພັດທະນາເດັກ ຈະມີຜົນສໍາເລັດຫຼາຍ ດ້ານກໍຕາມ ແຕ່ພວກເຮົາຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະ ບັນຫາຄວາມ ທຸກຍາກຂາດເຂີນຂອງເດັກນ້ອຍບັນດາເຜົ່າໃນຫຼາຍດ້ານ, ບັນຫາຂາດໂພຊະນາການ, ພາວະເດັກຂາດສານອາຫານ, ອັດຕາການເຂົ້າຮຽນໃນພາກການສຶກສາກ່ອນໄວຮຽນ ແລະ ການສຶກສາ ພາກບັງຄັບ, ການນໍາໃຊ້ສື່່ສັງຄົມອອນລາຍຂອງເດັກ, ບັນຫາຢາເສບຕິດ, ບັນຫາການຄ້າມະນຸດ ແລະ ບັນຫາອື່ນໆ
ຍັງເປັນໄພຄຸກຄາມ ແລະ ຈໍາກັດການພັດທະນາຂອງເດັກຂອງພວກເຮົາ. ນອກຈາກ ນັັ້ນ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນສັງຄົມ ແລະ ໃນບາງຊົນເຜົ່າ ໂດຍສະເພາະໃນເຂດທຸກຍາກ, ເຂດຫ່າງໄກສອກຫຼີກ ຍັງຍຶດຖືທັດສະນະຄະຕິແບບຄອງເດີມ ແລະ ປ່ຽນແປງໄປທາງກ້າວໜ້າຊ້າ, ບັນຫາເຫຼົ່ານີ້ຈະຕ້ອງຮ່ວມແຮງຮ່ວມໃຈກັນ ແກ້ໄຂໃຫ້ນັບມື້ນັບຫຼຸດນ້ອຍຖອຍລົງ.
ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນ 01 ມິຖຸນາ ນີ້, ໃນນາມລັດຖະບານ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ບັນດາອົງການການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນ ແລະ ຫົວໜ່ວຍທຸລະກິດທັງພາກລັດ ແລະ ເອກະຊົນ ຕະຫຼອດເຖິງປະຊາຊົນ ໃນຂອບເຂດທົ່ວປະເທດ ຈົ່ງຍົກສູງຄວາມຮັບຜິດຊອບຂອງຕົນ ແລະ ເພີ່ມທະວີອອກ ແຮງປະ ຕິບັດວຽກງານແມ່ ແລະ ເດັກ ແລະ ແກ້ໄຂບັນຫາ,
ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນປະຈຸບັນ ກໍ່ຄື ການດູແລເອົາໃຈໃສ່, ການປົກປ້ອງ, ການພັດທະນາ ແລະ ການມີສ່ວນຮ່ວມຮອບດ້ານ ເພື່ອສ້າງ ເງື່ອນໄຂ ແລະ ໂອກາດໃຫ້ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດ ທີ່ສົດໃສ ກ້າວເປັນຜູ້ໃຫຍ່ ທີ່ມີຄຸນນະພາບ, ເປັນກຳລັງຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງຂອງຊາດ ເພື່ອສືບຕໍ່ພາ ລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.

ພ້ອມກັນນີ້, ໃນໄລຍະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະ ຍາດ COVID-19 ແລະ ການເຂົ້າຮຽນຄືນໃໝ່ ໃນວັນທີ 2 ມິຖຸນານີ້, ຂ້າພະເຈົ້າຂໍຮຽກຮ້ອງມາ ຍັງ ກະຊວງສຶກສາທິການ ແລະ ກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄືໂຮງຮຽນ, ສະຖານບັນການສຶກ ສາຕ່າງໆ
ໃຫ້ເອົາໃຈໃສ່ຮັບປະກັນຄຸນນະພາບຂອງການສຶກສາ ໃນທຸກຊັ້ນຮຽນ ເພື່ອທົດແທນໄລ ຍະປິດການຮຽນ-ການສອນ ໃນໄລຍະທີ່ມີການລະບາດຂອງພະຍາດ ແລະ ຈັດການສອບເສັງ ໃຫ້ ທັນຕາມກຳນົດເວລາເປີດສົກຮຽນໃໝ່, ເຂັ້ມງວດປະຕິບັດມາດຕະການສຸຂາອະນາໄມ, ຮັບປະ ກັນຄວາມປອດໄພຮອບດ້ານ ໃຫ້ລູກຫຼານຂອງພວກເຮົາ.
ໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຄູ, ອາຈານ, ນັກຮຽນ, ນັກສຶກສາ ກໍ່ຄືທຸກພາກສ່ວນໃນສັງຄົມ ຖືເອົາໂອກາດ ແລະ ເຫດການເກີດຂຶ້ນ ຂອງການແຜ່ລະບາດ ຂອງ COVID-19 ນີ້ ສ້າງໃຫ້ມີຄວາມຊິນເຄີຍ ຂອງການດຳລົງຊີວິດ ຫຼື ສ້າງວິຖີຊີວິດປົກກະຕິ ແບບໃໝ່ ໃຫ້ກາຍເປັນຊີວິດປະຈຳວັນຕໍ່ໆໄປ.
ເພື່ອເປັນການປ້ອງກັນຕົວເອງໃຫ້ດີ, ບໍ່ໃຫ້ປະໝາດ ແລະ ມີ ຄວາມຮັບຜິດຊອບຕໍ່ຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດ, ພ້ອມກັນປະຕິບັດ ບັນດາ ມາດຕະການປ້ອງກັນພະຍາດ COVID-19 ຢ່າງເຂັ້ມງວດ ຕໍ່ໄປ ເພື່ອບໍ່ໃຫ້ພະຍາດນີ້ ມາຄຸກຄາມ ຊີວິດ ຂອງປະຊາຊົນເຮົາ ແລະ ເດັກນ້ອຍ ທີ່ເຮົາຮັກ ແລະ ຫ່ວງໃຍ.
ໃນໂອກາດວັນເດັກສາກົນ ວັນທີ 01 ມິຖຸນາ ປີນີ້, ຂໍໃຫ້ເດັກລາວທຸກຄົນໃນຂອບເຂດທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ເປັນເດັກຄຳຮູ້ ຂອງພໍ່ແມ່, ເປັນນັກຮຽນດີ ຮຽນເກັ່ງຂອງຄູ, ອາຈານ ແລະ ເປັນລູກຫຼານທີ່ດີຂອງຊາດ.
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