ຂ່າວພາຍໃນ
ຈັບແມ່ຄ້າຂາຍເລກເຖື່ອນ ພ້ອມຂອງກາງຄົບຊຸດ

ໃນຕອນເຊົ້າຂອງມື້ນີ້ ( ວັນທີ 29 ພຶດສະພາ 2020 ) ພັທ ສຸລິວັນ ລາດຊະວົງ ຫົວໜ້າຫ້ອງຕຳຫຼວດ ປກສ ນວ ໄດ້ໃຫ້ສຳພາດຕໍ່ທີມງານນັກຂ່າວ ປກສ ນວ ວ່າ: ໃນວັນທີ 27 ພຶດສະພາ ຜ່ານມານີ້ ໄດ້ຮັບການແຈ້ງຄວາມຈາກພົນລະເມືອງດີວ່າ: ມີຄົນຂາຍເລກເຖື່ອນ ( ເລກໄທ ແລະ ເລກຫວຽດນາມ ) ແບບຈົດ ຢູ່ເຂດບ້ານດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ມາຮອດເວລາ 13:30 ໂມງ ເຈົ້າໜ້າທີ່ສະເພາະກິດ ຈິ່ງໄດ້ລົງກວດກາສະຖານທີ່ດັ່ງກ່າວ ພົບເຫັນເປົ້າໝາຍກຳລັງຂາຍເລກເຖື່ອນ ຢູ່ເຂດບ້ານດົງໂດກ ຈິ່ງໄດ້ເຊີນຕົວຄົນຂາຍ ມາຫ້ອງຕຳຫຼວດ ປກສ ນວ ພ້ອມຂອງກາງ ໃບສະຫຼາກກິນແບ່ງຂອງລັດຖະບານໄທ, ກາຈ້ຳ ແລະ ອຸປະກອນໃນການຂາຍ ເພື່ອສືບສວນ-ສອບສວນ.

ໃນການລົງແກ້ໄຂຂາຍເລກເຖື່ອນຄັ້ງນີ້ ທ່ານ ຫົວໜ້າຫ້ອງຕຳຫຼວດ ປກສ ນວ ໃຫ້ຮູ້ອີກວ່າ: ເປົ້າໝາຍທີ່ຂາຍເລກເຖື່ອນທີ່ເຊີນມາຊື່ ນ. ຂັນຄຳ ອາຍຸ 40 ປີ, ອາຊີບຄ້າຂາຍ, ຢູ່ບ້ານດົງໂດກ ເມືອງໄຊທານີ ໄດ້ຍອມຮັບສາລະພາບວ່າ: ຜູ້ກ່ຽວໄດ້ຂາຍເລກຫວຽດນາມແບບຈົດຂາຍ ແລະ ສະຫຼາກກິນແບ່ງລັດຖະບານໄທ ໂດຍໄດ້ສັ່ງຊື້ຢູ່ແຂວງອຸດອນ ( ປະເທດໄທ ) ຈຳນວນ 190 ໃບ; ຂາຍໄປແລ້ວ 47 ໃບ, ຍັງເຫຼືອ 134 ໃບ; ສໍາລັບເລກຫວຽດນາມ ແມ່ນໄດ້ຂຽນເວລາເລກອອກ ໃສ່ບິນໃຫ້ລູກຄ້າພ້ອມ ແລະ ໄດ້ຂຽນຄຳວ່າແດງ ໝາຍເຖິງລາງວັນທາງເທິງ ແລະ ຂຽນຄຳດຳ ໝາຍເຖິງລາງວັນທາງລຸ່ມ ແລະ ໄດ້ຈ້ຳກາ ວັນທີ, ເດືອນ, ປີ ໃສ່ບິນ ແລ້ວຈື່ງໃຫ້ລູກຄ້າ ໂດຍບໍ່ໄດ້ຮັບອະນຸຍາດຈາກລັດຖະບານ.

