ບາງບໍລິສັດປະກັນໄພ ຈະບໍ່ຈ່າຍຄ່າຄຸ້ມຄອງອຸປະຕິເຫດ ເສັ້ນທາງພູເກົ້າຫຼັກ

ຕາມສຳນັກຂ່າວວຽງຈັນທາຍ ລາຍງານວ່າ:

ເສັ້ນທາງເກົ້າຫຼັກ ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫຼວງພະບາງ ມີຄວາມຍາວປະມານ 65 ກິໂລແມ້ດ ເວັ້ນເສັ້ນທາງພຽງເສັ້ນດຽວຢູ່ ສປປ ລາວ

ທີ່ບາງບໍລິສັດ ປະກັນ ຫ້າມລົດໂດຍສານທີ່ມີປະກັນໄພນໍານັ້ນແລ່ນ ເປັນຕົ້ນ ລົດເມ ຫຼື ສາມາດແລ່ນໂດຍສານ ໃນເມື່ອມີກໍລະນີເກີດ ອຸບັດເຫດບໍລິສັດປະກັນຈະບໍ່ມີການຈ່າຍຄ່າຄຸ້ມຄອງ ຫຼື ຊົດເຊີຍໃດໆ.

ເພາະເວັ້ນເສັ້ນທາງ ທີ່ມີຄວາມສ່ຽງສູງຕໍ່ການເກີດອຸປະຕິເຫດຍ້ອນວ່າເປັນເສັ້ນທາງຄົດລ້ຽວຊຶ່ງບາງຈຸດຄົດລ້ຽວທົບສອກ ແລະ ເປັນເສັ້ນທາງທີ່ມີ່ຄອຍລຸ້ນລົງ ຫຼື ຂຶ້ນຄ້ອຍຍາວເຖິງ 9 ກິໂລແມັດ.

ເສັ້ນທາງດັ່ງກ່າວຂັບຂີ່ຕ້ອງໄດ້ລະມັດລະວັງສຸດຂີດຍ້ອນວ່າຂຶ້ນຄອຍໄປຕາມເນີນພູ, ສັນ ແລະ ລົງຫ້ວຍ, ຖ້ານັກຂັບຂີ່ທ່ານໃດບໍ່ ຊໍານິຊໍານານທາງ, ບໍ່ມີປະສົບການໃນການຂັບລົວ ແລະ ສະພາບລົດບໍ່ດີກໍ່ອາວຈະເກີດອຸບັັັດເຫດດ້ທຸກເວລາ ແຕ່ຖ້າຄ່ອຍໄປຄ່ອຍມາກໍ່ຈະສາມາດປ້ອງກັນອຸບັດເຫດໄວ້.

(ທ່ານໃດມີປະກັນໄພ ລອງສອບຖາມນຳ ບໍລິສັດປະກັນທີ່ທ່ານນຳໃຊ້ຢູ່)

ແຫຼ່ງຂ່າວ: ວຽງຈັນທາຍ
ລິ້ງຕົ້ນສະບັບ: vientianetimeslao