ປກສ ນະຄອນ ໄກສອນ ພົມວິຫານ ຢຶດທາດລະເບີດບັ້ງກະໂພກແລະດອກໄມ້ໄຟ 620ແພັກ ມູນຄ່າ 40ລ້ານກວ່າກີບ – ສື່ລາວ.ຄອມ
Connect with us

ຂ່າວພາຍໃນ

ປກສ ນະຄອນ ໄກສອນ ພົມວິຫານ ຢຶດທາດລະເບີດບັ້ງກະໂພກແລະດອກໄມ້ໄຟ 620ແພັກ ມູນຄ່າ 40ລ້ານກວ່າກີບ

Published

on

ໃນວັນທີ 10 ກຸມພາ 2021 ຜ່ານມາ ທີ່ກອງບັນຊາການ ປກສ ນະຄອນ ໄກສອນພົມວິຫານ,​ ແຂວງສະຫວັນນະເຂດ ໄດ້ນຳເອົາເຄື່ອງທີ່ຢືດໄວ້ທາດລະເບີດບັ້ງກະໂພກ ແລະ ດອກໄມ້ໄຟ ເຊີ່ງຕາມການລົງເຄື່ອນໄຫວປະຕິບັດໜ້າທີ່ຕົວຈິງໃນເວລາ 15 ໂມງ ຂອງວັນທີ 9 ກຸມພາ 2021 ນີ້ ທາງຂອງເຈົ້າໜ້າທີ່ ປກສ ກຸ່ມ 05 ນະຄອນ ໄກສອນ ພົມວິຫານ ໄດ້ພົບເຫັນລົດທີ່ກຳລັງເຄື່ອນຍ້າຍສິນຄ້າຜິດກົດໜາຍຢູ່ຂອບເຂດບ້ານໂພນຊາຍ ນະຄອນ ໄກສອນ ພົມວິຫານ

ເຊິ່ງເປັນຕູ້ຍີ່ຫໍ້ຮຸນໄດສະຕາແລັກ ສີປອດເງິນ ປ້າຍທະບຽນ ກກ 5090 ສະຫັວນນະເຂດ ຈຶ່ງໄດ້ສະກັດກັ້ນ ແລະ ໄດ້ປະສານຫາເຈົ້າທີ່ວິຊາສະເພາະໜ່ວຍງານສອບສວນຄະດີອາຍາ ປກສ ນະຄອນໄກສອນພົມວິຫານ ໃນຂະນະທີ່ເຈົ້າໜ້າທີ່ກຳລັງຕິດຕາມເຂົ້າສະກັດກັ້ນນັ້ນ ໂຊເຟີ້ລົດຄັນດັ່ງກ່າວ ໄດ້ຈອດລົດແລ້ວເອົາຕົວລົບໜີ ເຈົ້າໜ້າທີ່ຈຶ່ງໄດ້ກວດຄົ້ນລົດຄັນດັ່ງກ່າວ ຊຶ່ງຜ່ານການກວດກາ-ກວດຄົ້ນແມ່ນພົບເຫັນ ທ້າວ ບຸນຫຼາຍ ກຳມະກອນຮັບຈ້າງຂົນສົ່ງ ພ້ອມດ້ວຍ ສິນຄ້າທີ່ຜິດກົດໜາຍ ບັ້ງກະໂພກ ຍີ່ຫໍ້ ມິນິໄຮຄາສ ມີຈຳນວນ 19 ແກັດ ໃນນັ້ນ 1 ແກັດເທົ່າກັບ 20 ແພັກ, 1 ແພັກເທົ່າກັບ 36 ລູກ ຢູ່ໃນລົດ ຈຶ່ງໄດ້ນຳເອົາລົດຕູ້ຄັນດັ່ງກ່າວ ແລະ ເຄື່ອງຂອງກາງ ຈຶ່ງເຂົ້າມາຫ້ອງການ ປກສ ກຸ່ມ 05 ນະຄອນ ເພຶ່ອທຳການສຶບສວນ-ສອບສວນຂະຫຍາຍຜົນ.​

