ຫຼົ ງຍິ ງກັ ນຄິດວ່າແມ່ນໝູປ່າ.

ຕາມການໃຫ້ຂໍ້ມູນຂອງຂອງ ທ່ານ ພັຕ ບຸນມີ ສຸທະວົງ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງລອງ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ເກີດເຫດຫຼົ ງຍິ ງກັນ ເຮັດໃຫ້ມີຜູ້ຊີວິດ 1 ຄົນ ຢູ່ເຂດ ບ້ານນ້ຳມະ ເມືອງລອງ ແຂວງຫຼວງນ້ຳທາ ເຊິ່ງເຫດການດັ່ງກ່າວເກີດຂຶ້ນ ໃນເວລາປະມານ 18 ໂມງ ຂອງວັນທີ 22 ກຸມພາ 2021 ພົບເຫັນຜູ້ເສຍຊີວິດເປັນເພດຍິງ ຊື່ ນາງ ຢືແພ ອາຍຸ 30 ປີ ປະຊາຊົນ ບ້ານນ້ຳມະ ເມືອງລອງ ແຂວງຫຼວງນ້ຳທາ ສະພາບສົບແມ່ນຖືກຍິງເຂົ້າບໍລິເວນຫົວນົມເບື້ອງຊ້າຍ ມີຮູລູກປືນເຂົ້າ ຈຳນວນ 18 ລູກ ຊອດອອກດ້ານຫຼັງ 1 ລູກ.

ພາຍຫຼັງໄດ້ຮັບແ ຈ້ງຄວາມ ກໍ່ໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງອ້ອມຂ້າງເມືອງ, ປກສ ກຸ່ມບ້ານ ທາດ ແລະ ອຳນາດການປົກຄອງ ບ້ານນໍ້າມະ ເຂົ້າກວດກາສະຖານທີ່ເກີດເຫດ ພ້ອມວາງແຜນຊອກຄົ້ນຫາຜູ້ກະທຳຜິດ. ຮອດວັນທີ 24 ກຸມພາ ຈື່ງສາມາດຈັບກຸ່ມເປົ້າໝາຍໄດ້ໜື່ງຄົນຊື່ ທ້າວ ມືຕິ ອາຍຸ 32 ປີ ອາຊີບປະຊາຊົນ ຢູ່ບ້ານນໍ້າມະ ເມືອງລອງ ແຂວງຫຼວງນໍ້າທາ.

ຜ່ານການ ສືບສວນ-ສອບສວນ ໃນເບື້ອງຕົ້ນ ທ້າວ ມືຕິ ໄດ້ຍ້ອມຮັບສາລະພາບວ່າ: ກ່ອນເກີດເຫດການນິ້ຕົນເອງໄດ້ອອກເຮືອນໄປຕັດອ້ອຍຊ່ວຍພີ່ນ້ອງຢູ່ສວນ ຫ່າງຈາກບ້ານ 4 ກິໂລແມັດ. ພໍຮອດເວລາປະມານ 5-6 ໂມງແລງ ໄດ້ອອກໄປຍິງສັດຢູ່ປ່າເຫຼົ່າເຂດແຄມສວນອ້ອຍ, ໃນຄະນະນັ້ນໄດ້ຍີນສຽງຄ້າຍຄືໝູ່ປ່າແລ່ນ ແລະ ເຫັນຝຸ່ມໄມ້ຕິງໄປມາ. ຈຶ່ງໄດ້ຍົກປຶ້ນແກັບທີ່ຖືໄປ ຍິງໃສ່ບາດໜື່ງແລ້ວເຂົ້າໄປເບິ່ງປະກົດວ່າແມ່ນຄົນ. ຄະນະນັ້ນ ຕົນເອງຮູ້ສຶກຢ້ານຈື່ງໄດ້ເອົາຕົວຫຼົບໜີກັບມາບ້ານ ແຕ່ບໍ່ໄດ້ແຈ້ງໃຫ້ໃຜຮູ້ ມື້ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ພາຍຫຼັງກັກຕົວຈັບໄດ້ ທ້າວ ມືຕິ ຜູ້ກໍ່ເຫດ ກໍ່ໄດ້ປະສານສົມທົບກັບໄອຍະການເມືອງ, ປກສ ກຸ່ມບ້ານທາດ ອຳນາດການປົກຄອງ ບ້ານນໍ້າມະ ນຳຕົວ ທ້າວ ມືຕິ ໄປທຳແຜນປະກອບຄຳຮັບສາລະພາບຢູ່ຈຸດເກີດເຫດ ພ້ອມທັງເກັບທ້ອນໂຮມຂໍ້ມູນຫຼັກຖານປືນແກັບ 1 ກະບອກ ພ້ອມອຸປະກອນອື່ນໆ ມາເກັບມ້ຽນ ເພື່ອເປັນຫຼັກຖານສົ່ງໃຫ້ໄອຍະການພິຈາລະນາສັ່ງຟ້ອງຂຶ້ນສານຕັດສີນລົງໂທດຕາມລະບຽບກົດໝາຍ.

ຮທ ທະວີສັກ