ໂຈ ໄບເດນ ໄດ້ປະກາດແຜນຄວໍ້າບາດບັນດາຜູ້ນຳທະຫານມຽນມາ

ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ໄດ້ປະກາດແຜນຄວໍ້າບາດບັນດາຜູ້ນຳທະຫານມຽນມາທີ່ຢູ່ເບື້ອງຫຼັງການກໍ່ລັດຖະປະຫານໃນອາທິດທີ່ຜ່ານມາ ແລະ ຮຽກຮ້ອງໃຫ້ປະເທດອື່ນໆຮ່ວມກັນກົດດັນໃຫ້ມຽນມາກັບຄືນສູ່ປະຊາທິປະໄຕ.

ສຳນັກຂ່າວກຽວໂຕລາຍງານວ່າ ມາດຕະການຄວໍ້າບາດດັ່ງກ່າວບໍ່ໄດ້ກະທົບຕໍ່ບັນດາຜູ້ນຳທະຫານມຽນມາເທົ່ານັ້ນ ແຕ່ຍັງລວມເຖິງຜົນປະໂຫຍດທາງທຸລະກິດ ແລະ ສະມາຊິກໃນຄອບຄົວຜູ້ນຳເຫຼົ່ານັ້ນ ໂດຍຈະມີການປະກາດລາຍຊື່ບຸກຄົນກຸ່ມທຳອິດທີ່ຈະຄວໍ້າບາດພາຍໃນອາທິດນີ້.

ນອກຈາກນີ້, ທ່ານປະທານາທິບໍດີ ໂຈ ໄບເດນ ຍັງກຽມໃຊ້ມາດຕະການ “ຄວບຄຸມການສົ່ງອອກຢ່າງເຂັ້ມງວດ” ແລະ ຈະກີດຂວາງນາຍພົນບໍ່ໃຫ້ເຂົ້າເຖິງກອງທຶນປະມານ 1 ພັນລ້ານໂດລາທີ່ລັດຖະບານມຽນມາຈັດຂຶ້ນໃນສະຫະລັດ ແຕ່ຍັງບໍ່ໄດ້ໃຫ້ລາຍລະອຽດເພີ່ມຕື່ມ.

ເຖິງຢ່າງໃດກໍ່ຕາມ, ອາເມລິກາຈະສືບຕໍ່ໃຫ້ການສະໜັບສະໜູນດ້ານສາທາລະນະສຸກ, ປະຊາຊົນ ແລະຂະແໜງການອື່ນໆ ທີ່ເປັນຜົນປະໂຫຍດໂດຍກົງຕໍ່ປະຊາຊົນມຽນມາ ແລະ ກ່າວປະນາມການກະທຳ ຂອງເຈົ້າໜ້າທີ່ຕຳຫຼວດທີ່ໃຊ້ກຳລັງເພື່ອປາບປາມຜູ້ທີ່ປະທ້ວງຕໍ່ກອງທັບຢ່າງສັນຕິວິທີ.

U.S. President Joe Biden delivers remarks on the political situation in Myanmar at the White House in Washington, U.S., February 10, 2021. REUTERS/Carlos Barria

ນອກຈາກນີ້, ຍັງໄດ້ກ່າວຢໍ້າອີກເຖິງການຮຽກຮ້ອງໃຫ້ທະຫານມຽນມາປ່ອຍຕົວຜູ້ນຳການເມືອງທີ່ຖືກກັກຂັງໂດຍທັນທີ ນີ້ລວມທັງທ່ານນາງ ອອງ ຊານ ຊູຈີ ແລະ ມອບອຳນາດທີ່ກອງທັບໄດ້ຍຶດເອົາ.

ຮຽບຮຽງຂ່າວ:​ ພຸດສະດີ

  • ຂ່າວ: laopost.com