ວອນຜູ້ໃຈບຸນຊ່ວຍ ເດັກນ້ອຍຖືກໄຟຟ້າຊ໋ອດດ້ວຍເທີ້ນ – ສື່ລາວ.ຄອມ
Connect with us

ຊ່ວຍເຫຼືອ

ວອນຜູ້ໃຈບຸນຊ່ວຍ ເດັກນ້ອຍຖືກໄຟຟ້າຊ໋ອດດ້ວຍເທີ້ນ

Published

on

ຈາກເພຈ “ສະມາຄົມອາສາ ກູ້ໄພ ນະຄອນຫຼວງວຽງຈັນ ແຈ້ງເຫດສຸກເສີນ ໂທ 1624” ໄດ້ໂພສວ່າ ຊ່ວຍກົດໄລ້ກົດແຊເພື່ອລະດົມທຶນປິ່ນປົວທ້າວສົມຫວັງທີ່ຖືກໄຟຟ້າຊ໋ອດແລະເປັນຄອບຄົວທຸກຍາກຢູ່ແຂວງສາລະວັນທີມງານຈະເອົາມາປີ່ນປົວຢູ່ນະຄອນຫຼວງວຽງຈັນ ທ້າວ ສົມຫວັງ ອາຍຸ 11 ປີ, ເປັນຄົນບ້ານ ອາວາຍ, ເມືອງ ສະໝ້ວຍ, ແຂວງ ສາລະວັນ ເຊິ່ງເປັນຄອບຄົວທີ່ທຸກຍາກຂາດເຂີນ.

ໄດ້ຖືກອຸບັດຕິເຫດໄຟຟ້າຊ໋ອດຢ່າງຮຸນແຮງຈົນເຮັດໃຫ້ຂາ ແລະ ອະໄວຍະວະທາງເພດອັກເສບຢ່າງຮຸນແຮງ ເຊິ່ງໄດ້ມາປິ່ນປົວຢູ່ໂຮງໝໍແຂວງ ແຕ່ອາການກໍບໍ່ດີຂຶ້ນ. ໂດຍທາງຜູ້ເປັນພໍ່ກໍບໍ່ມີເງິນທີ່ຈະປິ່ນປົວຕໍ່ ເລີຍຄິດຈະເອົາຜູ້ກ່ຽວກັບບ້ານແລ້ວແຕ່ບຸນແຕ່ກຳ.

ແຕ່ໂຊກຍັງດີມີຜູ້ປະສານງານຫາທາງໜ່ວຍກູ້ໄພນະຄອນຫຼວງວຽງຈັນ 1624 ເພື່ອຂໍຮ້ອງຍື່ນມືເຂົ້າຊ່ວຍເຫຼືອໃຫ້ເດັກນ້ອຍດັ່ງກ່າວມີຊີວິດຢູ່ຕໍ່ ແລະ ປີ່ນປົວໃຫ້ກັບມາໃຊ້ຊີວີດຄືເດັກນ້ອຍທົ່ວໄປ. ດັ່ງນັ້ນ, ຈຶ່ງຂໍເປີດຮັບບໍລິຈາກ ຄົນລະ 40 ພັນ, 50 ພັນກີບ ເພື່ອລະດົມທຶນປິ່ນປົວທ້າວສົມຫວັງ ໃຫ້ຫາຍດີຈາກພະຍາດທີ່ເກີດອຸບັດເຫດດັ່ງກ່າວ.

ທ່ານໃດຢາກຊ່ວຍບໍລິຈາກສາມາດບໍລິຈາກເຂົ້າບັນຊີ ໜ່ວຍຊ່ວຍເຫຼືອໄພທຸກຍາກ ແລະ ດ້ອຍອະນາຖາ ໂດຍລະບຸການບໍລິຈາກ ທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ ບັນຊີ; PROVERTY AID FOUNDATION ເລກບັນຊີ: 092120001063188001 ຂໍມູນເພີມເຕີມໂທ: 020 2244 1624.

Continue Reading

ຊ່ວຍເຫຼືອ

ໂຮງຮຽນແຫ່ງຄວາມຫວັງ ໜຸ່ມວິນ ຜູ້ໃຫ້ທີ່ຍິ່ງໃຫຍ່

Published

on

ເຫັນແລ້ວນ້ຳຈະໄຫຼແທນ ປະຊາຊົນມີຄວາມສຸກ ແລະ ຍິ້ມ

ເດີນທາງໄກ້ຈະປອດໄພ ໜຸ່ມວິນ

ສຸດຍອດເລີຍ ຂໍອວຍພອນໃຫ້ ນ້ອງວິນ ຮັ່ງມີ ແລະຮັ່ງມີຂຶ້ນເລີຍໆເດິ້

ຂໍຊົມເຊີຍ ໜຸ່ມວິນ ທີ່ໄດ້ຊ່ວຍເຫຼືອສັງຄົມຜູ້ທຸກຍາກ ຂໍໃຫ້ເຈົ້າຈະເລີນຮຸ່ງເຮືອງໃນທຸລະກິດຍິ່ງໆຂຶ້ນ.

