ຈັບແມ່ຫວຍອອນລາຍເລາະຕົ້ມຕຸນ ເງິນ 150 ລ້ານກວ່າກີບ

ໃນວັນທີ 18 ມີນາ 2021 ເຈົ້າໜ້າທີ່ຕໍາຫຼວດ ພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ວ່າ:

ພາຍຫຼັງໄດ້ຮັບຄໍາຮ້ອງຟ້ອງຈາກປະຊາຊົນຈໍານວນໜຶ່ງ ເລື່ອງການສໍ້ໂກງຊັບຂອງພົນລະເມືອງ ຈາກນັ້ນ ເຈົ້າໜ້າທີ່ພວກເຮົາຈຶ່ງໄດ້ກວດກາ ແລະ ເກັບກໍາຂໍ້ມູນຫຼັກຖານ ເຊິ່ງເຫັນວ່າ ການກະທໍາຂອງແມ່ຫວຍມີຄົບອົງປະກອບການກະທໍາຜິດທາງອາຍາ ໃນຂໍ້ຫາສໍ້ໂກງຊັບ ຈຶ່ງໄດ້ນໍາໃຊ້ມາດຕະການກັກຕົວ ນາງ ປັດຕານີ ອາຍຸ 24 ປີ ອາຊີບ ຫວ່າງງານ ປັດຈຸບັນພັກເຊົາຢູ່ບ້ານ ຄໍາສະຫວາດ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 31 ມັງກອນ 2021 ເພື່ອນໍາມາສືບສວນ-ສວນສວນ ຕາມກົດໝາຍ.

ນາງ ປັດຕານີ ໄດ້ໃຫ້ການຮັບສາລະພາບວ່າ: ໄດ້ມີການເຄື່ອນໄຫວໂຄສະນາຊວນເຊື່ອໂພດສ໌ການຫຼິ້ນຫວຍທາງອອນລາຍລົງເຟດບຸກມາແຕ່ຕົ້ນເດືອນ ພະຈິກ 2019;

ເຊິ່ງມີຂໍ້ຄວາມທີ່ໂພດລົງນັ້ນແມ່ນໄດ້ບອກກ່ຽວກັບການເຂົ້າຫຼິ້ນຫວຍ ແລະ ໃຫ້ດອກເບ້ຍສູງ ເປັນສິ່ງຈູງໃຈເພື່ອດຶງດູດຈິດໃຈຄົນມາຫຼີ້ນ ນັບແຕ່ 5 ແສນກີບ, 1 ລ້ານກີບ, 2 ລ້ານກີບ ແລະ 2 ແສນບາດ ເຊິ່ງເຮັດໃຫ້ຫຼົ່ງເຊື່ອເປັນຈໍານວນຫຼາຍ ແລະ ໄດ້ໂອນເງິນເຂົ້າບັນຊີທະນາຄານຂອງຜູ້ກ່ຽວ.

ຈາກນັ້ນ, ກໍໃຫ້ລູກຫວຍເປຍຫວຍໃສ່ດອກເບ້ຍ, ເມືອລູກຫວຍເປຍໄດ້ ຜູ້ກ່ຽວພັດບໍ່ຈ່າຍເງິນໃຫ້ລູກຫວຍເລີຍ; ເຊິ່ງລວມຍອດເງິນທີ່ຜູ້ກ່ຽວໄດ້ຈາກລູກຫວຍ ແມ່ນ 151.400.000 ກີບ; ສ່ວນເງິນທີ່ໄດ້ມາກໍ່ເອົາໄປໃຊ້ຈ່າຍໃນຊີວິດປະຈຳວັນ ແລະ ເອົາໄປໝູນຫວຍສາຍອື່ນ.

ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ກໍາລັງສືບຕໍ່ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.