ຊາຍຫນຸ່ມອາຍຸ 16 ປີ ກໍ່ເຫດຄາດຕະກຳຊາຍອາຍຸ 21 ປີ

ໃນເວລາ 8:30ໂມງຂອງວັນທີ 08 ກຸມພາ 2021 ເຈົ້າໜ້າທີ່ ປກສ ເມືອງໄຊທານີ ໄດ້ຮັບແຈ້ງຄວາມທາງໂທລະສັບວ່າມີຄົນເສຍຊີວິດ 01 ຄົນ, ຢູ່ເຂດບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈາກນັ້ນ ປກສ ເມືອງໄຊທານີ ຈື່ງໄດ້ແຕ່ງຕັ້ງໜ່ວຍງານວິຊາສະເພາະ ໂດຍປະສານສົບທົບກັບພະແນກສືບຂ່າວ, ພະແນກສອບສວນ ແລະ ກອງຕຳຫຼວດນິຕິວິທະຍາ ຫ້ອງຕຳຫຼວດ ປກສ ນວ

ໂດຍໄດ້ຮັບການຊີ້ນຳຢ່າງໃກ້ສິດຈາກ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ລົງກວດກາສະຖານທີ່ເກີດເຫດ ເຫັນວ່າມີຄົນເສຍຊີວິດແທ້ ຈຶ່ງໄດ້ເກັບກຳຂໍ້ມູນ ແລະ ຊັນນະສູດຊາກສົບເຫັນວ່າຜູ້ຕາຍແມ່ນຊື່ທ້າວ ດາວປະດິດ ຫຼື ດິດ ອາຍຸ 21 ປີ, ຫວ່າງງານ ຢູ່ບ້ານດ່ານຊ້າງ ມີຮ່ອງຮອຍບາດແຜຖືກຟັນ ແລະ ແທງດ້ວຍຂອງມີຄົມຈຳນວນຫຼາຍຈຸດ ຢູ່ຕາມຫົວ ແລະ ຕົນຕົວ

ຜ່ານການສືບສວນ-ສອບສວນເອົາຂໍ້ມູນຫຼັກຖານຕາມຫຼັກການວິຊາສະເພາະ ຈຶ່ງສາມາດກໍານົດເປົ້າໝາຍຜູ້ກໍ່ເຫດພໍເຖິງເວລາ 11:00ໂມງ, ຂອງວັນດຽວກັນສາມາດກັກຕົວຜູ້ກໍ່ເຫດຄື: ທ້າວ ວິລະພົນ ອາຍຸ 16 ປີ, ວ່າງງານ ຢູ່ບ້ານດ່ານຊ້າງ ເມືອງໄຊທານີ ມາດຳເນີນການສືບສວນ-ສອບສວນ.

ສ່ວນຄະດີດັ່ງກ່າວ ພາຍຫຼັງເຈົ້າໜ້າທີ່ສືບສວນ-ສອບສວນ ສຳເລັດແລ້ວລາຍລະອຽດຜົນການສືບສວນ-ສອບສວນ ຈະລາຍງານໃຫ້ຊາບຕື່ມອີກພາຍຫຼັງ.

.