ວິທີຖອນຄຳບົນບານ ແກ້ຊີວິດຕິດຂັດໃຫ້ດີຂື້ນ – ສື່ລາວ.ຄອມ
Connect with us

ບົດຄວາມ

ວິທີຖອນຄຳບົນບານ ແກ້ຊີວິດຕິດຂັດໃຫ້ດີຂື້ນ

Published

on

ຖ້າເວົ້າເຖີງເລື່ອງຂອງການ ບົນບານສານກ່າວ ຄົງເປັນທີ່ຮູ້ຈັກກັນດີເພາະການບົນບານສານກ່າວນັບເປັນຕົວຊ່ວຍສຸດທ້າຍ ທີ່ຄອຍຍືດໜຽວຈິດໃຈຂອງຄົນເຮົາຕັ້ງແຕ່ສະໄໝບູຮານກັນມາບໍ່ວ່າຈະເປັນຕົວເລື່ອງຂອງດ້ານການຮຽນ, ຄວາມຮັກ, ການງານ, ສຸຂະພາບ ສີ່ງໃດທີ່ບໍ່ປະສົບຜົມສຳເລັດ ກໍຈະມາຂອພອນອະທິຖານໃຫ້ສີ່ງສັກສິດທັ້ງຫລາຍດົນບັນດານພອນນັ້ນໃຫ້ເກິດກັບເຮົາ.

ເຄີຍບໍເວລາຂໍພອນອະທິຖານຕໍ່ສີ່ງສັກສິດ ຫຼື ໄປບົນບານຕໍ່ສານ ເມື່ອໄດ້ສົມຄວາມປາດຖະໜາແລ້ວລືມໄປແກ້ບົນ ຫຼື ບາງທີ່ກໍຈື່ບໍ່ໄດ້ວ່າເຄີຍໄປບົນບານບ່ອນໃດແດ່ ສົ່ງຜົນໃຫ້ຊີວີດຊ່ວງນີ້ເຮັດຍັງກຊຕິດຂັດບໍ່ຄ່ອຍສະດວກສະບາຍຈະຕາມໄປແກ້ບົນແຕ່ກັບຈື່ບໍ່ໄດ້ວ່າເຮົາເຄີຍບົນຫຍັງໄວ້ແນ່ ຫຼື ບົນຕໍ່ສີ່ງສັກສິດຢູ່ໃສແນ່.

ການອະທິຖານຂໍພອນຕໍ່ສີ່ງສັກສິດທັ້ງຫຼາຍເມື່ອຄັ້ງອະດີດຊາດ ຫຼື ຊາດປັດປະຈຸບັນໃນບາງຄັ້ງເຮົາກໍເວົ້າບົນບານສານກ່າວເອົາໄວ້ ແຕ່ກັບລືມໄປແກ້ບົນຕາມທີ່ຂໍໄວ້ຊື່ງ”ວິທີ່ການຖອນຄຳອະທິຖານແກ້ບົນທີ່ຈື່ບໍ່ໄດ້ດ້ວຍບຸນ” ໃນຄັ້ງນີ້ຈະໝາຍລວມເຖິງ ການສາບານ ຫຼື ໄປສາບແຊ່ງໃຜທີ່ເຄີຍໂກດແຄ້ນເຄື່ອງໄວ້ດ້ວຍເຊັ່ນກັນ.

ສີ່ງທີ່ຕ້ອງຕຽມ.

1. ພະພຸດທະຮູບນັ່ງສະມາທິ 1 ອົງ.

2. ໝາກໄມ້ 5 ຫຼື 7 ຊະນິດ ໃນແຕ່ລະຊະນິດຕ້ອງປະກອບໄປດ້ວຍ ກ້ວຍນ້ຳຫວ້າ 1 ຫວີ, ມະພ້າວ 1 ລູກ, ໝາກນັດ 1 ລູກ ແລະ ໝາກໄມ້ຕາມລະດູການ

3. ພວງມາໄລດາວເຮືອງ 3 ພວງ.

4. ນ້ຳແດງ 1 ຂວດ ແລະ ນ້ຳຂຽວ 1 ຂວດ.

5. ນ້ຳດື່ມ 1 ຂວດ.

6. ທຽນຂາວ 2 ເລັ້ມ.

7. ທູບ 16 ດອກ.

ວິທີການ:

1. ຈັດຕຽມເຄື່ອງເສັ້ນໄຫວວາງໄວ້ໃຫ້ຮຽບຮ້ອຍ.

2. ຈາກນັ້ນຈຸດທູບ 16 ດອກ ແລະ ກ່າວຕາມດັງນີ້.

ຕັ້ງຈິດໃຈໃຫ້ມັ່ນ ແລະ ກ່າວນະໂມ 3 ຈົບ.

ມະໂນຕະສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ

ມະໂນຕະສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ

ມະໂນຕະສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ

ຂ້າພະເຈົ້າ (ຊື່, ນາມສະກຸນ, ວັນເດື່ອນປີເກິດ) ຂໍອັນເຊີນອົງພະສຳມາສຳພຸດທະເຈົ້າມາເປັນປະທານ ແລະ ສັະຂີພະຍານ

ຕະຫຼອດທັງອັນເຊີນເທບເທວາ ແລະ ສິ່ງສັກສິດທັ້ງຫຼາຍລວມທັ້ງເຈົ້າທາງເຈົ້າປ່າເຈົ້າເຂົາໃຫ້ມາຮັບເຄື່ອງສັງເວີຍເຄື່ອງສັກກາຣະທີ່ລູກໄດ້ຈັດຖວາຍໃຫ້.

ດ້ວຍສັດຈະອະທິຖານທັ້ງໃນອະດິດຊາດ ແລະ ຊາດນີ້ເລື່ອງ (ເອົາທີ່ຈຳໄດ້ຖ້າຈຳບໍ່ໄດ້ກໍບໍຕ້ອງເວົ້າເຖິງ) ສີ່ງຂອງໃດໆທີ່ໄດບົນສາບານສາບແຊ່ງທີ່ຈຳໄດ້ກໍດີ ແລະ ຈຳບໍ່ໄດ້ກໍໍດີ.

ມາເຖິງບັດນີ້ຂ້າພະເຈົ້າຂໍເຈົ້າກຳນາຍເວນດວງຈິດວິນຍານທັ້ງຫຼາຍໂປດມາຮັບໂປດມາໂມທະນາ ໂປດມາອະຫົວສິກຳ ແລະ ໂປດສົງເຄາະຕາມປະສົງຂອງຂ້າພະເຈົ້າໃນຄັ້ງນີ້ ໂປດຖອນຕົວຈາກອຸປະສັກທັງປວງທັ້ງໃນເລື່ອງການງານ ສຸຂະພາບຂໍໂປດເມດຕາໃຫ້ຂ້າພະເຈົ້າໄດ້ພົບກັບກຳດີ ບຸນກຸສົນທີ່ເຄີຍເຮັດມາ ມີຄວາມສຸກຄວາມຈະເລີນຮຸ່ງເຮື່ອງ ຈົນຕາບເທົ່າເຂົ້າສູ່ພະນີດພານດ້ວຍເຖິດ.

ພໍເວົ້າຈົບສາທຸໃຫ້ທຳການປັກທູບ(ຫລັງຈາກລາແລ້ວກໍຂໍພອນໄດ້ໃນເລື່ອງທີ່ຕ້ອງການ ສາທຸ ສາທຸ ສາທຸ)

ຂອບໃຈຂໍ້ມູນຈາກ: ວາລະສານເທວາ

Continue Reading

ບົດຄວາມ

5 ດວງ ວັນເກີດນີ້ ຈະລຳລວຍແບບຢຸດ ໝົດເຄາະກຳ ເງິນທອງໄຫຼມາ 2023 ນີ້

Published

on

By

ດວງ 5 ວັນເກີດນີ້ ຈະລຳລວຍແບບຢຸດບໍ່ໄດ້ ລວຍຈົນຄົນອື່ນອິດສາ.

