ໄປບໍ່ລອດ ສາວລາວຫອບລູກຂຶ້ນລົດພວງຂ້າມມາແຕ່ປະເທດໄທແບບຜິດກົດໝາຍ.

ປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ: ໃນວັນທີ 15 ກຸມພາ 2021 ເຈົ້າໜ້າທີ່ 1191 ປ່າຝາງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງວ່າມີແຮງງານລາວລັກລອບຂ້າມມາແຕ່ໄທ ຫຼັງຈາກນັ້ນ,

ເຈົ້າໜ້າທີ່ໄດ້ລົງກວດກາເກັບກຳຂໍ້ມູນຮູ້ໄດ້ວ່າ: ນາງ ວຽງທອງ ອາຍຸ 35 ປີ ບ້ານ ດອນຂາຊ້າຍ ເມືອງຫາດຊາຍຟອງ ໂດຍໃນວັນທີ 10 ກຸມພາ 2021 ເວລາ 11:00ໂມງ ຜູ້ກ່ຽວໄດ້ຈ້າງໂຊເຟີລົດພວງຂອງຄົນໄທ ຈຳນວນເງິນໄທ 3000 ບາດ ລັກຂ້າມມາທາງຂົວມິດຕະພາບລາວ-ໄທ I ພ້ອມດ້ວຍລູກນ້ອຍ ອາຍຸ 1 ປີກັບ 5 ເດືອນ ເມື່ອລັກຂ້າມມາແຕ່ປະເທດໄທແລ້ວຜູ້ກ່ຽວໄດ້ມາພັກຢູ່ເຮືອນຜູ້ກ່ຽວເອງ.

ມາຮອດວັນທີ່ 15 ກຸມພາ 2021 ເວລາ 13:40 ຈຶ່ງຖືກເຈົ້າໜ້າທີ່ເຂົ້າກວດກາ ແລະ ກັກຕົວນຳສົ່ງສູນກັກກັນຫຼັກ 27 ພ້ອມທັງໃຫ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ.