ນິວຊີແລນປະກາດໂຈະການຕິດຕໍ່ທາງການເມືອງແລະການທະຫານກັບລັດຖະບານມຽນມາ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 9 ກຸມພາ 2020 ວ່າ ນາຍົກລັດຖະມົນຕີຈາຊິນດາ ອາຣ໌ເດິຣນ ຂອງນິວຊີແລນປະກາດໂຈະການຕິດຕໍ່ທາງການເມືອງ ແລະ ການທະຫານກັບລັດຖະບານມຽນມາ ລວມເຖິງໄດ້ຫ້າມຜູ້ນຳທາງການທະຫານຂອງມຽນມາເດີນທາງເຂົ້າປະເທດ ນິວຊີແລນແມ່ນເປັນປະເທດທຳອິດທີ່ອອກມາເຄື່ອນໄຫວກ່ຽວກັບກິດຈະກຳລະຫວ່າງປະເທດຫຼັງເກີການລັດຖະປະຫານໃນມຽນມາ.

ນອກຈາກນີ້, ນິວຊີແລນຍັງຮຽກຮ້ອງໃຫ້ປະຊາຄົມລະຫວ່າງປະເທດອອກມາປະນາມສິ່ງທີ່ເກີດຂຶ້ນໃນມຽນມາ ໂດຍລະບຸວ່າຕ້ອງການໃຫ້ຄະນະລັດຖະມົນຕີສິດທິມະນຸດແຫ່ງສະຫະປະຊາຊາດຈັດການປະຊຸມວາລະພິເສດເພື່ອຫາລືກ່ຽວກັບສະຖານະການໃນປະເທດມຽນມາ.

ສຳລັບໂຄງການຊ່ວຍເຫຼືອຂອງນິວຊີແລນໃນມຽນມາເຊິ່ງມີມູນຄ່າປະມານ 30.5 ລ້ານໂດລາຕໍ່ປີຈະດຳເນີນຕໍ່ໄປ ໂດຍໝັ້ນໃຈວ່າເງິນຊ່ວຍເຫຼືອດັ່ງກ່າວຈະບໍ່ຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານມຽນມາ.

ຮຽບຮຽງຂ່າວ:​ ພຸດສະດີ

  • ທີ່ມາຂ່າວ:​ laopost.com