+ ຄົນທີ່ເກີດວັນຈັນ : ຕາມຄຳທຳນາຍໄດ້ກ່າວວ່າ ຕະຫຼອດທັງປີນີ້ ການງານງານຈະມີການປ່ຽນແປງໃນທາງທີ່ຂື້ນ ອາດໄດ້ເລື່ອນຂັ້ນ ເລື່ອນຕຳແໜ່ງ ປັບເງິນເດືອນຂື້ນ ມີໂອກາດໄດ້ບອກລາຄວາມຈົນ ນອກຈາກນີ້ໃນຊວງເວລານີ້ ຍັງສາມາດຈັດສັນໃນເລື່ອງດານເງິນ ມີເງິນເກັບ ເງິນໃຊ້ບໍ່ຂາດມື ໃຜເປັນເຈົ້າຂອງທຸລະກິດຈະເລີນກ້າວໜ້າ ຄົນໂສດໄດ້ພົບເນື້ອຄູ່ ຄົນມີຄູ່ຮັກກັນໝັ້ນຄົງ ຊີວິດມີແຕ່ຄວາມສຸກສົມຫວັງ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນອັງຄານ : ຕາມຄຳທຳນາຍໄດ້ກ່າວວ່າຕະຫຼອດທັງປີນີ້ ທາງດ້ານການເງິນຈະດີຫຼາຍ ເລີ່ມຕັ້ງຫຼັກເລື່ອງການເງິນໄດ້ ໄດ້ເລື່ອນຂັ້ນຕຳແໜ່ງ ເລື່ອນຂຶ້ນເງິນເດືອນຂື້ນ ພ້ອມມີເກນໂຊກດີ ມີໂອກາດຖືກລາງວັນໃຫຍ່ ນອກຈາກນີ້ຍັງສາມາດຊອກທາງຫາເງິນໄດ້ຫຼາຍຊ່ອງທາງ ດວງການເງິນໂດດເດັ່ນຫຼາຍປີນີ້. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນພຸດ : ຕາມຄຳທຳນາຍໄດ້ກ່າວວ່າ ໃນໄລຍະ 2-3 ປີຫຼັງຊີວິດມີແຕ່ຄວາມລຳບາກ ການເງິນບໍ່ດີ ຕ້ອງຫ່ວງໜ້າຫ່ວງຫຼັງ ຕະຫຼອດ ທັງປີນີ້ ເປັນຈັງຫວະຊີວີດມີແຕ່ຄວາມໂຊກດີ ເປັນປີແຫ່ງມະຫາໂຊກຂອງທ່ານ ການເງິນຄ່ອງຕົວຂື້ນ ໝູນເງິນທັນ ມິໂອກາດໄດ້ໂຊກໃຫຍ່ຈາກການສ່ຽງດວງ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນພະຫັດ : ຈາກການທຳນາຍວ່າ ຕະຫຼອດທັງປີນີ້ ທ່ານຈະມີໂຊກໃຫຍ່ ເຮັດຫຍັງກໍປະສົບຜົນສຳເລັດ ການເງີນໂຊກລາບມາແຮງ ດວງການງານເດັ່ນ ມີເກນໄດ້ເລື່ອນຂັ້ນເລື່ອນຕຳແໜ່ງ ເລື່ອນເງິນເດືອນຂື້ນ ຊີວິດຢູ່ດີມີສຸກ ຄອບຄົວມີແຕ່ຄວາມສຸກຕະຫຼອດປີໃໝ່. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

+ ຄົນທີ່ເກີດວັນສຸກ : ຕາມຄຳທຳນາຍ ປິ 2021 ດວງດີທີ່ສຸດ ຊີວິດຜິກຜັນ ໝົດທຸກ ໝົດໂສກ ມີງານໃຫຍ່ລໍຖ້າຢູ່ ດວງຊາຕາໃນຊວງເວລານີ້ ມີເກນໄດ້ຊັບກ້ອນໃຫຍ່ ຈາກການສ່ຽງໂຊກ ແບບບໍ່ຄາດຝັນເລີຍລະ ຄວນທຳບຸນ ເພື່ອເສີມດວງຊາຕາຂອງທ່ານ. ອ່ານແລ້ວທ່ານສາມາດແບ່ງປັນໃຫ້ໝູ່ໄດ້ອ່ານນຳ ດ້ວຍການກົດແຊຣ໌ ຂໍໃຫ້ທ່ານທີ່ອ່ານ ຈົ່ງໄດ້ດັ່ງຄຳທຳນາຍຂ້າງເທີງນັ້ນທຸກປະການສາທຸເດີ້.

Continue Reading

ບົດຄວາມ

ເງິນ 2ແສນກີບ ຂອງແຕ່ລະຄົນບໍ່ເທົ່າກັນ ໂຊກດີເທົ່າໃດແລ້ວທີ່ມີເພີ່ນເປັນພໍ່ແມ່

Published

on

ເງິນ 200,000ກີບ #ເຮັດໃຫ້ຂ້ອຍນ້ຳຕາໄຫລໄດ້ 🥺
ມີພໍ່ລຸງຄົນ1 ມາຫາຢູ່ຮ້ານ ລາວຈັບເງິນມາ ໂອນເງິນໃຫ້ລູກຊາຍພໍ່ແນ່ ລູກຊາຍບໍ່ມີເງິນຈ້າງລົດມາວຽງ

ແຟນຖາມ : ລູກຊາຍໄປໃສ..??

