ອຸຕຸແຈ້ງ ໃຫ້ລະວັງພາຍຸຝົນຕົກຟ້າຮ້ອງຟ້າຜ່າແລະຫມາກເຫັບຕົກພ້ອມມີລົມພັດແຮງ.

ອຸຕຸເຕືອນ ໃນໄລຍະວັນທີ 15 – 20 ມີນາ 2021 ມວນອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ສົມທົບກັບສອງກະແສລົມຕາເວັນຕົກ ແລະ ລົມ ຕາເວັນອອກສ່ຽງໃຕ້ພັດປົກຄຸມເຂດພາກກາງ ແລະ ພາກເຫນືອ ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນ ລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ.

ພ້ອມເຕືອນປະຊາຊົນທີ່ອາໄສຢູ່ເຂດພາກເຫນືອ ແລະ ພາກກາງ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນເອົ້າ ແລະ ຝົນຕົກຟ້າຮ້ອງຟ້າເຫຼື້ອມ, ຟ້າຜ່າ ແລະ ຫມາກເຫັບຕົກ ພ້ອມມີລົມພັດແຮງ ທີ່ອາດຈະເກີດຂຶ້ນໃນໄລຍະນີ້ດ້ວຍ