ປິດຊີບຕົນເອງໜີຄະດີ ຄາດຕະກໍາເມຍໄດ້ 2ວັນ.

ໃນວັນທີ 15 ກຸມພາ 2021 ຜ່ານມາ ໄດ້ມີ ເຫດການຜົວຄາດຕະກຳເມຍຢູ່ບ້ານນາກາງ ເມືອງເຟືອງ ແຂວງວຽງຈັນ , ຜູ້ລົງມືກໍ່ເຫດແມ່ນທ້າວວັນດີ ເປັນປະຊາຊົນຢູ່ເມືອງວັງວຽງ ແຂວງວຽງຈັນ ທີ່ມາເອົາເມຍຢູ່ເມືອງເຟືອງ.

ພາຍຫລັງຜູ້ກ່ຽວ ກໍ່ເຫດແລ້ວ ໄດ້ເອົາຕົວຫລົບໜີເຂົ້າປ່າ  ມາຮອດ ວັນທີ 17/2/2021 ເປັນມື້ ທີ່ຍາດພີ່ນ້ອງກຳລັງເຮັດກອງທານຫາຜູ້ຕາຍ (ຜູ້ເປັນເມຍທີ່ຖືກຂ້າ),

ໃນຂະນະດຽວກັນນັ້ນ ຜູ້ກ່ຽວໄດ້ລັກເຂົ້າມາເຮືອນ ແລ້ວໃຊ້ປືນແກັບຍິງໂຕເອງຕາຍຢູ່ໃນຫ້ອງນອນ.

ທີ່ມາຂ່າວ: laophattananews.com