ເຢຍລະມັນ ສະໜັບສະໜູນດ້ານການເງິນ 220 ຕື້ກ່ວາກີບ ເຂົ້າໃສ່ແຜນຄຸ້ມຄອງປ່າໄມ້ຢູ່ລາວ

ພິທີເຊັນສັນຍາ ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ລະຫວ່າງລັດຖະບານ ສປປ ລາວ ແລະ ລັດຖະບານ ສ. ເຢຍລະມັນ ໄດ້ຈັດຂຶ້ນໃນວັນທີ 15 ກຸມພາ 2021 ທີ່ກະຊວງແຜນການ ແລະ ການລົງທຶນ ຊຶ່ງໄດ້ລົງນາມໂດຍ ພະນະທ່ານ ປອ ກິແກ້ວ ຈັນທະບູຣີ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ພະນະທ່ານ Jens Luetkenherm, ເອກອັກຄະລັດຖະທູດເຢຍລະມັນ ປະຈໍາ ສປປ ລາວ.

ແຜນງານ FLEGT ແມ່ນການສະໜັບສະໜູນດ້ານການເງິນໂດຍກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາແຫ່ງເຢຍລະມັນ (BMZ) ໂດຍຜ່ານທະນາຄານຊິນເຊື່ອເພື່ອການພັດທະນາເຢຍລະມັນ (KfW) ໃນມູນຄ່າ 20 ລ້ານເອີໂຣ (ປະມານ 220 ຕື້ກ່ວາກີບ).

ນອກນັ້ນເປັນການສົມທົບທຶນທີ່ບໍ່ເປັນເງິນສົດຂອງລັດຖະບານ ສປປ ລາວ ມູນຄ່າ 4 ລ້ານເອີໂຣ. ແຜນງານດັ່ງກ່າວຈັດຕັ້ງປະຕິບັດໂດຍ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍການສະໜັບສະໜູນຂອງບໍລິສັດທີ່ປຶກສາ ສາກົນ ແລະ ມີໄລຍະຈັດຕັ້ງປະຕິບັດ ເລີ່ມແຕ່ປີ 2021 ເຖິງປີ 2026.

ຈຸດປະສົງຂອງແຜນງານ FLEGT ແມ່ນເພື່ອສະໜັບສະໜູນລັດຖະບານ ສປປ ລາວ ໃນການຄໍ້າປະກັນຊັບພະຍາກອນປ່າໄມ້ ແລະ ຊິວິດການເປັນຢູ່ຂອງປະຊາຊົນທີ່ດໍາລົງຊີວິດດ້ວຍການຄ້າຂາຍໄມ້ ໂດຍການນໍາໃຊ້ລະບົບຮັບປະກັນຄວາມຖືກຕ້ອງທາງກົດໝາຍຂອງໄມ້ (Timber Legality Assurance System, TLAS) ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ອຸດສາຫະກໍາປຸງແຕ່ງໄມ້ຂອງ ສປປ ລາວ. ແຜນດໍາເນີນຂອງສະຫະພາບເອີຣົບວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (EU FLEGT Action Plan) ເປັນແຜນລິເລີ່ມຂອງສະຫະພາບເອີຣົບທີ່ກໍາລັງຈັດຕັ້ງປະຕິບັດໃນ 9 ປະເທດທົ່ວໂລກ ພາຍໃຕ້ການເປັນຄູ່ຮ່ວມສັນຍາແບບສະໝັກໃຈ ຊຶ່ງໄດ້ເລີ່ມເຈະລາກັບລັດຖະບານ ສປປ ລາວ ນັບແຕ່ປີ 2007 ເປັນຕົ້ນມາ ໂດຍມີກະຊວງກະສິກໍາ ແລະ ປ່າໄມ້ ເປັນຜູ້ເຈລະຈາຫຼັກຝ່າຍລັດຖະບານ ສປປ ລາວ ແລະ ໄດ້ຮັບການສະໜັບສະໜູນດ້ານວິຊາການໂດຍອົງການຮ່ວມມືເພື່ອການພັດທະນາແຫ່ງເຢຍລະມັນ (GIZ). ແຜນງານ FLEGT ເປັນອີກໝາກຜົນໜຶ່ງຂອງການສະໜັບສະໜູນຂອງ ລັດຖະບານ ສ. ເຢຍລະມັນ ຊຶ່ງຈະເປັນການສານຕໍ່ວຽກງານທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ.