ພໍ່ລຸງ : ລູກໄປຮຽນຢູ່ຕ່າງແຂວງ ຢາກກັບມາຫລີ້ນບຸນທາດຫລວງ
ພໍ່ບໍ່ຮູ້ເຮັດ #ຢາກໃຫ້ໂອນໃຫ້ລູກຊາຍ ຢາກເຫັນຫນ້າລູກ🥺

ຂ້ອຍ : ໄດ້ຍິນຈົນນຳ້ຕາແຕກ #ຄວາມຮັກຂອງພໍ່ເນາະ
ມີເທົ່າໃດໃຫ້ລູກໄດ້ຫມົດ ຂໍແຕ່ໄດ້ເຫັນລູກ🥺

ເງິນ200,000ຂອງຄົນເຮົາ ມັນມີຄ່າບໍ່ເທົ່າກັນອີຫລີ💙
ບາງຄົນເຂົ້າຄາບດຽວ ກໍ່ຫມົດ
ບາງຄົນເສື້ອຜືນດຽວກໍຫມົດ ແຕ່ສຳຫລັບບາງຄົນ #ມັນຄືຄວາມຮັກແລະຄວາມຫວັງຂອງຜູ້ລໍຄອຍ ຂໍໃຫ້ລູກຊາຍເຈົ້າເດີນທາງປອດໄພ ມາຮອດບ້ານຮອດເຮືອນ ສົມຄວາມຕັ້ງໃຈເຈົ້າເດີ ພໍ່ລຸງ😊

ຮັກພໍ່ແມ່ໃຫ້ຫລາຍໆເດີ #ເຈົ້າໂຊກດີທີ່ມີພໍ່ທີ່ຮັກເຈົ້າຂະຫນາດນີ້✌️🥺

ທີ່ມາ:

Continue Reading

ບົດຄວາມ

ປະຫວັດທະນາຄານ ການຄ້າ ຕ່າງປະເທດລາວ ທະນາຄານທີ່ໃຫຍ່ທີ່ສຸດ ແລະ ເປັນທະນາຄານທຸລະກິດທີ່ມີອາຍຸຫຼາຍສຸດຂອງປະເທດລາວ

Published

on

ປີນີ້ ຄົບຮອບ 33 ປີ ໃນການສ້າງຕັ້ງທະນາຄານການຄ້າຕ່າງປະເທດລາວ (BCEL) ດັ່ງນັ້ນມື້ນີ້ ສື່ລາວ ຈະມາເລົ່າປະຫວັດທະນາຄານການຄ້າ ໃນການກ້າວສູ່ທະນາຄານອັນດັບຫນື່ງໃນ ສປປ ລາວ

ທະນາຄານການຄ້າຕ່າງປະເທດລາວ (BCEL) ມີຈຸດເລີ່ມຕົ້ນຈາກການເປັນສາຂາໃຫ້ກັບທະນາຄານກາງ ໂດຍໄດ້ປະຕິບັດພາລະບົດບາດພິເສດຄື ເປັນທະນາຄານແຫ່ງດຽວ ໃນ ສປປ ລາວ ທີ່ສາມາດດຳເນີນທຸລະກິດກັບສາກົນ (Inter Banking), ຄຸ້ມຄອງບັນດາເງິນຊ່ວຍເຫຼືອລ້າ ແລະ ຄຸ້ມຄອງເງິນກູ້ຈາກຕ່າງປະເທດ

ຈົນມາຮອດປີ 1989 ລະບົບທະນາຄານປະເທດລາວໄດ້ແບ່ງເປັນ 2 ລະບົບໄດ້ແກ່: ທະຄານຄານກາງມີໜ້າທີ່ຄຸ້ມຄອງສະຖຽນລະພາບເງິນຕາ ແລະ ທະນາຄານທຸລະກິດເປັນຜູ້ໃຫ້ບໍລິການທາງການເງິນແກ່ປະຊາຊົນ ໃນເວລານັ້ນທະນາຄານທຸລະກິດແຍກອອກມາເປັນທະນາຄານທຸລະກິດເຕັມຮູບແບບໄດ້ແກ່ ທະນາຄານນະຄອນຫຼວງ ທະນາຄານເສດຖາທິລາດ ແລະ ທະນາຄານການຄ້າຕ່າງປະເທດລາວ ໂດຍມີພຽງສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງວຽງຈັນເທົ່ານັ້ນ

