ຕ້ານການສໍ້ລາດບັງຫລວງ ແມ່ນຫນ້າທີ່ຂອງທຸກຄົນ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ຕ້ານການສໍ້ລາດບັງຫລວງ ແມ່ນຫນ້າທີ່ຂອງທຸກຄົນ

Published

on

ຕາມຂ່າວສານ ຂປລ. ໃຫ້ຮູ້ວ່າ ເມື່ອທ້າຍອາທິດຜ່ານມາ ອົງການກວດກາກາລັດຖະບານ ຮ່ວມກັບສະຖາບັນຊ່ວຍເຫລືອທາງດ້ານກົດໝາຍ ແລະ ວິຊາການ ປະເທດລຸກຊໍາບວກ (ILSTA), ໄດ້ຈັດພິທີ ສະເຫລີມສະຫລອງວັນສາ ກົນຕ້ານການສໍ້ລາດບັງຫລວງ ຄົບຮອບ 17 ປີ (9 ທັນວາ 2003 ຫາ 9 ທັນວາ 2020) ຂຶ້ນທີ່ໂຮງຮຽນມັດທະຍົມສົມບູນສາລາຄຳ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ,

ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ໄຊຄຳ ອຸ່ນມີໄຊ ຮອງປະທານອົງການກວດກາລັດຖະບານ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ທ່ານ ນາງ ອາລິນາ ທິມຸດ ເຈົ້າໜ້າທີ່ສະຖາບັນຊ່ວຍເຫລືອທາງດ້ານກົດໝາຍ ແລະ ວິຊາການ ປະເທດລຸກຊຳບວກ, ທ່ານ ບຸນຊົມ ສຸດທິວົງ ຜູ້ອໍານວຍການໂຮງຮຽນມັດທະຍົມສົມບູນ ສາລາຄຳ, ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ໄຊຄໍາ ອຸ່ນມີໄຊ ໄດ້ຫວນຄືນຄວາມເປັນມາ ຂອງວັນສາກົນຕ້ານການສໍ້ລາດບັງຫລວງ ໂດຍທ່ານໄດ້ຍົກໃຫ້ເຫັນຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງການສໍ້ລາດບັງຫລວງ, ຊຶ່ງແມ່ນອາຊະຍາກຳໜຶ່ງ ທີ່ເກີດຂຶ້ນໃນກົງຈັກການຈັດຕັ້ງຂອງພາກລັດ, ເປັນໄພອັນຕະລາຍອັນໃຫຍ່ຫລວງທີ່ສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງ ການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກ ບໍ່ວ່າຈະແມ່ນປະເທດນ້ອຍ, ໃຫຍ່, 

ທຸກຍາກ ຫລື ຮັ່ງມີ ກໍ່ລ້ວນແຕ່ໄດ້ຮັບຜົນກະທົບ, ດັ່ງນັ້ນໃນກອງປະຊຸມໃຫຍ່ອົງການສະຫະປະຊາຊາດປີ 2.000 ໄດ້ກໍານົດຄວາມຈໍາເປັນ ໃນການສ້າງກົດໝາຍສາ ກົນ ທີ່ມີປະສິດທິຜົນໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃນຂອບເຂດທົ່ວໂລກ. ຈາກນັ້ນ, ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການຕ້ານການສໍ້ລາດບັງຫລວງ ໄດ້ຖືກຮັບຮອງເອົາຢ່າງເປັນເອກະ ສັນ ໃນວັນທີ 18 ທັນວາ 2002 ທີ່ນະຄອນນິວຢອກ ສະຫະລັດອາເມຣິກາ ແລະ ໄດ້ເປີດໃຫ້ບັນດາປະເທດລົງນາມຮັບຮອງ ໃນວັນທີ 9-11 ທັນວາ 2003 ທີ່ເມືອງ ເມລິດາ ປະເທດແມັກຊີໂກ, (ສຳລັບ ສປປ ລາວ ໄດ້ລົງນາມໃນວັນທີ 10 ທັນວາ 2003 ແລະ ໃຫ້ສັດຕະຍາບັນ ໃນວັນທີ 25 ກັນຍາ 2009 ເປັນຕົ້ນມາ).

ນອກນີ້, ຍັງໄດ້ຍົກໃຫ້ເຫັນຜົນຮ້າຍ ແລະ ຄວາມເປັນອັນຕະລາຍ ຂອງການສໍ້ລາດບັງຫລວງ ໃຫ້ແກ່ພະນັກງານ, ຄູ-ອາຈານ ແລະ ນັກຮຽນ, ນັກສຶກສາ, ປັນຍາຊົນທຸກຊັ້ນຄົນ ໃຫ້ຮັບຮູ້ເຂົ້າ ໃຈຢ່າງເລິກເຊິ່ງ ເພື່ອເຮັດໃຫ້ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ບໍ່ແມ່ນວຽກສະເພາະຂອງອົງການຈັດຕັ້ງໃດໜຶ່ງ ແລະ ປະເທດໃດໜຶ່ງ ແຕ່ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງໝົດທຸກຄົນໃນສັງຄົມ ທີ່ຈະຕ້ອງເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ຕ້ານການຟູມເຟືອຍ ແລະ ພ້ອມກັນປະຕິບັດນະໂຍບາຍປະຢັດແຫ່ງຊາດ, ຄຸ້ມຄອງ ແລະ ນໍາໃຊ້ທຸກແຫລ່ງລາຍຮັບຂອງຊາດຢ່າງຄຸ້ມຄ່າ ແລະ ມີປະສິດທິຜົນ ເຂົ້າໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ໃຫ້ມັ່ງຄັ້ງເຂັ້ມແຂງ, 

ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ,ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ເອົາໃຈໃສ່ເພີ່ມທະວີການໂຄສະນາສຶກສາອົບຮົມ, ປຸກລະດົມທຸກການຈັດຕັ້ງ ແລະ ພົນລະເມືອງລາວ ໃຫ້ຮັບຮູ້-ເຂົ້າໃຈ ແລະ ເຫັນໄດ້ໄພອັນຕະລາຍຂອງການສໍ້ລາດບັງຫລວງຕາມທິດນຳທີ່ວ່າ: ບໍ່ກ້າ, ບໍ່ສາມາດ ແລະ ບໍ່ຢາກສໍ້ລາດບັງຫລວງ; ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫລວງ, ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນຊັ້ນຄົນຕ່າງໆໄດ້ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ-ທົ່ວເຖິງເລິກເຊິ່ງ, ທັງເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງໃຫ້ແຂງແຮງກວ່າເກົ່າ.

ນອກນີ້, ທ່ານ ເທບພະໄທ ພັນກ້າ ຮອງຫົວໜ້າກົມຕ້ານ ແລະ ສືບສວນສອບສວນ ກໍໄດ້ຂຶ້ນບັນ ຍາຍ ບົດຮຽນກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຢູ ສປປ ລາວ, ທ່ານ ນາງ ອາລິນາ ທິມຸດ ເຈົ້າໜ້າທີ່ສະຖາບັນຊ່ວຍເຫລືອທາງດ້ານກົດໝາຍ ແລະ ວິຊາການ ປະເທດລຸກຊຳບວກ ໄດ້ບັນຍາຍ ກ່ຽວກັບບົດຮຽນສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງຢູ່ສາກົນ. ໃນຕອນທ້າຍພິທີ ໄດ້ມີກິດຈະກຳ ຖາມ-ຕອບຄຳຖາມ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ແລະ ໄດ້ມອບໂປສເຕີໂຄສະນາ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນສາລາຄຳ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້