ຕໍ່ກັບ ນ. ຂັນຄຳ ເຫັນວ່າຜູ້ກ່ຽວມີເຈຕະນາຂາຍເລກເຖື່ອນ ( ສະຫຼາກກິນແບ່ງລັດຖະບານໄທ ແລະເລກຫວຽດນາມ ) ແທ້; ເຊິ່ງຜູ້ກ່ຽວໄດ້ເຄື່ອນໄຫວຂາຍເລກເຖື່ອນມາໄດ້ 2 ປີກວ່າແລ້ວ ແລະ ເຈົ້າໜ້າທີ່ໄດ້ນຳຕົວຜູ້ກ່ຽວມາສຶກສາອົບຮົມແລ້ວ ຈຳນວນ 2 ຄັ້ງຄື: ໃນວັນທີ 15 ຕຸລາ 2019, ໃນວັນທີ 25 ກຸມພາ 2020; ເຊິ່ງການກະທໍາຂອງ ນ. ຂັນຄໍາ ແມ່ນຜິດຕໍ່ກົດໝາຍ ມາດຕາ 141 ຂອງປະມວນກົດໝາຍອາຍາ. ສະນັ້ນ, ເຈົ້າໜ້າທີ່ຈະໄດ້ດໍາເນີນຄະດີຕາມກົດໝາຍ.

ຕໍ່ກັບບັນຫານີ້ ພັທ ສຸລິວັນ ລາດຊະວົງ ຂໍຝາກເຖິງພໍ່-ແມ່ປະຊາຊົນ ຈົ່ງໄດ້ພ້ອມກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າຫາກຍັງເຫັນວ່າມີການຂາຍເລກເຖື່ອນ ແລະ ຫຼີ້ນເກມອອນລາຍ ຂໍໃຫ້ລາຍງານຕໍ່ເຈົ້າໜ້າທີ່; ສ່ວນບຸກຄົນໃດທີ່ຍັງສືບຕໍ່ຂາຍເລກເຖື່ອນ ໂດຍບໍ່ຢ້ານຕໍ່ລະບຽບກົດໝາຍ ເຈົ້າໜ້າທີ່ຈະເອົາໃຈໃສ່ແກ້ໄຂ, ຖ້າພົບເຫັນແມ່ນຈະໄດ້ດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັມງວດ ເພື່ອເຮັດໃຫ້ປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.
ຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ
ຂ່າວພາຍໃນ
ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.
ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,
ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ
ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.
ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.
ທີ່ມາ: ວຽງຈັນທາຍ
ຂ່າວພາຍໃນ
ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.
ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.
ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.
ຂ່າວພາຍໃນ
ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

-
ຂ່າວອຸປະຕິເຫດ1 ປີ ago
ມາຮັບເອົາແມ່ກັບບ້ານແລ້ວເດີ ຮອດບ້ານຮອດເຮືອນແລ້ວ.
-
ທົ່ວໄປ1 ປີ ago
ກະຈ່າງແຈ້ງແລະຊັດເຈນ! ເທີ ກັບ ມ່ອມ ປະກາດຢ່າຮ້າງກັນແລ້ວ
-
ทั่วไป10 ເດືອນ ago
ພີ່ນ້ອງໃຜ! ມາເບີ່ງເອົາເດີ້ ຖືກລົດໃຫຍ່ຍຽບ ບໍ່ຊາບຊະຕາກຳ
-
ข่าวไทย1 ປີ ago
ວ້າວ!! ເປີດພາບແພນເຄັກລ່າສຸດ ຫຼັງຕັດສິນໃຈສັນຍະກຳຫນ້າ
-
ທົ່ວໄປ1 ປີ ago
ເລື່ອງລາວຂົນລຸກ! ໝໍລຳ ອິນແຕ່ງ ກ່ອນຈົບຊີວິດ ບໍ່ໄດ້ກ່ຽວກັບໜີ້ພໍ່ 300 ລ້ານ ສິ່ງທີ່ແນມບໍ່ເຫັນຢ່າຄິດວ່າມັນບໍ່ມີ
-
ທົ່ວໄປ11 ເດືອນ ago
ໂຫດ! ສາວງາມຖືກແຟນ ເກົ່າແທງຍັບ ດັບຄາຕຽງ
-
ຂ່າວສັງຄົມ1 ປີ ago
ຮູ້ຄວາມຈິງແລ້ວ..! ພໍ່ໝໍລຳ ອິນແຕ່ງຊີ້ແຈງ ສາເຫດລູກສາວຄິດສັ້ນໂດດຂົວຈົບຊີວິດ(ມີຄລິບ)
-
ຂ່າວບັນເທິງ1 ປີ ago
ຟັງແລ້ວຂົນລຸກ ປານໝໍລຳ ອິນແຕ່ງ ແກ້ວບົວລາ ກັບຊາດລົງມາເກີດ