ເຊິ່ງຜ່ານການສອບສວນ ທ້າວ ບຸນຫຼາຍ ອາຍຸ 26 ປີ, ອາຊີບກຳມະກອນ ບ້ານສະໜາມໄຊ ນະຄອນ ໄກສອນ ພົມວິຫານ ຊຶ່ງຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ ໄດ້ຂົນສົ່ງເຄື່ອນຍ້າຍບັ້ງກະໂພກ ຈາກເຮືອນຂອງ ນາງ ນ້ອຍ ອາຍຸ 45 ປີ, ອາຊີບຄ້າຂາຍບ້ານໂພນຊາຍ ນະຄອນ ໄກສອນ ພົມວິຫານ ໄດ້ໜຶ່ງຖ້ຽວ ເຊິ່ງເຄື່ອນຍ້າຍຂົນສົ່ງໄປໄວ້ອີກສະຖານທີ່ເຮືອນອີກແຫ່ງໜື່ງຂື້ນກັບ ບ້ານນາເລົ່າ ນະຄອນ ໄກສອນ ພົມວິຫານ ແລະ ກຳລັງຂົນສົ່ງຖຽວທີ່ສອງ ຊຶ່ງແມ່ນຖືກເຈົ້າໜ້າທີ່ພົບເຫັນສະກັດກັ້ນໄວ້ກ່ອນ .

ຈາກນັ້ນເຈົ້າໜ້າຈຶ່ງໄດ້ໄປກວດຄົ້ນເຄຫະສະຖານເຮືອນຂອງ ທ້າວ ລຳມອນ ອາຊີບພະນັກງານຕຳຫຼວດ ຊັ້ນ ຮັອ ສັງກັດຢູ່ຫ້ອງສັນຕິບານ ປກສ ແຂວງສະຫັວນນະເຂດ ເຊິ່ງຜ່ານການກວດຄົ້ນແມ່ນພົບເຫັນບັ້ງກະໂພກອີກ 12 ແກັດເທົ່າກັບ 240 ແພັກ ຊຶ່ງຢູ່ໃນຫ້ອງນອນຂອງ ນາງ ສອນ ອາຍຸ 29 ປີ ອາຊິບຄ້າຂາຍ ເຊິ່ງເປັນລູກສາວຂອງ ທ້າວ ລຳມອນ ຕໍ່ກັບບັ້ງກະໂພກຈຳນວນດັ່ງກ່າວແມ່ນຂອງ ນາງ ສອນ ຂອງຜູ້ກ່ຽວເອງ. ສະນັ້ນ,ເຈົ້າໜ້າຈຶ່ງໄດ້ນຳເອົາບັ້ງກະໂພກຈຳນວນດັ່ງເຂົ້າມາເກັບຮັກສາໄວ້ຢູ່ ກອງບັນຊາການ ປກສ ນະຄອນ.

ເຊິ່ງເຄື່ອງຂອງກາງທີ່ກັກເຂົ້າມາໃນຄັ້ງນີ້ມີ: ລົດຕູ້ຍີ່ຫໍ້ ຮຸນໄດ ລຸ້ນສະຕາແລັກ ສີປອດເງິນ ປ້າຍທະບຽບ5090 ສະຫັວນນະເຂດ ຜ່ານການກວດກາ ລົດຄັນດັ່ງກ່າວແມ່ນອອກຊື່ ທ້າວ ມາລິພອນ ບ້ານດົງດຳດວນ ນະຄອນ ໄກສອນ ຜູ້ຂັບຂີ່ຕົວຈິງ ຊື່ທ້າວ ຕູ້ຍ ບ້ານສະພານເໜືອ ນະຄອນ ໄກສອນ ພົມວິຫານ ແລະ ບັ້ງກະໂພກຈຳນວນ 31 ແກັດເທົ່າກັບ 620 ແພັກເທົ່າກັບ 23.004 ລູກ ຊຶ່ງລວມມູນຄ່າທັງໜົດ 40 ລ້ານກວ່າກີບ ແລະ ພາຫະນະ ເຄື່ອງຂອງກາງດັ່ງກ່າວທາງເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ຈະໄດ້ມອບໃຫ້ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງສະຫັວນນະເຂດ ສຶບຕໍ່ດຳເນີນຄະດີຕາມລະບຽບກົດໜາຍ.

ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ.

Continue Reading

ຂ່າວພາຍໃນ

ລັດຖະມົນຕີ ເວົ້າເດັດຂາດ ຈະເຄັ່ງຄັດ ຄວາມປອດໄພຂຶ້ນເຕື່ມ

Published

on

By

ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງ ສູນກາງພັກ, ຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນ ຄວາມສະຫງົບ ລົງ ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດ ພິເສດສາມຫຼ່ຽມ-ຄໍາ ພ້ອມເນັ້ນຢໍ້າໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ໃຫ້ຄວາມ ສໍາຄັນກັບວຽກງານຄວາມສະຫງົບໃນຂົງເຂດ ດັ່ງກ່າວຫຼາຍຂຶ້ນ.

ໃນວັນທີ 28 ມັງກອນ 2023, ທ່ານ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມ ການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະ ເຄື່ອນໄຫວຊີ້ນໍາວຽກງານ ປ້ອງກັນຄວາມສະຫງົບ ຢູ່ເຂດເສດຖະກິດພິເສດ ເມືອງຕົ້ນເຜີ້ງ ແຂວງບໍ່ ແກ້ວ,

ໂດຍການຕ້ອນຮັບຂອງ ທ່ານ ຈ້າວເຫີວຍ ປະທານສະພາຜູ້ ບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽນຄໍາແຂວງບໍ່ແກ້ວ, ມີບັນດາ ການນໍາພັກແຂວງ, ຫົວຫນ້າ-ຮອງຫົວຫນ້າຫ້ອງວ່າການແຂວງ, ເຈົ້າເມືອງ, ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄະນະພັກ, ຄະນະຄຸ້ມຄອງເຂດເສດຖະກິດພິເສດ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ພົອ ວິໄລ ກໍໄດ້ມີຄໍາເຫັນໂອ້ລົມຊີ້ນໍາຕໍ່ ຄະນະ ຄຸ້ມຄອງເຂດເສດຖະກິດພິເສດ ຈົ່ງພ້ອມກັນພັດທະນາເຂດເສດຖະກິດ ພິເສດໃຫ້ກາຍເປັນຕົວເມືອງທີ່ທັນສະໄຫມ, ມີພື້ນຖານເສດຖະກິດທີ່ເຂັ້ມ ແຂງ, ສັງຄົມມີຄວາມສີວິໄລຍຸຕິທໍາ, ເປັນສູນການຄ້າ-ການລົງທຶນ,ສາມາດກາຍເປັນແຫຼ່ງທ່ອງທ່ຽວລະດັບອາຊຽນ.

ພິເສດແມ່ນໃຫ້ມີຄວາມ ສະຫງົບ, ມີຄວາມປອດໄພ, ແຕ່ສິ່ງສໍາຄັນຕ້ອງຕິດພັນກັບ ຮ່ອງຮ້ອຍ ປະຫວັດສາດ, ຮີດຄອງວັດທະທໍາອັນເກົ່າແກ່ ແລະ ສ້າງໃຫ້ເຂດດັ່ງກ່າວ ກາຍເປັນການຄຸ້ມຄອງບໍລິຫານຕາມກົນໄກ ຕາມຫົວຫນ່ວຍບໍລິຫານໃນ ເງື່ອນໄຂເສດຖະກິດ ມີການເຕີຍໃຫຍ່ຂະຫຍາຍຕົວ, ເຂດພິເສດ ຕ້ອງໄດ້ ຍົກລະດັບການຄຸ້ມຄອງໃຫ້ສູງຂຶ້ນ

