ຊາວບຣາຊິນ ເສຍຊີວິດຈາກໂຄວິດ-19 ວັນດຽວ2.000 ກວ່າຄົນເປັນຄັ້ງທຳອິດ

ຂປລ.ຕາມ​ຂ່າວ​ຈາກ​ ບຣາຊີ​ເລຍ,​ເມື່ອ​ບໍ່​ດົນ​ມາ​ນີ້ ກະຊວງ​ສາທາລະນະ​ສຸກ ​ຂອງ​ບຣາຊິນ ລາຍ​ງານ​ວ່າ: ສະຖິຕິ​ກ່ຽວ​ກັບ ​ໂຄ​ວິດ-19 ​ໃນ​ຮອບ 24ຊົ່ວ​ໂມງ​ຜ່ານ​ມາ ມີ​ຜູ້​ເສຍ​ຊີວິດ​ທົ່ວ​ປະ​ເທດ 2.286ຄົນ ນັບ​ເປັນ ຄັ້ງທຳ​ອິດ ຕັ້ງ​ແຕ່​ຜະ​ເຊີນ​ກັບ​ ການ​ແຜ່​ລະບາດ ເມື່ອ​ເດືອນ​ເມສາ​ ປີ​ກາຍ​ນີ້.

ຂະນະ​ທີ່ ຈຳນວນ​ຜູ້​ເສຍ​ຊີວິດ ​ໃນ​ຮອບ​ລາຍ​ວັນ​ ລ້າ​ສຸດ ​ເຮັດ​ໃຫ້​ສະຖິຕິ​ສະ​ສົມ ​ຂອງ​ຜູ້​ເສຍ​ຊີວິດ​ ຈາກ​ໂຄ​ວິດ-19 ​ໃນ​ບຣາຊິນ ​ເພີ່ມ​ເປັນ ​ຢ່າງ​ໜ້ອຍ 270.656ຄົນ ຫລາຍ​ທີ່​ສຸດ​ ໃນ​ທະວີບ ອາ​ເມ​ລິ​ກາ​ໃຕ້ ​ແລະ ​ເປັນອັນ​ດັບ 2ຂອງ​ໂລກ​ ຮອງ​ຈາກ ສ.ອາ​ເມ​ລິ​ກາ.

ສ່ວນ​ຜູ້​ຕິດ​ເຊື້ອ​ ລາຍ​ວັນ ​ເພີ່ມ​ຂຶ້ນ 79.876ຄົນ ​​ເຮັດ​ໃຫ້ເພີ່ມ​ຈຳນວນ​ ຜູ້​ຕິດ​ເຊື້ອ​ ສະ​ສົມ ​ຈາກ​ໂຄ​ວິດ-19​ໃນ​ບຣາຊິນ ມາ​ເປັນ 11,2 ລ້ານ​ກວ່າ​ຄົນ ຫລາຍ​ທີ່​ສຸດ ​ໃນ​ພາກ​ພື້ນ ​ແລະ ​ເປັນອັນ​ດັບ 3 ຂອງ​ໂລກ ຮອງ​ຈາກ ສ.ອາ​ເມ​ລິ​ກາ ​ແລະ ອິນ​ເດຍ.

.

ຂ່າວ: ສະໄຫວ