ສຶກສາອົບຮົມສາວຂາຍປະເວນີ ພ້ອມເຈົ້າຂອງຮ້ານ

ໃນວັນທີ 12 ມີນາ 2021 ຢູ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພັທ ລໍາເນົາ ລັດຕະນະລັງສີ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ສຶກສາອົບຮົມສາວຂາຍປະເວນີ ພ້ອມເຈົ້າຂອງຮ້ານ 9 ຮ້ານ ພ້ອມດ້ວຍສາວຂາຍປະເວນີ ຈໍານວນ 61 ຄົນ ຊາຍ 1 ຄົນ ທີ່ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງສີໂຄດຕະບອງ ໄດ້ລົງກວດກາ ໃນວັນທີ 11 ມີນາ 2021 ແລ້ວນໍາຕົວພວກກ່ຽວມາທໍາການສອບສວນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ພວກກ່ຽວໄດ້ຮັບສາລະພາບວ່າ: ຍິງສາວທີ່ມາຂາຍເບຍ ແລະ ຂາຍບໍລິການທາງເພດ ຢູ່ຮ້ານກິນດື່ມດັ່ງກ່າວ ສ່ວນຫຼາຍແມ່ນຍິງສາວມາຈາກຕ່າງແຂວງ ເພື່ອມາຫາເງິນລ້ຽງຊີບຕົນເອງ ແລະ ສົ່ງເງິນໃຫ້ຄອບຄົວ (ພໍ່ແມ່ທາງບ້ານ).

ຍິງສາວຈໍານວນນີ້ ແມ່ນໄດ້ອາໃສພັກເຊົາຢູ່ສະຖານທີ່ຂາຍເບຍ ເປັນບ່ອນພົວພັນຄ້າຂາຍປະເວນີ ເມື່ອມີຜູ້ຊາຍມາດື່ມເບຍຢູ່ຮ້ານແລ້ວກໍຕົກລົງດ້ວຍຄວາມພໍໃຈແລ້ວເອົາຍິງສາວໄປນອນນໍາຕາມເຮືອນພັກຕ່າງໆ ເຊິ່ງເຈົ້າຂອງຮ້ານຈະຫັກເອົາເງິນຈໍານວນ 50.000 ຫຼື 100.000 ກີບ ຕໍ່ຄັ້ງ. ເພາະເງິນທີ່ຫັກແຕ່ລະຄັ້ງ ເຈົ້າຂອງຮ້ານໄດ້ເອົາເງິນໃຊ້ຈ່າຍຊື້ອາຫານແຕ່ລະວັນ ແລະ ຄ່າພັກພາອາໃສ.

ພັທ ລໍາເນົາ ລັດຕະນະລັງສີ ໃຫ້ຮູ້ຕື່ມອີກວ່າ: ໃນການສຶກສາອົບຮົມໃນຄັ້ງນີ້ ເພື່ອໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈ ວ່າ: ບຸກຄົນໃດຫາກຫາກິນດ້ວຍການຂາຍປະເວນີ ໃຫ້ຜູ້ອື່ນເສບສົມ ຈະຖືກລົງໂທດຕາມລະບຽບກົດໝາຍອາຍາມາດຕາ 254 ວ່າດ້ວຍການຂາຍປະເວນີຂອງບຸກຄົນອື່ນ ແລະ ກົດໝາຍອາຍາມາດຕາ 260 ວ່າດ້ວຍການຂາຍປະເວນີ;

ພ້ອມທັງໃຫ້ ເຈົ້າຂອງຮ້ານ ແລະ ຍິງສາວຂາຍບໍລິການທາງເພດ ຢຸດເຊົາພຶດຕິກໍາດັ່ງກ່າວ ຫັນມາປະກອບອາຊີບທີ່ສຸຈະລິດ, ເປັນຄົນດີຂອງສັງຄົມ ແລະ ຮຽກຮ້ອງໃຫ້ໄວໜຸ່ມ ຍິງສາວທີ່ມາຈາກຕ່າງແຂວງ ໃຫ້ກັບບ້ານເມືອງຂອງຕົນ ຫຼື ໄປຊອກວຽກເຮັດງານທໍາ ໃຫ້ຖືກຕ້ອງຕາມກົດໝາຍ ກໍລະນີຖ້າຫາກພົບເຫັນຄັ້ງຕໍ່ໄປ ແມ່ນຈະໄດ້ດໍາເນີນຕາມລະບຽບກົດໝາຍ.