ເກີດເຫດລົດພິກຂວ້ຳຢູ່ໂບລິວີ ເສຍຊີວິດ 20ຄົນ.

ຕາມຂ່າວສານ ຫວຽດນາມ, ວັນທີ 3 ມີນາ, ເຈົ້າໜ້າທີ່ ຕຳຫລວດ ໂບລິວີ ລາຍງານວ່າ: ເກີດເຫດ ລົດໂດຍສານ ປະກອບດ້ວຍ 45 ຄົນ ພິກຂວໍ້າ ລົງເຫວເລິກ 150 ແມັດ ຢູ່ໃກ້ເມືອງ ໂກໂລມິ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 20 ຄົນ ແລະ ບາດເຈັບ 20 ຄົນ, ຊື່ງເປັນເສັ້ນ ທາງດ່ວນ ລະຫວ່າງ ລັດໂກຈາບັມບາ ແລະ ຊັນຕາກຣຸດ ຂອງປະເທດນີ້.

ປັດຈຸບັນ ໜ່ວຍກູ້ໄພໂບລີວີ ພວມເລັ່ງໃຫ້ ການຊ່ວຍເຫລືອ ຜູ້ທີ່ຕິດຢູ່ ໃຕ້ຊາກລົດ ໃນຮ່ອມພູດັ່ງກ່າວ. ສ່ວນສາເຫດ ຕົ້ນຕໍ ໃນເຫດການ ຄັ້ງນີ້ ພວມຢູ່ລະຫວ່າງ ການສືບສວນ ສອບສວນ ຂອງເຈົ້າໜ້າທີ່.