ແລ້ວເຫັນແຕ່ຄັ້ງທີ່ແລ້ວ ຮູ້ສຶກດີໃຈຫຼາຍ ຂອບໃຈ ວິນ ທີ່ເຮັດໃຫ້ຝັນຂອງຄູ ເປັນກຳລັງໃຈໃຫ້ລູກຫຼານ

….

….

….

ຄລິບ

Continue Reading

ຊ່ວຍເຫຼືອ

ໂຕໂນ້ໄດ້ມາໂຮງໝໍແຂວງຄຳມ່ວນອີກຄັ້ງ ເພື່ອອັບເດດລາຍຊື່ເຄື່ອງມືທາງການແພດທີ່ຈະບໍລິຈາກໃຫ້ໂຮງໝໍ

Published

on

ໃນວັນທີ 28 ພະຈິກ 2022 ໜຸ່ມໂຕໂນ້ໄດ້ເດີນທາງມາທ່າແຂກ ແຂວງຄຳມ່ວນອີກຄັ້ງເພື່ອປືກສາຫາລືກັບທ່ານຮອງເຈົ້າແຂວງຄຳມ່ວນ ແລະ ຜູ້ອຳນວຍການໂຮງໝໍແຂວງຄຳມ່ວນ

ລວມເຖິງໄດ້ອັບເດດລາຍຊື່ເຄື່ອງມືທາງການແພດທັງໝົດ 20 ກວ່າຊະນິດ ເຫຼືອແຕ່ສະຫຼຸບລາຄາເຄື່ອງມືເພື່ອສົ່ງມອບໂຮງໝໍສອງຝັ່ງລາວໄທ ນະຄອນພະນົມ ແລະ ຄຳມ່ວນຕໍ່ໄປ

ຫຼັງໄດ້ຮັບເງິນບໍລິຈາກຈາກການລອຍນ່ຳຂ້າມຂອງຂອງໂຕໂນ່

Continue Reading

ຊ່ວຍເຫຼືອ

ເຮົາຊ່ວຍກັນ ຄົນລະໄມ້ລະມື ເຄື່ອງເກົ່າທ່ານທີ່ບໍ່ໄດ້ໃຊ້ ຊ່ວຍບໍລິຈາກໃຫ້ນ້ອງໆດ້ວຍ

Published

on

ຜ້າຫົ່ມເກົ່າເຮົາຂໍໄດ້ບໍ ເຮົາຊ່ວຍກັນຄົນລະໄມ້ລະມືຮ່ວມກັນບໍລິຈາກຕາມກຳລັງສັດທາສົນທົບທືນຊື້ເຄື່ອງບໍລິຈາກ ຂໍອານຸຍາດແຈ້ງເຖີງພີ່ນ້ອງຍາດໂຍນ ສັດທາທັງຫລາຍ.

ພຮະອາຈານ ມີຈຸດປະສົງຢາກກັບຄືນໄປຊອ່ຍເຫລືອໂຮງຮຽນກຸ້ມວັງບົງ.ບບ້ານວັງບົງ.ເມືອງວຽງຄຳ. ແຂວງຫລວງພະບາງໃນວັນທີ17-18/12/2022ເພາະອາຈານໄດ້ໄປມາເທື່ອນື່ງມາແລ້ວ.ພາບນີ້ເປັນພາບເກົ່າຕອນອາຈານໄປປີກາຍ-ແຕ່ດຽວນີ້ກະຍັງຄືເກົ່າ ເນືອງຈາກວ່າ ດຽວນີ້ ຈະເຂົ້າຍາມຫນາວແລ້ວ ອາຈານເລີຍຢາກຂໍ ເຄື່ອງເກົ່ານຳຍາດໂຍມ ໄປບໍລິຈາກແທນເຈົ້າສັດທາ.

ຂໍມູນບອນຝາກສົງລະແມ່ນ

ສາມາດຝາກນຳບໍລິສັດຂົນສົງ

ຮຸ້ງອາລຸນ,ມີໄຊ.ກຽງໄກ ອານຸສິດ ສາຂາເມືອງຊຽງເງີນ

ແຂວງຫລວງພະບາງ ຜູ້ຮັບແມ່ນພະສົມນຶກຢູ່ວັດບ້ານສາມັກຄີໄຊ(ຈັດຊັນ)ເມືອງຊຽງເງີນ ແຂວງຫລວງພະບາງ

ເລກໂທແລະແອບ02058886761

Continue Reading
ເດືອນມີນາ 2023
ເສົາ ​ອາ ​ຈ ​ພ​ຫ ​ສ
 12
3456789
10111213141516
17181920212223
24252627282930

Trending

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບຖ້າສົນໃຈບົດຄວາມນີ້