ຂະແໜງຊັບພະຍາກອນປ່າໄມ້ ເປັນຂະແໜງໜຶ່ງທີ່ມີຄວາມສໍາຄັນຕໍ່ການພັດທະນາເສດຖະກິດຂອງ ສປປ ລາວ (ໂດຍສະເພາະຂະແໜງປຸງແຕ່ງໄມ້), ການອະນຸລັກຊີວະນາໆພັນ ແລະ ການຫຼຸດຜ່ອນຄວາມທຸກຍາກ. ການຄ້າໄມ້ທີ່ຜິດກົດໝາຍເປັນບັນຫາໜຶ່ງ ທີ່ສົ່ງຜົນກະທົບຕໍ່ການຂອງປະຊາຊົນໃນຂົງເຂດຊົນນະບົດ ທີ່ຕ້ອງເພິ່ງພາອາໄສຊັບພະຍາກອນປ່າໄມ້ໃນການດໍາລົງຊີວິດ. ພ້ອມດ້ວຍການນັ້ນ, ການຕັດໄມ້ທໍາລາຍປ່າ ຍັງສົ່ງຜົນກະທົບຕໍ່ຊີວະນາໆພັນ ແລະ ການປ່ຽນແປງດິນຟ້າອາກາດ ແລະ ໄມ້ທີ່ຖືກຕັດແບບຜິດກົດໝາຍຍັງໄດ້ຮັບການຊົມໃຊ້ ແລະ ຄ້າຂາຍໃນຫຼາຍໆປະເທດລວມທັງ ເຢຍລະມັນ. ສະນັ້ນ, ການແກ້ໄຂບັນຫາການຄ້າຂາຍໄມ້ຢ່າງຜິດກົດໝາຍ, ການສ້າງລະບົບຄຸ້ມຄອງຕ່ອງໂສ້ການຜະລິດໄມ້, ການຄຸ້ມຄອງທີ່ດິນທີ່ຈະແຈ້ງ ແລະ ໂປ່ງໄສ ຈຶ່ງເປັນສິ່ງທ້າທາຍທີ່ສໍາຄັນສໍາລັບຂະແໜງປ່າໄມ້ຂອງ ສປປ ລາວ.

ໃນນີ້, ແຜນງານ FLEGT ຈະເຂົ້າມາມີບົດບາດໃນການສະໜັບສະໜູນລັດຖະບານ ສປປ ລາວ ໃນການປະຕິຮູບຂະແໜງປ່າໄມ້ແບບຍືນຍົງ ໂດຍການສ້າງສິນຄ້າໄມ້ທີ່ຖືກຕ້ອງຕາມກົດໝາຍ ແລະ ມີຖະບຽນ FLEGT ເພື່ອຢັ້ງຢືນຄວາມຖືກຕ້ອງ ແລະ ສອດຄ່ອງຕາມມາດຖານ.

ນອກຈາກນີ້, ແຜນງານຍັງສະໜັບສະໜູນການສ້າງວຽກເຮັດງານທໍາໃນຂະແໜງອຸດສາຫະກໍາປຸງແຕ່ງໄມ້ ຊຶ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ພ້ອມທັງເປັນການສ້າງມູນຄ່າໃຫ້ແກ່ສິນຄ້າໄມ້ຂອງ ສປປ ລາວ ໃນອະນາຄົດ.