ກົມປະມົງໄທຍືນຍັນ! ອາຫານທະເລໄທ ປອດໄພ, ພ້ອມຕັ້ງຄະນະຮ່ວມ ໄທ-ລາວ ແກ້ໄຂບັນຫາການນຳເຂົ້າ.

ເວັບໄຊ InsideLaos ໄດ້ລາຍງານວ່າ: ກົມປະມົງ ຂອງປະເທດໄທ ເລັ່ງການຄ້າໃຫ້ຕັ້ງຄະນະເຮັດວຽກຮ່ວມ ໄທ-ລາວ ແກ້ໄຂບັນຫາການນຳເຂົ້າອາຫານທະເລແຊ່ແຂງ.

ໂດຍມີການຢືນຢັນວ່າ“ອາຫານທະເລໄທ ປອດໄພ ເນັ້ນປະຕິບັດຕາມມາດຕະການຄວບຄຸມຢ່າງເຂັ້ມງວດທຸກຂະບວນການຜະລິດຕັ້ງແຕ່ຕົ້ນນໍ້າຈົນເຖິງປາຍນໍ້າ ເພື່ອສະກັດໂອກາດສ່ຽງການປົນເປື້ອນພະຍາດໂຄວິດ-19 ໃນສັດນໍ້າ.

ສືບເນື່ອງຈາກ, ສປປ ລາວ ອອກຄຳສັ່ງຫ້າມນຳເຂົ້າອາຫານທະເລ ແລະ ອາຫານແຊ່ແຂງຈາກປະເທດໄທ ຊົ່ວຄາວ ໃນໄລຍະທີ່ຜ່ານມາ ເນື່ອງຈາກສະຖານະການ ການລະບາດຂອງພະຍາດໂຄວິດ-19.

ດຣ ວິຊານ ອິງສີສະຫວ່າງ ຮອງອະທິການບໍດີ ກົມປະມົງ ປະເທດໄທ

ທັງນີ້, ຝ່າຍໄທ ໄດ້ມີການເຈລະຈາ ຮ່ວມກັບ ກະຊວງສາທາລະນະສຸກ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ໂດຍເບື້ອງຕົ້ນ ໄດ້ມີການແຕ່ງຕັ້ງຄະນະເຮັດວຽກຮ່ວມດ້ານວິຊາການ ລະຫວ່າງ ສປປ ລາວ ແລະ ປະເທດໄທ ເພື່ອຫາແນວທາງ ການຮັບຮອງ ແລະ ຢືນຢັນຄວາມປອດໄພຂອງສິນຄ້າ ອາຫານທະເລແຊ່ແຂງຈາກປະເທດໄທ ໂດຍຝ່າຍໄທ ປະກອບມີ ກະຊວງການຄ້າ, ກະຊວງກະເສດ ແລະ ສະຫະກອນ, ກະຊວງ ສາທາລະນະສຸກ, ກະຊວງການຕ່າງປະເທດ ແລະ ໜ່ວຍງານທີ່ກ່ຽວຂ້ອງ.

ຂ່າວ:​ insidelaos.com