ທະຫານແຂວງຫຼວງນ້ຳທາ ກັກຕົວ ຜູ້ຄ້າຂາຍພ້ອມຂອງກາງ ຢ​ າ ເ ສ ບ ຕິ​ ​ດ 36.360 ເມັດ. – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ທະຫານແຂວງຫຼວງນ້ຳທາ ກັກຕົວ ຜູ້ຄ້າຂາຍພ້ອມຂອງກາງ ຢ​ າ ເ ສ ບ ຕິ​ ​ດ 36.360 ເມັດ.

Published

on

ຕາມການໃຫ້ຂໍ້ມູນຂອງສະ ຫາຍ ຮ້ອຍເອກ ຈອນສະຫວັນ ບຸດສາຍໂຈ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 133 ທະຫານແຂວງຫຼວງນໍ້າທາ ໃນວັນທີ 5 ກຸມພາ 2021 ນີ້, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີກຸ່ມຄົນບໍ່ດີເຄື່ອນໄຫວ ມົ້ວສຸມຄ້າ-ຂາຍຢາເສບຕິດປະ ເພດຢາບ້າຢູ່ຂອບເຂດຫຼັກໜາຍ 39 ຊາຍແດນທາງນໍ້າ ລະຫວ່າງ ລາວ-ມຽນມາ ເຂດຊຽງກົກ ເມືອງລອງ ແຂວງຫຼວງນໍ້າທາ, ຈາກນັ້ນ ກໍໄດ້ແຕ່ງຕັ້ງພະນັກງານ ວິຊາສະເພາະອອກເຄື່ອນໄຫວລາດຕະເວນຕາມຂອບເຂດ ຄວາມຮັບຜິດຊອບຂອງກົມກອງ.

ທະຫານແຂວງຫຼວງນ້ຳທາ ກັກຕົວ ຜູ້ຄ້າຂາຍພ້ອມຂອງກາງ ຢ​ າ ເ ສ ບ ຕິ​ ​ດ 36.360 ເມັດ​ຂ່າວທົ່ວໄປທະຫານແຂວງຫຼວງນ້ຳທາ ກັກຕົວ ຜູ້ຄ້າຂາຍພ້ອມຂອງກາງ ຢ​ າ ເ ສ ບ ຕິ​ ​ດ 36.360 ເມັດ​4 ຕາມການໃຫ້ຂໍ້ມູນຂອງສະ ຫາຍ ຮ້ອຍເອກ ຈອນສະຫວັນ ບຸດສາຍໂຈ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 133 ທະຫານແຂວງຫຼວງນໍ້າທາ ໃນວັນທີ 5 ກຸມພາ 2021 ນີ້, ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຈະມີກຸ່ມຄົນບໍ່ດີເຄື່ອນໄຫວ ມົ້ວສຸມຄ້າ-ຂາຍຢາເສບຕິດປະ ເພດຢາບ້າຢູ່ຂອບເຂດຫຼັກໜາຍ 39 ຊາຍແດນທາງນໍ້າ ລະຫວ່າງ ລາວ-ມຽນມາ ເຂດຊຽງກົກ ເມືອງລອງ ແຂວງຫຼວງນໍ້າທາ, ຈາກນັ້ນ ກໍໄດ້ແຕ່ງຕັ້ງພະນັກງານ ວິຊາສະເພາະອອກເຄື່ອນໄຫວລາດຕະເວນຕາມຂອບເຂດ ຄວາມຮັບຜິດຊອບຂອງກົມກອງ.

ພໍມາຮອດຕອນແລງ ເວລາ 16: 20 ນາທີ ຂອງວັນທີ 9 ກຸມພາ 2021, ໄດ້ປະກົດເຫັນຜູ້ຕ້ອງ ສົງໄສ 2 ຄົນຂີ່ລົດຈັກມາຈອດ ແຄມຂອງ ແລະເຫັນເຮືອກາບລໍາ ໜຶ່ງຂີ່ມາແຕ່ຝັ່ງປະເທດມຽນມາ ເຂົ້າມາຈອດຝັ່ງລາວ, ສະນັ້ນຈິ່ງ ສະແດງຕົວເຂົ້າກວດຄົ້ນ ຈຶ່ງສາ ມາດກັກຕົວຜູ້ຖືກຫາໄດ້ 2 ຄົນ ຊື່ທ້າວ ຊາເຢີ, ອາຍຸ 25 ປີ, ອາ ຊີບ ຊາວສວນ, ທ້າວ ຊາທູ ອາ ຍຸ 24 ປີ, ອາຊີບ ຊາວສວນ, ທັງ ສອງຄົນຢູ່ບ້ານຕັບໄຮໃໝ່ ເມືອງ ລອງແຂວງຫຼວງນໍ້າທາ ພ້ອມ ຂອງກາງປະເພດ ຢາບ້າ 6 ຫໍ່, ມີ 36.360 ເມັດ, ລົດຈັກ 2 ຄັນ, ເງິນກີບ 15.746.000 ກີບ, ເງິນຢວນ 900 ຢວນ, ເງິນບາດ 100 ບາດ ແລະ ໂທລະສັບ 6 ໜ່ວຍ. ສ່ວນຄູ່ຮ່ວມຂະບວນການແມ່ນໄດ້ຂີ່ເຮືອຫຼົບໜີໄປຝັ່ງປະ ເທດມຽນມາ. ຜ່ານການສືບສວນ-ສອບ ສວນພວກກ່ຽວທັງ 2 ຄົນໄດ້ຮັບ ສາລະພາບວ່າ : ຢາເສບຕິດປະ ເພດຢາບ້າ ຈໍານວນດັ່ງກ່າວແມ່ນ ຂອງພວກກ່ຽວແທ້ ເຊິ່ງໄດ້ພົວ ພັນຊື້ນຳຄູ່ຮ່ວມຂະບວນການ ດຽວກັນ ຊື່ທ້າວ ອຸ່ນແສງ ອາຊີບ ປະຊາຊົນ ຢູ່ບ້ານຊຽງລາບ ເມືອງ ແລະ ແຂວງ ທ່າຂີ້ເຫຼັກ ປະ ເທດມຽນນມາ ສ່ວນຜູ້ກ່ຽວແມ່ນ ໄດ້ຂີ່ເຮືອຫຼົບໜີ, ປັດຈຸບັນຜູ້ຖືກ ຫາທັງ 2 ຄົນ ພ້ອມຂອງກາງ ຢາເສບຕິດ 36.360 ເມັດ ແມ່ນ ໄດ້ສົ່ງໃຫ້ທາງເຈົ້າໜ້າທີ່ ປກສ ເມືອງລອງ ສືບສວນ-ສອບສວນ ຂະຫຍາຍຜົນຫາກຸ່ມແກ້ງເພື່ອ ມາດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ຂ່າວກອງທັບ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້