ໂດຍມອບໃຫ້ສູນກາງປະສານສົມທົບ ກັບທ້ອງຖິ່ນ ພ້ອມກັນຈັດຕັ້ງປະຕິບັດ, ສ້າງເປັນຫນ່ວຍງານຫນຶ່ງຄຸ້ມຄອງ ບໍລິຫານເຂດພິເສດ ເພື່ອແກ້ໄຂສະພາບທີ່ເກີດຂຶ້ນໃຫ້ທັນເວລາ ເພື່ອໃຫ້ ກາຍເປັນເມືອງທີ່ມີຄວາມສະຫງົບ, ທັນສະໄຫມ, ເປັນບ່ອນພັກຜ່ອນ, ທີ່ມີ ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບປອດໄພ, ກາຍເປັນເຂດພິເສດທີ່ ເປັນເຂດຕົວແບບ ແລະ ຄຸ້ມຄອງໃຫ້ມີປະສິດທິຜົນທີ່ດີຂຶ້ນກວ່າເກົ່າ.

ໂດຍໃນປີ 2022 ທີ່ຜ່ານມາ ສໍາລັບວຽກງານ ປ້ອງກັນຄວາມສະຫງົບ ໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ໄດ້ມີປະກົດການຫຍໍ້ທໍ້ເກີດຂຶ້ນ ທັງຫມົດ 153 ເລື່ອງ, x`ແກ້ໄຂໄດ້ທັງຫມົດ 107 ເລື່ອງ, ສົ່ງໃຫ້ ປກສ ແຂວງ ດໍາເນີນ 27 ເລື່ອງ ແລະ ຄະດີພວມດໍາເນີນແກ້ໄຂມີ 19 ເລື່ອງ.

ທີ່ມາ: ວຽງຈັນທາຍ

Continue Reading

ຂ່າວພາຍໃນ

ຮູ້ແລ້ວ ຍ້ອນສາເຫດນີ້ ຍິ ງ ກັນຕ າ ຍ 2 ຄົນເມືອງປາກງື່ມ

Published

on

By

ຂໍສະແດງຄວາມເສຍໃຈນຳຍາດຜູ້ເສຍຊີວິດ ເຫດ ຍິ ງ ກັ ນທີ່ເມືອງປາກງື່ມ.

ຕາມການລາຍງານຂອງ ໜ່ວຍກູ້ໄພອາສາເພື່ອປະຊາຊົນ ໃຫ້ຮູ້ວ່າ ໃນວັນທີ 1/2/2023 ເວລາ 13:30 ນາທີ ມີຄົ ນ ຍິ ງ ກັ ນເສຍຊີວິດ

ຈຸດເກີດເຫດທີ່ບ້ານໄຮ່ ເມືອງປາກງື່ມ ນະຄອນຫຼວງວຽງຈັນ.ໃນບໍລິເວນເກີດເຫດ ມີຜູ້ປະສົບເຫດ2ຄົນເພດຊາຍ, ຜູ້ທີ່ 1 ເພດຍິງ ຖື ກ ຍິ ງ ເສຍຊີວິດຄາທີ່ ແລະ ຜູ້ທີ 2 ເພດຊາຍ ເສຍຊີວິດຢູ່ໂຮງໝໍ.

ປັດຈຸບັນເຈົ້າໜ້າທີ່ກຳລັງກວດສອບ ຖ້າມີຂໍ້ມູນເພີ່ມເຕີມຈະລາຍງານໃນພາຍຫຼັງ.

Continue Reading

ຂ່າວພາຍໃນ

ຈັດໜັກ!ສາວງາມປາຕີ້ ມົ້ວສຸຸມປູມເປົ້າ 14ຄົນ ໄປສຶກສາອົບຮົມ

Published

on

By

ຈັດໜັກໃສ່ແກ້ງໄວລຸ້ນມັກມ່ວນ! ປກສ ນະຄອນໄກສອນ ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ

ພັທ ຄຳສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ:

ວັນທີ 16 ມັງກອນ 2023 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ນະຄອນໄກສອນ

ໄດ້ນຳຕົວກຸ່ມໄວໜຸ່ມປາຕີ້ ມົ້ວສຸມຢາເສບຕິດ ສູບປູມເປົ້າ ຈຳນວນ 14 ຄົນ ໄປສຶກສາອົບຮົມ ແລະ ຕັກເຕືອນ

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 123
45678910
11121314151617
18192021222324
25262728293031

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້