ນັບແຕ່ນັ້ນມາທະນາຄານການຄ້າກໍ່ມີການດຳເນີນງານທີ່ມີປະສິດທິພາບມາຕະຫຼອດ ເຊິ່ງສັງເກດໄດ້ຈາກທະນາຄານທຸລະກິດອື່ນແຍກຕົວອອກມາຄືກັບທະນາຄານການຄ້າ ແຕ່ປະສົບບັນຫຼາຍດ້ານ ໂດຍສະເພາະຂາດປະສິດຕິພາບໃນການບໍລິຫານ ຕ້ອງຍຸບສາຂາ ແລ້ວນຳໄປໂຮມກັບທະນາຄານອື່ນ, ມີການປ່ຽນຊື່ທະນາຄານທຸລະກິດ ມີພຽງແຕ່ທະນາຄານຄ້າຕ່າງປະເທດລາວແຫ່ງດຽວທີ່ຍັງຍືດໜັ້ນຊື່ເດີມຈົນຮອດປະຈຸບັນ ຫຼືອາດເວົ້າໄດ້ວ່າເປັນທະນາຄານທຸລະກິດມີອາຍຸຫຼາຍສຸດໃນປະເທດລາວ

ມາປີ 2011 ທະຄານການຄ້າກໍ່ໄດ້ຈົດທະບຽນໃນຕະຫຼາດຫຼັກຊັບລາວເປັນທະນາຄານທຳອິດໃນ ສປປ ລາວ ໃນນັ້ນຜູ້ຖືຫຸ້ນລາຍໃຫຍ່ແມ່ນກະຊວງ ການເງິນຖືຮຸ້ນ 70%(ປະຈຸບັນຍັງເຫຼືອ 60%) ພະນັກງານ ທຄຕລ 5%, ຄູ່ຮ່ວມຍຸດທະສາດ 10% ແລະ ມະຫາຊົນທົ່ວໄປ 15%

ຈົນມາໃນປະຈຸບັນທະນາຄານທຸລະກິດໃນລາວມີທັ້ງຫມົດ 37 ແຫ່ງ ແຕ່ທະນາຄານການຄ້າເປັນທະນາຄານທີ່ມີປະລິມານຄົນໃຊ້ບໍລິການຫຼາຍສຸດ ສະເເດງອອກໄດ້ຄື:

– ເປັນທະນາຄານທີ່ປະຊາຊົນລາວມາຝາກເງິນຫຼາຍສຸດ ຄິດເປັນ 48% ຂອງປະລິມານເງິນຝາກທັ້ງຫມົດໃນລະບົບເສດຖະກິດ

– ມີສັດສ່ວນປ່ອຍກູ້ຫຼາຍສຸດ ຄິດເປັນ 34% ຂອງປະລິມານສິນເຊື່ອທັ້ງຫມົດໃນລະບົບເສດຖະກິດ

– ມີ User ໃຊ້ແອບ BCELone ຫຼາຍສຸດ ແລະ ມີຈຳນວນສາຂາ ແລະ ຕູ້ ATM ຫຼາຍສຸດໃນປະເທດ

ລອງມາເບີ່ງຜົນການດຳເນີນງານທະນາຄານການຄ້າຕ່າງປະເທດລາວ 3 ປີຍ້ອນຫຼັງ

ປີ 2019 ລາຍໄດ້ລວມ 1.325.424 ລ້ານກີບ

ກຳໄລສຸດທິ 329.482 ລ້ານກີບ

ປີ 2020 ລາຍໄດ້ລວມ 1.383.454 ລ້ານກີບ

ກຳໄລສຸດທິ 223.036 ລ້ານກີບ

ປີ 2021 ລາຍໄດ້ລວມ 1.215.264 ລ້ານກີບ

ກຳໄລສຸດທິ 11.410 ລ້ານກີບ

ປິດທ້າຍ ຖ້າຖາມວ່າທະຄານການຄ້າກ້າວເປັນທະນາຄານອັນດັບໜື່ງໃນປະເທດລາວໄດ້ແນວໃດ? ແນ່ນອນທີ່ຜ່ານມາຈົນຮອດປະຈຸບັນທີ່ທະນາຄານການຄ້າປະຕິບັດຄື “ການສ້າງຄວາມໜ້າເຊື່ອຖື” ແລະ ພັດທະນານະວັດຕະກຳທາງການເງິນໃຫ້ຕອບສະໜອງໃຫ້ກັບຄົນທີ່ມາໃຊ້ບໍລິການທຸກຊ່ວງເວລາ

Reference: BCEL

ບົດຄວາມ: 10 STORY ເລື່ອງເລົ່າຂອງ 10

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້