ຈີນ ຕ້ອງການໃຫ້ນັກບິນອາວະກາດ ຢູ່ເທິງດວງຈັນໄລຍະຍາວ

ຂປລ.ອ້າງ​ຕາມ​ຂ່າວ ປັກ​ກິ​ງຂອງ ຈີນ, ວັນທີ 14 ເດືອນມີນາ, ສື່ຂອງຈີນ ລາຍງານວ່າ ​ເມື່ອຈີນ ສາມາດ ຈັດ​ຕັ້ງ ສະຖານີ​ວິ​ໄຈ ​ຢູ່ເທິງ​ດວງ​ຈັນ ​ໄດ້​ຮຽບຮ້ອຍ​ແລ້ວ, ຈີນ ຈະໃຫ້​ ນັກ​ບິນ ​ອາ​ວະ​ກາດ ປະຕິບັດ​ໜ້າ​ທີ່ ​ຢູ່ເທິງ​ດວງ​ຈັນ ​ເປັນ​ໄລະ​ຍາວ ​ເພື່ອສຶກສາ ​​ຄົ້ນຄ້ວາ, ທົດ​ລອງ ທາງ​ວິທະຍາສາດ.

​​ທ່ານອູ່ ​ເຫວີຍ​ຫລິນ ຫົວໜ້າ​ເຈົ້າ​ໜ໊າທີ່ ອອກ​ແບບ ​ຂອງ ​ໂຄງການ ສຳ​ຫລວດ ດາວ​ຈັນ​ ຂອງ ຈີນ ກ່າວ​ວ່າ: ຖ້າຫາກ​ ໂຄງການ ສະຖານີ ​ສຳ​ຫລວດ ດວງ​ຈັນ ສາມາດ​ຈັດ​ຕັ້ງ​ ໄດ້ສຳ​ເລັດ, ຈີນ ຈະສົ່ງ​ມະນຸດ ຂຶ້ນໄປເທິງ​ດວງ​ຈັນ. ​ໃນໄລຍະ 10 ປີ​ທີ່​ຜ່ານ​ມາ ຈີນ ໄດ້ວາງ​ແຜນ​ ໂຄງການ ສຳ​ຫລວດ ດວງ​ຈັນ ​ໂດຍຍັງບໍ່​ສົ່ງ ມະນຸດ​ຂື້ນ​ໄປຢ່າງ​ຕໍ່​ເນື່ອງ.

ຍ້ອນມີ​ແຜນ ຈະ​ຈັດ​ສ້າງ ຖານ​ທີ່​​ໃຊ້​ ຫຸ່ນ​ຍົນ ​ໃນ​ການ​ ສຳ​ຫລວດ ​ຂົ້ວ​ດ້ານ​ໃຕ້​ ຂອງ​ດວງ​ຈັນ ກ່ອນ​ທີ່​ ຈະ​ສົ່ງ​ມະນຸດ ​ໄປ​ຍັງ ດວງ​ຈັນ. ເມື່ອ​ອາທິດ​ ຜ່ານ​ມາ ຈີນ ​ແລະ ຣັດ​ເຊຍ ໄດ້ລົງ​ນາມ ຂໍ້ຕົກລົງ​ ເບື້ອງ​ຕົ້ນ ​ໃນ​ການ ຈັດ​ຕັ້ງ ສະຖານີ ສຳ​ຫລວດ ນານາ​ຊາດ ​ຢູ່ເທິງ​ດວງ​ຈັນ ​ແຕ່​ບໍ່​ໄດ້ ​ເປີດ​ເຜີຍ ກຳນົດ​ການ ຂອງ ​ໂຄງການ​ນີ້. /.