ດ່ວນ!!! ເພຈ ສຳນັກຂ່າວສານປະເທດລາວ ຖືກແຮ໊ກ

ແຈ້ງການສຳນັກຂ່າວສານປະເທດລາວຂໍແຈ້ງໃຫ້ຊາບວ່າ ປັດຈຸບັນເຟສະບຸກເພດຂອງສຳນັກຂ່າວສານປະເທດລາວທີ່ມີຊື່ວ່າ “ປະເທດລາວ Pathedlao” ຖືກແຮກ (hacked) ຈາກກຸ່ມຄົນບໍ່ຫວັງດີ, ປັດຈຸບັນພວກເຮົາກຳລັງດຳເນີນການແກ້ໄຂ. ທຸກການໂພສນັບແຕ່ເວລາ 9:00 ໂມງຂອງວັນທີ 11 ກຸມພາ 2021 ບໍ່ແມ່ນການປະຕິບັດຂອງພວກເຮົາ.

ດັ່ງນັ້ນຈຶ່ງແຈ້ງມາຍັງທຸກທ່ານທີ່ຕິດຕາມເພື່ອຊາບ.

ຄະນະຮັບຜິດຊອບສື່ອອນລາຍສຳນັກຂ່າວສານປະເທດລາວ

.